ປະຊາຊົນ ເຂດບ້ານຈັດສັນເມືອງນາແລ ໄດ້ຮັບແນວພັນງົວ

27/08/2025 12:58
Email Print 184
ຂປລ ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ມອບແນວພັນງົວ 16 ໂຕ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້າ ນໍ້າທາ 1 ເຂດຈັດສັນນາແລ ບ້ານພູຄາໃໝ່ ເມືອງນາແລ ແຂວງຫລວງນ້ຳທາ

      ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ມອບແນວພັນງົວ 16 ໂຕ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້າ ນໍ້າທາ 1 ເຂດຈັດສັນນາແລ ບ້ານພູຄາໃໝ່ ເມືອງນາແລ ແຂວງຫລວງນ້ຳທາ (ຄອບຄົວລະ 8 ໂຕ) ໃນວັນທີ 22 ສິງຫາ 2025 ຕາງໜ້າມອບໂດຍ ທ່ານ ບຸນທອນ ສີສະຫັວນ ເລຂາພັກເມືອງນາແລ, ມີຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງຍົກຍ້າຍຈັດສັນ ແຂວງຫລວງນໍ້າທາ, ຫ້ອງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນບ້ານພູຄາໃໝ່ເຂົ້າຮ່ວມ. ທ່ານ ບຸນມີ ແສງວິໄຊ ຫົວໜ້າໂຄງການຟື້ນຟູຊີວິດການເປັນຢູ່ ພາກສະໜາມໂຄງການເຂື່ອນໄຟຟ້ານໍ້າທາ 1 ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຕາມແຜນການ 4 ປີ (2025-2028) ທີມງານໄດ້ວາງແຜນປະຕິບັດວຽກອອກເປັນ 4 ປີຄື: ປີ 2025 ໄດ້ກໍານົດເອົາ 3 ບ້ານ ເຊັ່ນ: ບ້ານວາດ, ວຽງໃໝ່ ແລະ ພູຄາໃໝ່; ປີ 2026 ໄດ້ກໍານົດເອົາ 4 ບ້ານ ເຊັ່ນ: ບ້ານໜອງຄໍາ, ນາແລ, ບ້ານເປືອນ ແລະ  ຫາດຮັບ; ປີ 2027 ໄດ້ກໍານົດເອົາ  2 ບ້ານ ເຊັ່ນ: ບ້ານຄອນຄໍາ ແລະ  ສາຍນໍ້າທີບ; ປີ 2028 ໄດ້ກໍານົດເອົາ 3 ບ້ານ ເຊັ່ນ: ບ້ານລອງແຄນ, ສາງແຫນ ແລະ ຕາວັນ, ເຊິ່ງກິດຈະກໍາສ່ວນໃຫຍ່ໄດ້ເນັ້ນໃສ່ເພື່ອການຜະລິດເປັນອາຊີບ, ເປັນການສ້າງລາຍຮັບ ແລະ ກິດຈະກໍາທີ່ເໝາະກັບສະພາບຂອງແຕ່ລະບ້ານໃນນີ້, ສະເພາະການຈັດຕັ້ງປະຕິບັດໃນປີ 2025 ປະກອບມີ 3 ບ້ານ (ບ້ານວາດ, ວຽງໃໝ່ ແລະ ພູຄາໃໝ່) ທີ່ສົ່ງເສີມການລ້ຽງງົວ 66 ຄອບຄົວ, ສໍາເລັດການສະໜອງແນວພັນງົວໃຫ້ 23 ຄອບຄົວ (ຄອບຄົວລະ 2 ໂຕ) ສວນທີ່ເຫລືອແມ່ນຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນເດືອນກັນຍາ 2025, ສົ່ງເສີມການລ້ຽງແບ້ 62 ຄອບຄົວຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນເດືອນຕຸລາ-ພະຈິກ 2025 ແລະ ສົ່ງເສີມການລ້ຽງໄກ່ 14 ຄອບຄົວສໍາເລັດ 100% ພ້ອມທັງຝຶກອົບຮົມດ້ານເຕັກນິກການລ້ຽງສັດປີກ, ການລ້ຽງງົວ, ການລ້ຽງແບ້ 2 ຄັ້ງ ແລະ ສໍາເລັດ 100%, ຈັດຕັ້ງກອງທຶນສັດຕະວະ ແພດປະຈໍາບ້ານ 3 ບ້ານ, 3 ກອງ ທຶນສໍາເລັດ 100%. ນອກນັ້ນ, ຍັງ ຈະສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາທ່ີ ເປັນຂອງບ້ານເຊັ່ນ: ການຈັດສັນດິນ ຄັງລ້ຽງສັດຂອງບ້ານ, ການຈັດສັນ ດິນຊັບພະຍາກອນຂອງບ້ານ ຈັດທັດສະນະສຶກສາແລກປ່ຽນບົດຮຽນ ດ້ານການຜະລິດເປັນສິນຄ້າໃຫ້ແກ່ປະຊາຊົນພາຍໃນບ້ານດັ່ງກ່າວ.

     ໃນໂອກາດນີ້, ທ່ານ ບຸນທອນ  ສີສະຫັວນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ບໍລິສັດ ໃນການຟື້ນຟູຍົກຍ້າຍຈັດສັນພໍ່ເເມ່ປະຊາຊົນທີ່ຖືກຜົນກະທົບໃນໄລຍະຜ່ານມາ ໃນເຂດໜ້າເຂື່ອນໄຟຟ້າ ນໍ້າທາ 1  ຈົນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນໃນລະດັບໜຶ່ງ  ພ້ອມທັງຮຽກຮ້ອງມາຍັງຄອບຄົວຜູ້ທ່ີໄດ້ຮັບແນວພັນສັດໃນຄ້ັງນ້ີ ໃຫ້ນໍາເອົາສັດລ້ຽງຂອງຕົນ, ເພື່ອລ້ຽງ  ຫລື ຂະຫຍາຍພັນໃຫ້ແພ່ຂະຫຍາຍເປັນເສດຖະກິດໜຶ່ງ ທີ່ສ້າງລາຍຮັບສູ່ຄອບຄົວ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ອຸດົມສຸກ ວັນສະໝອນ

KPL

ຂ່າວອື່ນໆ

ads
ads

Top