ຂປລ
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງ ສະພາບການ ທີ່ກ່ຽວຂ້ອງ ໃນການກະກຽມ ພິທີສວນ ສະໜາມ ທີ່ຈະຈັດຂຶ້ນ ໃນວັນທີ 3 ກັນຍາໜ້ານີ້.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 20 ສິງຫານີ້, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງ ສະພາບການ ທີ່ກ່ຽວຂ້ອງ ໃນການກະກຽມ ພິທີສວນ ສະໜາມ ທີ່ຈະຈັດຂຶ້ນ ໃນວັນທີ 3 ກັນຍາໜ້ານີ້. ໂອກາດນີ້, ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ແຈ້ງໃຫ້ຮູ້ວ່າ: ພິທີ ສວນສະໜາມ ຄັ້ງນີ້ ເປັນພິທີ ສວນສະໜາມ ຄັ້ງທໍາອິດ ພາຍຫລັງ ສປ ຈີນ ຊຸກຍູ້ ຄວາມທັນ ສະໄໝ ແບບຈີນ ເຂົ້າສູ່ການເດີນທາງ ຄັ້ງໃໝ່ ຢ່າງຮອບດ້ານ. ໂຄງສ້າງໃໝ່ ຂອງກ້ອນກໍາລັງ ກອງທັບຈີນ ຈະສະແດງອອກ ຢ່າງລວມສູນ ເປັນຄັ້ງທໍາອິດ, ນອກນີ້, ຍັງຈະສະແດງ ອາວຸດ ຍຸດໂທປະກອນ ຍຸດທະສາດ ທາງບົກ, ທາງນໍ້າ ແລະ ທາງອາກາດ ຂະໜາດໃຫຍ່ ຈໍານວນໜຶ່ງ ເປັນຄັ້ງທໍາອິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL