ຄອບຄົວກປະສົບໄພຢູ່ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອ

27/08/2025 13:05
Email Print 190
ຂປລ ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ຮ່ວມກັບຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຫ້ວຍຊາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົານໍ້າດື່ມ, ເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ລວມມູນຄ່າ 5.950.000 ກີບ ພ້ອມດ້ວຍເງິນສົດ 15 ລ້ານກີບ ໄປມອບໃຫ້ຜູ້ປະສົບອັກຄີໄພໄຟໄໝ້ເຮືອນປະຊາຊົນ.

     ຂປລ. ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທ່ານ  ວັນນະສອນ ໂພທິປັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ຮ່ວມກັບຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຫ້ວຍຊາຍ  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ  ໄດ້ນໍາເອົານໍ້າດື່ມ, ເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ລວມມູນຄ່າ 5.950.000 ກີບ ພ້ອມດ້ວຍເງິນສົດ 15 ລ້ານກີບ ໄປມອບໃຫ້ຜູ້ປະສົບອັກຄີໄພໄຟໄໝ້ເຮືອນປະຊາຊົນ ແລະ 5 ລ້ານກີບ ໃຫ້ເຮືອນໃກ້ຄຽງທີ່ຖືກໄພໄໝເລັກນ້ອຍ ເພື່ອເປັນການແບ່ງເບົາພາລະ ແລະ ຊຸກຍູ້ຈິດໃຈໃຫ້ຜູ້ປະສົບໄພໃນຄັ້ງນີ້.

    ຜູ້ຕາງໜ້າຈາກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງຫ້ວຍຊາຍ ໄດ້ລາຍງານວ່າ:  ຫ້ອງການ ຮສສ ເມືອງ ໄດ້ສົມທົບກັບໜ່ວຍງານປກສ ແຂວງ ຕ້ານ ແລະ ສະກັດກັ້ນ ອັກຄີໄພ ແລະ ອົງການປົກຄອງບ້ານ ລົງກວດກາ ແລະ ເກັບກໍາ ຂໍ້ມູນໃນເບື້ອງຕົ້ນ ເຫດໄຟໄໝ້ເຮືອນຂອງປະຊາຊົນ ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ຈາກການໃຫ້ຂໍ້ມູນຂອງຜູ້ເຫັນເຫດການໃຫ້ຮູ້ວ່າ: ໃນເວລາ 21 ໂມງ 00 ນາທີ ໄດ້ມີກິ່ນເໝັນຄ້າຍຄືກິ່ນຈູດຢາງເຮືອນໃກ້ຄຽງກໍໄດ້ຊອກຫາກິ່ນດັ່ງກ່າວ ແຕ່ບໍ່ພົບເຫັນມາຮອດຕອນເຊ້ົາເວລາ 5 ໂມງ 7 ນາທີຂອງ ວັນທີ 22 ສິງຫາ 2025 ໄດ້ເກີດມີກະແສໄຟລຸກຂຶ້ນອອກມາຈາກໃນເຮືອນຂອງ ນາງ ຈັນທະລີ ຈາກນັ້ນຄົນທີ່ຢູ່ເຮືອນໃກ້ຄຽງໄດ້ເອີ້ນກັນມາຊ່ວຍດັບໄຟ ພ້ອມທັງໂທຫາລົດດັບເພີງ ເນື່ອງຈາກຈຸດເກີດເຫດເປັນເຂດຊຸມຊົນແອອັດ ເຮືອນຕິດກັນຫລາຍຫລັງ ເຮັດໃຫ້ກະແສໄຟລຸກລາມແຮງ ແຕ່ບໍ່ສາມາດເຂົ້າໄປໃນເຮືອນໄດ້ ເນື່ອງຈາກເຈົ້າຂອງເຮືອນບໍ່ຢູ່ໄປຕ່າງແຂວງ,  ເມື່ອລົດດັບເພີງມາຮອດເຮືອນຫລັງເກີດເຫດກໍໄດ້ໄໝ້ໝົດແລ້ວ,  ແຕ່ສາມາດຊ່ວຍຄວບຄຸມບໍ່ໃຫ້ໄຟລຸກລາມເປັນວົງກວ້າງ. ຈາກເຫດການດັ່ງກ່າວ ເຮັດໃຫ້ເຮືອນໄດ້ຮັບຄວາມເສຍຫາຍ 4 ຫລັງ ໃນນີ້, 3 ຫລັງແມ່ນເຈົ້າຂອງດຽວ ເປັນເຮືອນຂອງນາງ ຈັນທະລີ ອາຍຸ 64 ປີ, ອາຊີບປະຊາຊົນ, ສັນຊາດລາວ,  ບ້ານໃຫຍ່ຫ້ວຍຊາຍເໜືອ ໄດ້ຮັບຄວາມເສຍຫາຍ 3 ຫລັງ, ເຮືອນຫລັງທີ1 ເປັນເຮືອນ 2 ຊັ້ນ, ຊ້ັນເທິງເປັນໄມ້ ເປັນຫລັງທ່ີເກີດເຫດເສຍຫາຍ100%, ເຮືອນຫລັງທີ 2  ເປັນເຮືອນສາມຊັ້ນ ເສຍຫາຍເລັກນ້ອຍ ແລະ ເຮືອນຫລັງທີ 3 ເປັນ ເຮືອນຊັ້ນດຽວ ເສຍຫາຍເລັກນ້ອຍ  ແລະ ໄຟໄດ້ລາມໄໝ້ເຮືອນໃກ້ຄຽງ ໄດ້ຮັບຄວາມເສຍຫາຍເລັກນ້ອຍເປັນ ເຮືອນຂອງ ນາງ ອ່ອນ, ອາຍຸ 38 ປີ,  ເປັນເຮືອນ 2 ຊັ້ນ, ຊັ້ນເທິງເປັນໄມ້.

   ສ່ວນສາເຫດເກີດອັກຄີໄພ ແລະ ມູນຄ່າຄວາມເສຍຫາຍ ໃນຄັ້ງນ້ີຍັງຢູ່ຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ພາຍຫລັງໄດ້ຂໍ້ມູນລະ ອຽດຈາກພາກສ່ວນກ່ຽວຂ້ອງຈະລາຍງານເພີ່ມຕື່ມພາຍຫລັງ.

ຂ່າວ: ຄໍາເພັງ ສີສະຫວ່າງ

KPL

ຂ່າວອື່ນໆ

ads
ads

Top