ອົງຄະນະພັກແຂວງບໍລິຄໍາໄຊ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII

27/08/2025 13:54
Email Print 263
ຂປລ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 26 ສິງຫາ 2025.

ຂປລ. ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 26 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີຖືກເຊີນທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫລວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນເຂົ້າຮ່ວມ.  

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫລອດໄລຍະ 5 ປີ ຜ່ານມາ; ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະ ກອບຄໍາຄິດຄໍາເຫັນຈາກຜູ້ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານລ້ວນແຕ່ສະແດງເຖິງຄວາມເປັນ ເອກະພາບຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ ໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ.  ບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ ແລະ ໄດ້ມີຜົນສໍາເລັດຫລາຍດ້ານຢ່າງສະຫງ່າງາມ, ອັນພົ້ນເດັ່ນແມ່ນສາມາດເຮັດໃຫ້ທົ່ວເເຂວງມີສະຖຽນລະພາບ, ມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ 5,1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 15.249 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 1.923 ໂດລາສະຫະລັດ; ໂຄງປະກອບເສດຖະກິດ ຕາມຂະແໜງ: ກະສິກໍາ-ປ່າໄມ້ ຂະຫຍາຍຕົວ 5,2% ກວມ 35%, ອຸດສາຫະກໍາຂະຫຍາຍຕົວ 2,4% ກວມ 44% ແລະ ການບໍລິການຂະຫຍາຍຕົວ 9,9% ກວມ 21% ຂອງ GDP; ການລົງທຶນບັນລຸເຖິງ 10.899 ຕື້ກີບ ເທົ່າກັບ 145% ຂອງ GDP.  ຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງທີ່ອົງຄະນະພັກແຂວງຍາດມາໄດ້ໃນ 5 ປີຜ່ານມາ ແມ່ນຍ້ອນຄວາມຮັບຜິດຊອບຢ່າງຈິງຈັງຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາປະກອບສ່ວນຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ.

 ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 40 ສະຫາຍ, ຍິງ 5 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ສະໄໝທີ VIII ໄດ້ເປັນເອກະສັນຢ່າງ ສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 11 ສະຫາຍ. ໃນນັ້ນ, ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ສອນທະນູ ທຳມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳແຫວນ ປັນຍານຸວົງ ແລະ ສະຫາຍ ເລື່ອນວິໄລ ຈັນທະລາພັນ  ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ພັນໂທ ສົມສົດ ແສງອາພອນ ເປັນປະທານກວດກາພັກແຂວງ, ສະຫາຍ ຄໍາຕັນ ສີສົມຈິດ, ສະຫາຍ ສົມພຽນ ສອນພາ, ສະຫາຍ ຄໍາໃສ ຄໍາພູບານ, ສະຫາຍ ທະນູວັນ ວົງມະນີ ເປັນຮອງປະທານກວດກາ. ພ້ອມນີ້, ກອງປະຊຸມຍັງໄດ້ປອນບັດຄັດເລືອກ ເອົາຜູ້ແທນສົມບູນຈຳນວນ 24 ສະຫາຍ ແລະ ສຳຮອງ 4 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.

      ໂອກາດດັ່ງກ່າວ, ສະຫາຍ ນາງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫລາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະພາບພາຍໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງບໍລິຄໍາໄຊໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຂ່າວ-ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top