ຂປລ
ທ່ານ ໂວໂລດິເມຍ ເຊເລນສະກີ, ປະທານາທິບໍດີ ອູແກຣນ ໄດ້ເຊັນດຳລັດ ປະທານາທິບໍດີ ໂດຍໄດ້ເລີ່ມຂັ້ນຕອນ ຖອນຕົວ ອອກຈາກ “ສົນທິສັນຍາ ອົດຕາວາ ວ່າດ້ວຍ ການເກືອດຫ້າມ ລະເບີດ ລູກມິນ”.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ໂວໂລດິເມຍ ເຊເລນສະກີ, ປະທານາທິບໍດີ ອູແກຣນ ໄດ້ເຊັນດຳລັດ ປະທານາທິບໍດີ ໂດຍໄດ້ເລີ່ມຂັ້ນຕອນ ຖອນຕົວ ອອກຈາກ “ສົນທິສັນຍາ ອົດຕາວາ ວ່າດ້ວຍ ການເກືອດຫ້າມ ລະເບີດ ລູກມິນ”. ຫລັງຈາກນັ້ນ, ສະພາລາດາສູງສຸດ ອູແກຣນ ຈະພິຈາລະນາ ຕໍ່ດຳລັດ ດັ່ງກ່າວ. ກ່ອນໜ້ານີ້, ມີຫລາຍປະເທດ ໃນເອີຣົບ ຕາເວັນອອກ ໄດ້ໂຈະການປະຕິບັດ ຕາມພັນທະ ຂອງສົນທິສັນຍາ ດັ່ງກ່າວ ໂດຍໄດ້ພິຈາລະນາ ເຖິງບັນຫາ ດ້ານຄວາມໝັ້ນຄົງ. ກ່ອນໜ້ານີ້, ລີຕັວນີ, ລັດເວຍ ແລະ ແອສໂຕນີ ຕ່າງໄດ້ຍື່ນເອກະສານ ຂໍຖອນຕົວ ອອກຈາກ “ສົນທິ ສັນຍາ ອົດຕາວາ ວ່າດ້ວຍ ການເກືອດຫ້າມ ລະເບີດ ລູກມິນ” ໃຫ້ອົງການ ສະຫະ ປະຊາຊາດ. ອີງຕາມ ເນື້ອໃນ ຂອງສົນທິ ສັນຍາ ດັ່ງກ່າວ, 3 ປະເທດນີ້ ຈະຖອນຕົວ ອອກຈາກ ສົນທິສັນຍາ ຢ່າງເປັນທາງການ ຫລັງຈາກນີ້ 6 ເດືອນ. ສື່ມວນຊົນ ເອີຣົບ ແຈ້ງຂ່າວວ່າ: ແຟງລັງ ແລະ ໂປໂລຍ ກໍໄດ້ເລີ່ມຂັ້ນຕອນ ຂໍຖອນຕົວອອກ ຈາກສົນທິສັນຍາ ດັ່ງກ່າວເຊັ່ນດຽວກັນ. ສຳລັບ ສົນທິສັນຍາ ອົດຕາວາ ວ່າດ້ວຍ ການເກືອດຫ້າມ ລະເບີດ ລູກມິນ ມີຜົນບັງຄັບໃຊ້ ຢ່າງເປັນທາງການໃນປີ 1999 ໂດຍໄດ້ເກືອດຫ້າມ ການນຳໃຊ້, ສະສົມ, ຜະລິດ ແລະ ໂອນລະເບີດ ລູກມິນ ທີ່ທຳລາຍບຸກຄົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL