ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

10/07/2025 11:45
Email Print 328
ຂປລ ຂປລ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ເຊິ່ງພິທີເປີດຢ່າງເປັນທາງການຈັດຂຶ້ນໃນວັນທີ 9 ກໍລະກົດ 2025



ຂປລ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ
58 ເຊິ່ງພິທີເປີດຢ່າງເປັນທາງການຈັດຂຶ້ນໃນວັນທີ 9 ກໍລະກົດ 2025, ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ເເລະ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.



ພາຍຫລັງພີທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຢ່າງເປັນທາງການ
, ທ່ານ ທອງສະຫວັນ ພົມວິຫານໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີBຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບຄົບຄະນະ) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ພາຍໃຕ້ການເປັນປະທານ ຂອງລັດຖະມົນຕີຕ່າງປະເທດມາເລເຊຍ. ກອງປະຊຸມຄົບຄະນະ ໄດ້ສຸມໃສ່ປຶກສາຫາລືການເສີມສ້າງ ປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງຮັບຊາບ ຄວາມຄືບໜ້າການກະກຽມເຂົ້າເປັນ ​ສະ​ມາ​ຊິກສົມບູນຂອງອາຊຽນ​ ສໍາລັບ ຕີ​ມໍ​ແລັດ​ສະ​ເຕ ແລະ ປຶກສາຫາລືກ່ຽວກັບການສະເໜີ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນ ທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈໍາປີ 2025 ຂອງຄະນະກໍາມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາປະຈໍາປີ 2026 ແລະ ແຜນວຽກ 5 ປີສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ. ພ້ອມນີ້, ໄດ້ຮັບຊາບຄວາມຄືບໜ້າຂອງ ການພົວພັນລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດ ບັນດາແຜນວຽກງານການຮ່ວມມື ແລະ ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອປະກອບສ່ວນໃຫ້ແກ່ ການບັນລຸຜົນການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ຜູ້ນໍາອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຜ່ານມາ. ສປປ ລາວ ໃນນາມປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບຊາບ ຄວາມຄືບໜ້າການພົວພັນຮ່ວມມື ອາຊຽນ-ການາດາ ໂດຍສະເພາະ ການກະກຽມແຜນປະຕິບັດງານສະບັບໃໝ່ (2026-2030).​ ນອກຈາກນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະເເຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 58.



ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ
58 (ເເບບວົງເເຄບ) ໄດ້ປຶກສາຫາລືຜົນການຈັດຕັ້ງປະຕິບັດ ເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນ ຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ໄພພິບັດທາງທໍາມະຊາດ, ວິກິດການເສດຖະກິດ-ການເງິນ ແລະ ບັນຫາຂໍ້ຂັດເເຍ່ງຢູ່ພາກພື້ນຕ່າງໆ.

ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້ເຂົ້າ​​ຮ່ວມພິທີ​ລົງ​ນາມເອກະສານ​ເພື່ອ​ຮັບ​ເອົາ ​ປະເທດ ອານເຊຣີ ແລະ ອູຣູກວາຍ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC), ມາຮອດປັດຈຸບັນ ມີປະເທດນອກພາກພື້ນ 47 ເທດໄດ້ເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ເເລ້ວ.

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.

    • ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດການເມືອງ

      ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດ

      7/30/2025 2:46:51 PM

      ຂປລ. ລັດວິສາຫະກິດໂຮງພິມແຫ່ງລັດ ກໍາເນີດມາຈາກໂຮງພິມລາວອິດສະຫລະ ແມ່ນໂຮງ ພິມແຫ່ງທໍາອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນໂຮງພິມທີ່ຕິດພັນກັບ ຂະບວນການປະຕິວັດ ກໍ​ຄື ຂະ​ບວນການຕໍ່ສູ້ປົດປ່ອຍຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 (ຫ່າງຈາກນີ້ 75 ປີ)

    • ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມການເມືອງ

      ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມ

      7/30/2025 2:41:24 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການດັັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ແລະ ອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ (VNTA) ຈັດກອງປະຊຸມວິຊາການກ່ຽວກັບດ້ານນະໂຍບາຍ, ລະບຽບການ ແລະ ການພັດທະນາ ເຕັກໂນໂລຊີໂທ ລະຄົມມະນາຄົມ ປະຈຳປີ 2025

    • ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວການເມືອງ

      ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

      7/30/2025 2:37:05 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

ads
ads

Top