ເປິດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າ

01/07/2025 14:01
Email Print 101
ຂປລ ຂປລ. ເປີດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າ ຂອງໂຄງການສ້າງພື້ນ ຖານໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈຸງ ຢັງ ຊູ ເອກອັກຄະລະຊະທູດ ສ ເກົາຫລີ ປະຈຳ ສປປ ລາວ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ເປີດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າ ຂອງໂຄງການສ້າງພື້ນ ຖານໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ຈັດຂຶ້ນເມື່ອບໍ່ດົນມານີ້
, ທີ່ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈຸງ ຢັງ ຊູ ເອກອັກຄະລະຊະທູດ ສ ເກົາຫລີ ປະຈຳ ສປປ ລາວ  ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         

ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ
, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໄດ້ລົງມືຈັດຕັ້ງໃນປີ 2023 ຢູ່ 3 ບ້ານຄື: ບ້ານນາຊາ, ໝາກຮຽວ ແລະ ບ້ານໝາກນາວເໜືອ ເມືອງປາກ ງື່ມ ນະຄອນຫລວງວຽງຈັນ ໄລຍະການຈັດຕັ້ງປະຕິບັດ 5 ປີ (2023-2027) ລວມມູນຄ່າໂຄງການ 3.850.000 ໂດລາສະຫາລັດ, ມີປະຊາຊົນໄດ້ຮັບຜົນປະໂຫຍດ 693 ຄອບຄົວ, ເນື້ອທີ່ນາ ຈະໄດ້ຮັບການປັບຈາກນາໄຮ່ນ້ອຍ ເປັນນາໄຮ່ໃຫຍ່ ປະມານ 723 ເຮັກຕາ ກວມເອົາ 80% ຂອງຈໍານວນເນື້ອທີ່ນາປີທັງໝົດ 904 ເຮັກຕາ. ຜົນການຈັດຕັ້ງປະຕິບັດໂຄງການ ໄດ້ສໍາເລັດການຕິດຕັ້ງໂຮງອົບເຂົ້າເປືອກ 3 ຫົວໜ່ວຍ, ສາມາດອົບເຂົ້າໄດ້ສະເລ່ຍ 45 ໂຕນ/ມື້ພ້ອມໂຮງເຮືອນ, ຕິດຕັ້ງເຄື່ອງສີເຂົ້າ ທີ່ສາມາດສີໄດ້ 1.5 ໂຕນ/ຊົ່ວໂມງ ແລະ ເຄື່ອງຄັດເມັດພັນ ທີ່ສາມາດຄັດໄດ້ 1,5 ໂຕນ/ຊົ່ວໂມງພ້ອມໂຮງເຮືອນ.

ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ

KPL

ຂ່າວອື່ນໆ

ads
ads

Top