ສື່ມວນຊົນລາວ ເຂົ້າຮ່ວມເວທີສົນທະນາ ການຫັນໄປສູ່ ດີຈິຕອນ

05/08/2025 20:30
Email Print 497
ຂປລ ສື່ມວນຊົນລາວ ທີ່ມາຈາກ ສູນກາງ ແລະ ທ້ອງຖິ່ນ ຈຳນວນ 25 ທ່ານ ໄດ້ເຂົ້າຮ່ວມ ການຝຶກອົບຮົບ ພາຍໃຕ້ຫົວຂໍ້ “ເວທີສົນທະນາ ການຫັນໄປສູ່ ດີຈິຕອນ” ຈັດຂຶ້ນໃນລະຫວ່າງ ວັນທີ 5-7 ສິງຫາ 2025 ຢູ່ໂຮງແຮມ ຄຣາວພລາຊາ (Crowne Plaza) ນະຄອນຫລວງວຽງຈັນ

ຂປລ. ສື່ມວນຊົນລາວ ທີ່ມາຈາກ ສູນກາງ ແລະ ທ້ອງຖິ່ນ ຈຳນວນ 25 ທ່ານ ໄດ້ເຂົ້າຮ່ວມ ການຝຶກອົບຮົບ ພາຍໃຕ້ຫົວຂໍ້ ເວທີສົນທະນາ ການຫັນໄປສູ່ ດີຈິຕອນ ຈັດຂຶ້ນໃນລະຫວ່າງ ວັນທີ 5-7 ສິງຫາ 2025 ຢູ່ໂຮງແຮມ ຄຣາວພລາຊາ(Crowne Plaza) ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະ ໂຄສະນາ ອົບຮົມ ສູນກາງພັກ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ເມກັນ ຈອນ(Megan Jones)ເອກອັກ ຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ວັນໄຊ ຕະວິນຍານ, ໄດ້ຕີລາຄາສູງ ຕໍ່ລັດຖະບານ ກໍຄື ສະຖານທູດ ອົດສະຕຣາລີ ປະຈຳ ສປປ ລາວ ທີ່ໃຫ້ການ ສະໜັບ ສະໜູນ ດ້ານງົບປະມານ ໃຫ້ສຳນັກຂ່າວ ABC ໂດຍສົມທົບກັບ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ຈັດຊຸດຝຶກອົບຮົມ ໃຫ້ນັກຂ່າວລາວ ຊຶ່ງເຫັນວ່າ ມີຄວາມສຳຄັນ ແລະ ສອດຄ່ອງກັບ ຍຸກສະໄໝ ໂດຍມີ ວິທະຍາກອນ ທີ່ເປັນຊ່ຽວຊານ ສະເພາະດ້ານ ຈາກປະເທດ ອົດສະຕຣາລີ, ສປປ ລາວ ແລະ ໄທ ມາແລກປ່ຽນ ບົດຮຽນ ແລະ ນັກຂ່າວ ຜູ້ທີ່ຜະລິດຂ່າວ ວີດີໂອ ໃສ່ເວັບໄຊ ແລະ ສື່ອອນລາຍ ຈາກອົງການສື່ຕ່າງໆ ເຂົ້າຮ່ວມ. ຂະນະທີ່ ປະເທດ ອົດສະຕຣາລີ ແລະ ສປປ ລາວ ມີຄວາມສຳພັນກັນ ຢ່າງເຂັ້ມແຂງ ແລະ ມີການພັດທະນາ ຢ່າງຕໍ່ເນື່ອງ ໂດຍມີ ການຮ່ວມມື ແບບຄູ່ຮ່ວມງານ ທີ່ຄົບຖ້ວນ ແລະ ການຮ່ວມມື ຢ່າງແໜ້ນແຟ້ນ ໃນຫລາຍຂະແໜງການ ເພື່ອປະກອບສ່ວນ ເຂົ້າໃນວຽກງານ ການພັດທະນາ ເສດຖະກິດ, ຄວາມສະຫງົບ, ຄວາມໝັ້ນຄົງ ແລະ ນະໂຍບາຍ ຕ່າງປະເທດ ໂດຍສຸມໃສ່ ການພັດທະນາ ຊັບພະຍາກອນມະນຸດ. ນອກນີ້ ລັດຖະບານ ອົດສະຕຣາລີ ຍັງໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະສືບຕໍ່ ສະໜັບ ສະໜູນ ການພັດທະນາ ຊັບພະຍາກອນມະນຸດ ໃນ ສປປ ລາວ ໂດຍໃຫ້ທຶນການສຶກສາ, ຝຶກອົບຮົມ ໃນໄລຍະສັ້ນ ແລະ ໄລຍະຍາວ ໂດຍສະເພາະ ການຝຶກອົບຮົມຄັ້ງນີ້ ກໍມີ ຫລາຍຫົວຂໍ້ ມາເປັນບົດຮຽນ ໃຫ້ແກ່ ນັກຂ່າວລາວ ສົນທະນາ ເປັນຕົ້ນ ການຫັນໄປສູ່ ດີຈິຕອນ,ຄວາມຍືນຍົງ ຂອງສື່ມວນຊົນ, ການຜະລິດ ເນື້ອໃນ ດິຈີຕອນ ແລະ ການເຮັດຂ່າວ ຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ ດ້ານບັນຍາປະດິດ, ການວິເຄາະ ສື່ສັງຄົມອອນລາຍ ແລະ ສື່ຊະນິດ ຕ່າງໆ ພ້ອມນັ້ນ ທິມງານ ຈັດຝຶກອົບຮົມຄັ້ງນີ້ ຍັງນຳເອົາ ອຸປະກອນ ຈຳນວນໜຶ່ງ ມາໃຫ້ຜູ້ເຂົ້າຮ່ວມ ຝຶກອົບຮົມ ໄດ້ນຳເອົາໄປ ປະຕິບັດຕົວຈິງ ໃນໄລຍະຝຶກອົບຮົມ ແລະ ເອົາໄປໃຊ້ ເຂົ້າໃນວິຊາ ສະເພາະ ຢູ່ອົງການສື່ຂອງຕົນ ທີ່ສັງກັດຢູ່, ຊຶ່ງຈະຊ່ວຍໃຫ້ນັກຂ່າວ ໄດ້ຍົກລະດັບ ຄວາມຮູ້ ຄວາມສາມາດ ກ້າວຂຶ້ນໄປ ທັນກັບ ຍຸກທັນສະໄໝ ແລະ ອອກຂ່າວ ໃຫ້ທັນເວລາ. ສຳລັບ ການເປັນນັກ ຂ່າວ ຕ້ອງເປັນຜູ້ຮອບຮູ້ ເປັນຄົນ ສະດຸງໄວ, ເປັນຄົນຮີ່ນຕອງ ບັນຫາ ຢ່າງຮອບຄອບ ເພາະວ່າ ເປັນຜູ້ນຳເອົາ ຂໍ້ມູນຂ່າວສານ ທີ່ເກີດຂຶ້ນ ໃນແຕ່ລະວັນ ທັງຢູ່ພາຍໃນ  ແລະ ຕ່າງປະເທດ ທີ່ຖືກຕ້ອງ ຊັດເຈນ, ທັນກັບ ກາລະເວລາ ມາເຜີຍແຜ່ ຜ່ານຫລາຍຊ່ອງທາງ ແລະ ຫລາຍລະບົບສື່ສານ ໃຫ້ທຸກຊັ້ນຄົນ ໃນສັງຄົມ ໄດ້ບໍລິໂພກ.

ປີນີ້ ແມ່ນປີສຳຄັນຫລາຍ ສຳລັບ ສປປ ລາວ ເພາະເປັນປີ ຄົບຮອບໃຫຍ່ ຂອງຊາດ ແລະ ຫລາຍອົງການ ໃນນີ້ ລວມທັງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ, ວັນສະຖາປະນາ ສປປ ລາວ ວັນທີ 2ທັນວາ ຄົບຮອບ 50 ປີ, ວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75ປີ./.

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top