ຂປລ
ໃນໄຕມາດທີໜຶ່ງປີນີ້, ປະລິມານ ການຂົນສົ່ງ ສິນຄ້າເຂົ້າ-ອອກ ຜ່ານດ່ານ ຊາຍແດນ ເມີງຄ່າງ ແຂວງຢຸນນານຂອງ ສປ ຈີນ ຢ່າງເຂັ້ມແຂງ ບັນລຸເຖິງ 158.400 ໂຕນ, ເມື່ອທຽບໃສ່ ປີກາຍ ເພີ່ມຂຶ້ນ 30%, ສິນຄ້າ ເຫລົ່ານີ້ ມີມູນຄ່າ 193 ລ້ານຢວນ, ເພີ່ມຂຶ້ນ 48,6%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໃນໄຕມາດທີໜຶ່ງປີນີ້, ປະລິມານ ການຂົນສົ່ງ ສິນຄ້າເຂົ້າ-ອອກ ຜ່ານດ່ານ ຊາຍແດນ ເມີງຄ່າງ ແຂວງຢຸນນານຂອງ ສປ ຈີນ ຢ່າງເຂັ້ມແຂງ ບັນລຸເຖິງ 158.400 ໂຕນ, ເມື່ອທຽບໃສ່ ປີກາຍ ເພີ່ມຂຶ້ນ 30%, ສິນຄ້າ ເຫລົ່ານີ້ ມີມູນຄ່າ 193 ລ້ານຢວນ, ເພີ່ມຂຶ້ນ 48,6%. ສອງຕົວເລກ ດັ່ງກ່າວ ລ້ວນແຕ່ ໄດ້ສ້າງສະຖິຕິ ສູງສຸດໃໝ່ ໃນໄລຍະ ດຽວກັນ ຂອງປະຫວັດສາດ, ແລະ ການຄ້າ ຂ້າມຊາດ ໄດ້ມີການພັດທະນາ ຢ່າງຟົດຟື້ນທີ່ສຸດ.ນັບແຕ່ຕົ້ນປີນີ້ມາ, ງາດຳ, ກ້ວຍຫອມ ແລະ ສິນຄ້າອື່ນໆ ໄດ້ສົ່ງເຂົ້າປະເທດຈີນ ໂດຍຜ່ານດ່ານເມີງຄ່າງ ຢ່າງສະດວກສະບາຍ, ນີ້ຖືເປັນ ການເພີ່ມອີກ ຊ່ອງທາງສຳຄັນໜຶ່ງ ໃນການຊື້-ຂາຍ ທັນຍາຫານ, ໝາກໄມ້ ແລະ ຢາພື້ນເມືອງຈີນ ຂອງປະເທດ ໃນອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ)./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL