6 ເດືອນຕົ້ນປີ ການເຄື່ອນໄຫວວຽກງານ ຂອງ ສປນວ ມີຜົນສຳເລັດຫລາຍດ້ານ

10/07/2025 12:05
Email Print 494
ຂປລ ຂປລ. ໄລຍະ 6 ເດືອນຕົ້ນປີ 2025 ນີ້, ສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ໄດ້ສຸມໃສ່ປະຕິບັດໜ້າທີ່ ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງ ພັກ-ລັດ



ຂປລ. ໄລຍະ
6 ເດືອນຕົ້ນປີ 2025 ນີ້, ສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ໄດ້ສຸມໃສ່ປະຕິບັດໜ້າທີ່ ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງ ພັກ-ລັດ, ເອົາໃຈໃສ່ປະ ສານສົມທົບກັບອົງການ ປົກຄອງນະຄອນຫລວງ ແລະ ບັນດາການ ຈັດຕັ້ງອ້ອມຂ້າງນະຄອນຫລວງ, ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານ ຮອບດ້ານໃນທຸກຂົງເຂດ ຂອງສະພາປະຊາຊົນ ນະຄອນຫລວງ ມີຜົນສໍາເລັດຫລາຍດ້ານ.

ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກນະຄອນຫລວງວຽງຈັນ, ຮອງປະທານຄະນະປະ ຈຳ ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2025 ຂອງ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສປນວ ຊຸດທີ II ໃນວັນທີ 10 ກໍລະກົດ 2025 ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ໃນແຕ່ລະດ້ານ ທີ່ ສປນວ ຍາດມາໄດ້ ໃນໄລຍະ 6 ເດືອນຜ່ານມາ ເປັນຕົ້ນ ດ້ານນິຕິກໍາໄດ້ຄົ້ນຄວ້າພິ ຈາລະນາ, ປັບປຸງຮຽບຮຽງນິຕິກໍາ ຂອງອົງການປົກຄອງ ນະຄອນຫລວງ ແລະ ສະພາປະຊາຊົນ ນະ ຄອນຫລວງ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນ ຫລວງ ແລະ ອອກມະຕິຮັບຮອງເອົາ ຈໍານວນ 2 ສະບັບ ນໍາສົ່ງໃຫ້ອົງການປົກຄອງນໍາໄປຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍຄື: ຂໍ້ຕົກລົງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ນະຄອນຫລວງວຽງຈັນ; ມະ ຕິ ວ່າດ້ວຍການດໍາເນີນກອງປະຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ (ທຽບ ໃສ່ແຜນການແມ່ນສໍາເລັັັດ 100%); ດ້ານການຕົກລົງ ບັນຫາສໍາຄັນພື້ນຖານຂອງນະຄອນຫລວງ ໄດ້ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງ ເພື່ອພິຈາລະນາຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ(ທົດລອງ) ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍມີຊື່ວ່າ "ຕາແສງຊ້າງມີໄຊ" ປະກອບມີ 24 ບ້ານ ຂອງເມືອງໄຊທານີ ເຊິ່ງເປັນການຮັບຮອງການສ້າງຕັ້ງຕາແສງ ທໍາອິດ ຢູ່ນະຄອນຫລວງ. (ທຽບໃສ່ແຜນການແມ່ນໄດ້ຕາມແຜນການ). ພ້ອມກັນນີ້, ກໍໄດ້ຄົ້ນຄວ້າກະກຽມບັນຫາສໍາຄັນພື້ນຖານ ຂອງນະຄອນຫລວງເຂົ້້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ຈໍານວນ 6 ວຽກງານໃຫຍ່ ເຊິ່ງກອງປະຊຸມຄັ້ງນີ້ ຄາດຄະເນຈະອອກມະຕິຮັບຮອງເອົາ 7 ສະບັບ.



ພ້ອມນີ້
, ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຍັງໄດ້ເອົາໃຈໃສ່ປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ນະຄອນຫລວງ ເປັນຕົ້ນ ໄດ້ສົມທົບກັບສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນ ຫລວງ ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງຮັບຊາບໄດ້ ທັງໝົດ 34 ຈຸດ. ໃນນັ້ນ, ຂັ້ນເມືອງ-ບ້ານ ມີ 29 ຈຸດ, ຂັ້ນນະຄອນຫລວງ 3 ຈຸດ; ຂັ້ນສູນກາງ 2 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງ ທັງໝົດ 5.625 ຄົນ, ຍິງ 1.765 ຄົນ ແລະ ສາມາດເກັບກໍາຄໍາສະເໜີຂອງປະຊາຊົນ ທັງໝົດ 118 ຂໍ້. ໃນນີ້, ຂັ້ນນະຄອນຫລວງ 86 ຂໍ້ ແລະ ຂັ້ນສູນກາງ 32 ຂໍ້ ເຊິ່ງຄໍາສະເໜີທັງໝົດກໍໄດ້ນໍາສົ່ງໃຫ້ ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ແລະ ໄດ້ຮັບການຊີ້ແຈງເປັນລາຍລັກອັກສອນ ຈາກພາກສ່ວນກ່ຽວຂ້ອງ ຈໍານວນ 34 ຂໍ້, ກວມເອົາ 40,12% ຂອງຈໍານວນຄໍາສະເໜີ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.

    • ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດການເມືອງ

      ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດ

      7/30/2025 2:46:51 PM

      ຂປລ. ລັດວິສາຫະກິດໂຮງພິມແຫ່ງລັດ ກໍາເນີດມາຈາກໂຮງພິມລາວອິດສະຫລະ ແມ່ນໂຮງ ພິມແຫ່ງທໍາອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນໂຮງພິມທີ່ຕິດພັນກັບ ຂະບວນການປະຕິວັດ ກໍ​ຄື ຂະ​ບວນການຕໍ່ສູ້ປົດປ່ອຍຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 (ຫ່າງຈາກນີ້ 75 ປີ)

    • ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມການເມືອງ

      ລາວ-ຫວຽດນາມ ຫາລືພັດທະນາເຕັກໂນໂລຊີໂທລະຄົມມະນາຄົມ

      7/30/2025 2:41:24 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການດັັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ແລະ ອົງການດັດສົມໂທລະຄົມມະນາຄົມ ສສ ຫວຽດນາມ (VNTA) ຈັດກອງປະຊຸມວິຊາການກ່ຽວກັບດ້ານນະໂຍບາຍ, ລະບຽບການ ແລະ ການພັດທະນາ ເຕັກໂນໂລຊີໂທ ລະຄົມມະນາຄົມ ປະຈຳປີ 2025

    • ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວການເມືອງ

      ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

      7/30/2025 2:37:05 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

ads
ads

Top