ຂປລ
ນັບມາຮອດ ວັນທີ 31 ທັນວາປີ 2024, ຈຳນວນ ສະມາຊິກພັກ ກອມມູນິດຈີນ ມີທັງໝົດ 100.271.000 ຄົນ, ເພີ່ມຂຶ້ນ 1.086.000 ຄົນເມື່ອທຽບໃສ່ ທ້າຍປີ 2023, ອັດຕາ ການເພີ່ມ ແມ່ນ 1,1%
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ນັບມາຮອດ ວັນທີ 31 ທັນວາປີ 2024, ຈຳນວນ ສະມາຊິກພັກ ກອມມູນິດຈີນ ມີທັງໝົດ 100.271.000 ຄົນ, ເພີ່ມຂຶ້ນ 1.086.000 ຄົນເມື່ອທຽບໃສ່ ທ້າຍປີ 2023, ອັດຕາ ການເພີ່ມ ແມ່ນ 1,1%.ປັດຈຸບັນ, ພັກກອມມູນິດຈີນ ມີອົງການ ຈັດຕັ້ງພັກ ຂັ້ນຮາກຖານ 5.250.000 ອົງການ, ເພີ່ມຂຶ້ນ 74.000 ອົງການເມື່ອທຽບໃສ່ ທ້າຍປີ 2023, ອັດຕາ ການເພີ່ມຂຶ້ນ ລະດັບ 1,4%./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL