ກອງປະຊຸມຖະແຫລງຂ່າວອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ

27/08/2025 14:27
Email Print 221
ຂປລ ກອງປະຊຸມ ຖະແຫລງຂ່າວ ຂອງອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ໃນວັນທີ 26 ສິງຫານີ້ ໄດ້ໃຫ້ຮູ້ວ່າ: ກອງປະຊຸມເວທີ ປຶກສາຫາລື ການຫັນມໍລະດົກ ທາງວັດທະນະທຳ ເປັນ ດີຈີຕອນ ຂອງກອງປະຊຸມອິນເຕີ ເນັດໂລກ 2025 ຈະຈັດການວາງສະແດງ ໂຄງການດີເດັ່ນ ຂອງການຫັນ ມໍລະດົກ ທາງວັດທະ ນະທຳ ເປັນດີຈີຕອນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມ ຖະແຫລງຂ່າວ ຂອງອົງການສາກົນ ຂອງກອງປະຊຸມ ອິນເຕີເນັດໂລກ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ໃນວັນທີ 26 ສິງຫານີ້ ໄດ້ໃຫ້ຮູ້ວ່າ: ກອງປະຊຸມເວທີ ປຶກສາຫາລື ການຫັນມໍລະດົກ ທາງວັດທະນະທຳ ເປັນດີຈີຕອນ ຂອງກອງປະຊຸມອິນເຕີ ເນັດໂລກ 2025 ຈະຈັດການວາງສະແດງ ໂຄງການດີເດັ່ນ ຂອງການຫັນ ມໍລະດົກ ທາງວັດທະ ນະທຳ ເປັນດີຈີຕອນ, ພ້ອມທັງ ເຜີຍແຜ່ ຕົວແບບ ການຫັນມໍລະດົກ ທາງວັດທະນະທຳເປັນດີຈີຕອນ ຂອງກອງປະຊຸມ ອິນເຕີເນັດໂລກ ເພື່ອສະແດງໃຫ້ເຫັນຜົນສຳເລັດຫລ້າສຸດ ແລະ ບົດຮຽນຈາກ ການປະຕິບັດຕົວຈິງ ຂອງຂົງເຂດ ການຫັນມໍລະດົກ ທາງວັດທະນະທຳ ເປັນດີຈີຕອນທົ່ວໂລກ. ທ່ານ ເຢີນສຽນຫລຽງ, ເລຂາທິການ ກອງປະຊຸມ ອິນເຕີເນັດໂລກ ໄດ້ໃຫ້ຮູ້ ໃນກອງປະຊຸມ ຖະແຫລງ ຂ່າວວ່າ: ນອກຈາກ ພິທີເປີດແລ້ວ, ກອງປະຊຸມເວທີປຶກສາຫາລືຄັ້ງນີ້ ຈະປີ່ນອ້ອມ4ຫົວຂໍ້ ຄື: ການອະນຸລັກ ແລະ ສືບທອດ, ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່, ອຸດສາຫະກຳ ແລະ ການສ້າງຄວາມ ສາມາດ, ການເປີດປະຕູ ແລະ ການຮ່ວມກັນ ຄຸ້ມຄອງ ເພື່ອດຳເນີນການສົນທະນາ ແລະ ການແລກປ່ຽນ ຄວາມຄິດຄວາມເຫັນ, ຄົ້ນຫາວິທີໃໝ່ ແລະ ຊ່ອງທາງໃໝ່ ທີ່ການຫັນເປັນ ດີຈີຕອນ ສ້າງຄວາມ ສາມາດ ໃຫ້ແກ່ ການອະນຸລັກ ມໍລະດົກ ທາງວັດທະນະທຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top