25 ປະເທດ ປະກາດໂຈະການສົ່ງພັດສະດຸໄປສະນີໄປ ສ.ອາເມລິກາ

27/08/2025 15:14
Email Print 259
ຂປລ ຕາມ​ສະ​ຖິ​ຕິ ​ຂອງ​ສະ​ຫະ​ພັນ​ ໄປ​ສະ​ນີ​​ ສາ​ກົນ ຂອງ​ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​​ເປີດ​ເຜີຍ ​ໃນ​ວັນ​ທີ 26 ສິງ​ຫາ​ນີ້ວ່າ ຍ້ອນ​ຄວາມ​ບໍ່​ແນ່ນອນ​ ທີ່​ກ່ຽວ​ຂ້ອງ​ກັບ​ ການ​ບໍ​ລິ​ການ​ ດ້ານ​ການ​ຂົນ​ສົ່ງ ພາຍ​ໃຕ້​ລະບຽບ​ການ​ໃໝ່​ຂອງ​ ສ.ອາ​ເມ​ລິ​ກາ ​ພົ້ນ​ເດັ່ນ​ຂຶ້ນ, ປັດ​ຈຸ​ບັນ, ມີ 25 ປະ​ເທດ ​ສະ​ມາ​ຊິກ​ ຂອງ​ອົງ​ການ ສະ​ຫະ​ ປະ​ຊາ​ຊາດ ​ ​ໄດ້​ປະ​ກາດ​ໂຈະ ການ​ສົ່ງ​​ພັດ​ສະ​ດຸ ໄປ​ສະ​ນີ​ໄປ ສ.​ອາ​ເມ​ລິ​ກາ​.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຕາມ​ສະ​ຖິ​ຕິ ​ຂອງ​ສະ​ຫະ​ພັນ​ ໄປ​ສະ​ນີ​​ ສາ​ກົນ ຂອງ​ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​​ເປີດ​ເຜີຍ ​ໃນ​ວັນ​ທີ 26 ສິງ​ຫາ​ນີ້ວ່າ ຍ້ອນ​ຄວາມ​ບໍ່​ແນ່ນອນ​ ທີ່​ກ່ຽວ​ຂ້ອງ​ກັບ​ ການ​ບໍ​ລິ​ການ​ ດ້ານ​ການ​ຂົນ​ສົ່ງ ພາຍ​ໃຕ້​ລະບຽບ​ການ​ໃໝ່​ຂອງ​ ສ.ອາ​ເມ​ລິ​ກາ ​ພົ້ນ​ເດັ່ນ​ຂຶ້ນ, ປັດ​ຈຸ​ບັນ, ມີ 25 ປະ​ເທດ ​ສະ​ມາ​ຊິກ​ ຂອງ​ອົງ​ການ ສະ​ຫະ​ ປະ​ຊາ​ຊາດ ​ ​ໄດ້​ປະ​ກາດ​ໂຈະ ການ​ສົ່ງ​​ພັດ​ສະ​ດຸ ໄປ​ສະ​ນີ​ໄປ ສ.​ອາ​ເມ​ລິ​ກາ​. ຝ່າຍ​ທາງ​ການ​ໄປ​ສະ​ນີ ​ຣັດ​ເຊຍ​ ເປີດ​ເຜີຍ​ວ່າ: ຍ້ອນ​ບັນ​ຫາ​ດ້ານ​ພາ​ສີ, ​ໄປ​ສະ​ນີ​ຣັດ​ເຊຍ ຈະ​ໂຈະ​ການ​ບໍ​ລິ​ການ ສົ່ງ​ສິນ​ຄ້າ​ໄປ ສ.​ອາ​ເມ​ລິ​ກາ ໃນວັນດຽວກັນ, ​ແຕ່ການ​ບໍ​ລິ​ການ ​​ສົ່ງ​ຈົດ​ໝາຍ ​ທຳ​ມະ​ດາ​ ຈະ​ບໍ່​ຖືກ​ກະ​ທົບ​ກະ​ເທືອນ. ອົງ​ການ​ໄປ​ສະ​ນີ​ ຂອງຫລາຍ​ປະ​ເທດ ​ເອີ​ຣົບ ເຊັ່ນ: ຝ​ຣັ່ງ, ເຢຍ​ລະ​ມັນ ແລະ ອີ​ຕາ​ລີ, ລວມ​ທັງ ອົດ​ສະ​ຕ​ຣາ​ລີ, ອິນ​ເດຍ, ຍີ່​ປຸ່ນ, ໄທ ແລະ ສິງ​ກະ​ໂປ ​ຕ່າງ​ໄດ້​ປະ​ກາດ​ໂຈະ​ ການ​ສົ່ງ​​ພັດ​ສະ​ດຸ​ໄປ​ ສ.ອາ​ເມ​ລິ​ກາ.ຂະນະທີ່ ອາ​ເມ​ລິ​ກາ​ ຕົກ​ລົງ​ຍົກ​ເວັ້ນ​ ການ​ປອດ​ພາ​ສີ ​ຕໍ່​​ພັດ​ສະ​ດຸ​ນຳ​ເຂົ້າ​ ທີ່​ມີ​ມູນ​ຄ່າ 800 ໂດ​ລາສະຫະລັດ ແລະ ຕ່ຳ​ກວ່າ 800 ໂດ​ລາສະຫະລັດ ແຕ່​ວັນ​ທີ 29 ສິງ​ຫາ​ນີ້ ​ເປັນ​ຕົ້ນ​ໄປ. ເມື່ອ​ຮອດ​ເວ​ລາ​ນັ້ນ, ​ພັດ​ສະ​ດຸ​ໄປ​ສະ​ນີ​ເຫລົ່າ​ນີ້ ທີ່​ຖືກ​ສົ່ງ​ເຂົ້າ​ ສ.ອາ​ເມ​ລິກາ​ ຈະ​ຕ້ອງ​ເສຍ​ພາ​ສີ ເຕັມອັດ​ຕາ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top