ຂປລ
ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.
*ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ ຕາມເສັ້ນທາງເລກທີ 12 ມຸ່ງໜ້າສູ່ເມືອງມະຫາໄຊ ແລ້ວລ້ຽວຂວາກໍ່ຈະມາຮອດຖ້ຳ, ຖ້ຳນ້ຳລອດເຊບັ້ງໄຟ ມີຄວາມງົດງາມກວ່າຖ້ຳໃດໆໃນເຂດນີ້ມີຄວາມຍາວເຖິງ 9,5 ກິໂລແມັດ, ກວ້າງປະມານ 200 ແມັດ, ສູງ 120 ແມັດ.
ຖ້ຳນ້ຳລອດເຊບັ້ງໄຟ ດ້ານໃນເປັນຫ້ອງໂຖງຂະໜາດໃຫຍ່ ແລະ ມີຄວາມສວຍງາມໂດດເດັ່ນປະທັບໃຈ ແລະ ມີຄວາມອັດສະຈັນທີ່ສຸດ, ພາຍໃນຖ້ຳແມ່ນມີລັກສະນະໂຄ້ງກົ່ງ-ສູງ, ມີຂະໜາດກວ້າງຂວາງນັກສຳຫລວດໄດ້ເອ້ີນຊ່ືພາຍໃນຫ້ອງໂຖງນີ້ວ່າ: ຫໍວິຫານ, ມີທັງຫີນງອກທີ່ສວຍງາມຂະໜາດໃຫຍ່ຕັ້ງໃກ້ກັບປາກຖ້ຳ. ພາຍໃນຖ້ຳແຫ່ງນ້ີແມ່ນຖືກຕົບແຕ່ງດ້ວຍທຳມະຊາດຢ່າງສວຍສົດງົດງາມເປັນຕົ້ນຫີນທີ່ມີລັກສະນະຄ້າຍຄືກັບຕົ້ນໄມ້ມີຄວາມຍາວຕິດຕໍ່ກັນຍາວເຖິງ 3 ກີໂລແມັດ. ສ່ວນທາງບໍລິເວນປາກຖ້ຳເບື້ອງລຸ່ມມີກ້ອນຫີນ ຮູບ 4 ຫລ່ຽມ ເອີ້ນວ່າ: ຫີນໄຂມຸກຢັ່ງຢາຍຕາມພື້ນຖ້ຳ, ຫີນດັ່ງກ່າວເກີດຈາກການສະສົມຂອງທາດຫີນປູນໂຮມກັນເປັນອ່າງເປັນລອກໆ.

ຖ້ຳດັ່ງກ່າວໄດ້ຖືກສຳຫລວດຄັ້ງທຳອິດໃນປີ ຄສ 1905 ຫລື 114 ປີຜ່ານມາ, ເບື້ອງຕົ້ນໄດ້ມີນັກສຳຫລວດຊາວຝຣັ່ງ. ຕໍ່ມາໃນປີ 1995 ໄດ້ມີທີມນັກສຳຫລວດຈາກປະເທດຝຣັ່ງໄດ້ກັບມາສຳຫລວດຄັ້ງໃໝ່, ໄດ້ພຽງແຕ່ຂໍ້ມູນສ່ວນໜ່ຶງ ແລະ ການສຳຫລວດຍັງບ່ໍທັນສຳເລັດ. ມາໃນປີ 2006 ທ່ານ ຈອນໂພເລັກ ຜູ້ທີ່ມີຄວາມຊ່ຽວຊານດ້ານຖ້ຳໄດ້ນຳພາທີມງານເຂ້ົາໄປສຳຫລວດພາຍໃນຖ້ຳ ຈຶ່ງຮູ້ວ່າຖ້ຳນ້ີມີຄວາມໃຫຍ່ຫລາຍ ແລະ ມີຄວາມສວຍງາມຫລາຍຈຶ່ງຮູ້ວ່າຖ້ຳນີ້ມີຄວາມຍາວທັງໝົດ 11 ກິໂລ ແມັດ ເປັນຖ້ຳທີ່ມີສາຍນ້ຳເຊບັ້ງໄປໄຫລຜ່ານ, ມີຄວາມສວຍງາມ ແລະ ຄວາມໂດດເດັ່ນສະດຸດຕາອັເປັນເອກະລັກສະເພາະທາງດ້ານທຳມະຊາດທ່ີໄດ້ປ້ັນແຕ່ງຂ້ຶນມເພື່ອໃຫ້ຄົນເຮົາໄດ້ມາທ່ຽວຊົມຢ່າງ ເພີດເພີນຕ່ໍກັບບັນຍາກາດພາຍໃນ ຖ້ຳ ເຊິ່ງທາງດ້ານໃນຂອງຖ້ຳນັກ ທ່ອງທ່ຽວສາມາດຂີ້ເຮືອລອດຖ້ຳ ເພື່ອຊົມຄວາມງົດງາມຂອງຖ້ຳທ່ີມີ ສາຍນ້ຳໃສເຢັນດີ ເຊິ່ງມີບາງບ່ອນ ສາມາດຂ້ຶນໄປຍ່າງເລາະລຽບໄປ ຕາມຜາພະໜັງໄດ້ເຊັ່ນກັນ, ໃນນ້ັນ ເຮົາກໍຈະເຫັນຫີນຜານັບແຕ່ພື້ນຂ້ຶນໄປຮອດເທິງໃນຮູບແບບຕ່າງໆ ນາໆ, ບາງບ່ອນກໍຈະສັງເກດເຫັນ ຄ້າຍຄືຮູບຄົນ, ໂຕສັດ ແລະ ຄ້າຍຄືກັບພຸ່ມໄມ້-ເຫງ້ົາໄມ້ທີ່ກາຍເປັນຫີນ, ບາງຈຸດທາງດ້ານເທິງຈະສັງເກດເຫັນສີຂາວໆເປັນຊັ້ນໆ ຄ້າຍຄືກັບນ້ຳຕົກຕາດທີ່ໄສເຢັນທ່ີສະດຸດຕາຕ້ອງໃຈນັ້ນຄືພະໜັງຫີນສີຂາວ ເຊິ່ງປະກອບມີຫລາຍຊັ້ນອັນມີຄວາມສວຍສົດງົດງາມຢ່າງມະຫັດສະຈັນທ່ີສຸດພາຍໃນຖ້ຳ. ນອກນັ້ນ ໃນຖ້ຳແຫ່ງນີ້ຍັງເປັນທ່ີຢູ່ອາໄສຂອງສັດບາງຊະນິດເຊັ່ນ: ເຈຍທີ່ມີຈຳນວນຫລາຍກວ່າ 10 ສາຍພັນ, ແມງມຸມທີ່ມີຂາຍາວທ່ີສຸດໃນໂລກ, ແມງຂອດຖ້ຳເຫລົ່ານ້ີເປັນຕົ້ນ.

ສະຖານທີ່ຖ້ຳນ້ຳລອດເຊບັ້ງໄຟ ໄດ້ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວຢ່າງເປັນທາງການໃນກາງປີ 2013 ເພື່ອເປັນການດຶງດູດ ແລະ ເປີດປະຕູຕ້ອນຮັບເອົານັກທ່ອງທ່ຽວຈາກຕ່າງປະເທດ ແລະ ພາຍໃນໄດ້ເຂົ້າໄປທ່ຽວຊົມ ແລະ ສຳຜັດກັບຄວາມງາມອັນມະຫັດສະຈັນທີ່ເປັນຂອງຂວັນຈາກທຳມະຊາດ ສ້າງໄວ້ໃຫ້ໄດ້ເຫັນເຖິງຄຸນຄ່າຄວາມສວຍສົດງົດງາມຢ່າງໜ້າອັດສະຈັນ. ຖ້າທ່ານໃດໄດ້ມີໂອກາດມາເມືອງ ບົວລະພາ ແຂວງຄຳມ່ວນ ຢ່າລືມຫາໂອກາດມາຊົມຄວາມງົດງາມຂອງຖ້ຳດັ່ງກ່າວໄດ້.
ໂດຍ: ແສງສະຫວັນ
KPL