ຊາວພຸດຮ່ວມໃສ່ບາດ ບຸນເຂົ້າພັນສາ ປະຈຳປີ 2025

10/07/2025 11:36
Email Print 301
ຂປລ ຂປລ. ໃນວັນທີ 10 ກໍລະກົດ 2025 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2568, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະ ເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ສືບທອດກັນມາ.



ຂປລ. ໃນວັນທີ
10 ກໍລະກົດ 2025 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2568, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະ ເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ສືບທອດກັນມາ.

ສະເພາະຢູ່ ນະຄອນຫລວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດ ຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດ ກໍໄດ້ມີພິທີກຳທາງສາດສະໜາ ເປັນຕົ້ນ ຟັງທຳມະເທດສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນ ນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາຫານປະເພດຕ່າງໆ ມາຕັ້ງເປັນໂຮງທານ ເພື່ອໃຫ້ມວນຊົນ ຜູ້ມາໃສ່ບາດ ໄດ້ຮັບປະທານ.



ວັນບຸນເຂົ້າພັນສາ ເປັນວັນທີ່ພະພິກຂຸສົງຈຳພັນສາ  ກົງກັບວັນແຮມ 
1 ຄໍ່າ ເດືອນ  8  ຈົນເຖີງວັນຂຶ້ນ  15  ຄໍ່າ  ເດືອນ 11 ວັນເຂົ້າພັນສາ, ເປັນວັນສຳຄັນທີ່ພະສົງຈະຕ້ອງອະທິຖານເຂົ້າພັນສາ ຕະ ຫລອດໄລຍະໄຕມາດ 3 ເດືອນ ຕາມທີ່ພະທຳວິໄນບັນຍັດໄວ້ ໂດຍບໍ່ໃຫ້ໄປນອນຄ້າງຄືນບ່ອນອື່ນ ໂດຍ ເອີ້ນວ່າ: ຈຳພັນສາ ​ເຊິ່ງສາເຫດທີ່ມີບັນຍັດຈຳພັນສາ ເນື່ອງດ້ວຍພະສົງໃນສະໄໜພຸດທະການ ໄດ້ເດີນທາງໄປສະແດງທຳ ໂປດສັດ ໃຫ້ແກ່ປະຊາຊົນໃນທີ່ຕ່າງໆ ຊາວບ້ານຈຶ່ງໄດ້ຕຳນິວ່າ ພະສົງເຫລົ່ານັ້ນໄດ້ໄປຫຍຽບເຂົ້າກ້າ ເຄື່ອງປູກຂອງຝັງຊາວບ້ານ ຈົນເສຍຫາຍ ພະພຸດທະເຈົ້າ ຈຶ່ງວາງລະບຽບການຈຳພັນສາ ໃຫ້ພິກຂຸ ຢູ່ໃນສະຖານທີ່ຂອງສົງຕະຫລອດໄລຍະ 3 ເດືອນ (ເວັ້ນເສຍແຕ່ມີທຸລະຈຳເປັນ ແຕ່ຕ້ອງໄດ້ລາພັນສາ) ການຈຳພັນສາອີກປະການໜຶ່ງ ກໍເພື່ອໃຫ້ພະພິກຂຸສົງ ໄດ້ສຶກສາຫລັກທຳທາງສາສະໜາ ເພື່ອກະກຽມໄປເຜີຍແຜ່ ໃຫ້ແກ່ຍາດໂຍມອີກດ້ວຍ



ຂ່າວ: ກິດຕາ

ພາບ: ​ເກດສະໜາ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.

    • ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດການເມືອງ

      ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດ

      7/30/2025 2:46:51 PM

      ຂປລ. ລັດວິສາຫະກິດໂຮງພິມແຫ່ງລັດ ກໍາເນີດມາຈາກໂຮງພິມລາວອິດສະຫລະ ແມ່ນໂຮງ ພິມແຫ່ງທໍາອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນໂຮງພິມທີ່ຕິດພັນກັບ ຂະບວນການປະຕິວັດ ກໍ​ຄື ຂະ​ບວນການຕໍ່ສູ້ປົດປ່ອຍຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 (ຫ່າງຈາກນີ້ 75 ປີ)

    • ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມການເມືອງ

      ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມ

      7/30/2025 2:41:24 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການດັັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ແລະ ອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ (VNTA) ຈັດກອງປະຊຸມວິຊາການກ່ຽວກັບດ້ານນະໂຍບາຍ, ລະບຽບການ ແລະ ການພັດທະນາ ເຕັກໂນໂລຊີໂທ ລະຄົມມະນາຄົມ ປະຈຳປີ 2025

    • ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວການເມືອງ

      ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

      7/30/2025 2:37:05 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

ads
ads

Top