ຂປລ
ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ ໃນໂອກາດທີ່ມາແລກປ່ຽນ ແລະ ທັດສະນະສຶກສາ ຢູ່ນະຄອນດານັງ ສສ ຫວຽດນາມ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ເລຮຸຍ ຫົວໜ້າການເມືອງ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ, ມີນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ເລຮຸຍ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ທີ່ເດີນທາງມາຢ້ຽມຢາມ ແລະ ທັດສະນະສຶກສາໃນຄັ້ງນີ້ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນງົດງາມ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນຂອງສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ໃນຫລາຍດ້ານ ໂດຍສະເພາະແມ່ນ ການສຶກສາອົບຮົບວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ ແລະ ຂະບວນການດ້ານຕ່າງໆ.

ໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ພົນຈັດຕະວາ ເລຮຸຍ ພ້ອມຄະນະ, ທັງໄດ້ຕີລາຄາເຖິງການພົວພັນຮ່ວມມື ຂອງສອງກອງທັບ ຫວຽດນາມ-ລາວ ໃນຂົງເຂດວຽກງານຊາວໝຸ່ມໃນໄລຍະຜ່ານມາ ແລະ ອະນາຄົດ ຍິ່ງຈະໄດ້ຮັບການເສີມຂະຫຍາຍການຮ່ວມມືກັນຢ່າງໃກ້ຊິດ ແລະ ແໜ້ນແຟ້ນ, ພ້ອມທັງ ອວຍພອນໃຫ້ມິດຕະພາບ ການຮ່ວມມືຮອບດ້ານສອງພັກ, ສອງລັດ ກໍຄື ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພີ່ມພູນຄູນສ້າງຂຶ້ນສູ່ລະດັບສູງ.

ຈາກນັ້ນ, ກໍໄດ້ທັດສະນະສຶກສາເຮືອເດີນທະເລ ທີ່ຂຶ້ນກັບກອງບັນຊາການຕໍາຫລວດ ເຂດ 2, ຫລັງຈາກນັ້ນ, ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນ ລາວ-ຫວຽດນາມ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນຢູ່ກອງພັນໃຫຍ່ 929 ກອງພົນ 372 ເຫລົ່າທັບປ້ອງກັນ ອາກາດ-ທະຫານອາກາດ ຕື່ມອີກ.
ຂ່າວ: ວິໄລພອນ
KPL