ຂປລ
ມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບປະເທດສະມາຊິກ ອົງການຮ່ວມມື ຊຽງໄຮ້ ໄດ້ສ້າງສະຖິຕິໃໝ່ ໃນປະຫວັດສາດ ຄື ປີ 2024 ມູນຄ່າການຄ້າ ລະຫວ່າງ ສປ ຈີນກັບປະເທດ ສະມາຊິກອື່ນ ຂອງອົງການຮ່ວມມື ຊຽງໄຮ້ ມີປະມານ 512,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີ 2023.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 27 ສິງຫານີ້, ໃນກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ການຮ່ວມມື ເສດຖະກິດ ການຄ້າ ຂອງອົງການ ຮ່ວມມື ຊຽງໄຮ້ ທີ່ຈັດຂຶ້ນ ໂດຍກະຊວງການຄ້າຈີນ, ທ່ານ ຫລີງ ຈີ່, ຮອງລັດຖະມົນຕີກະຊວງການຄ້າຈີນ ໃຫ້ຮູ້ວ່າ ມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບປະເທດສະມາຊິກ ອົງການຮ່ວມມື ຊຽງໄຮ້ ໄດ້ສ້າງສະຖິຕິໃໝ່ ໃນປະຫວັດສາດ ຄື ປີ 2024 ມູນຄ່າການຄ້າ ລະຫວ່າງ ສປ ຈີນກັບປະເທດ ສະມາຊິກອື່ນ ຂອງອົງການຮ່ວມມື ຊຽງໄຮ້ ມີປະມານ 512,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີ 2023. ນັບມາຮອດ ເດືອນກໍລະກົດປີ 2025, ມູນຄ່າການລົງທຶນ ຂອງ ສປ ຈີນ ຢູ່ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ມີຫລາຍກວ່າ 84 ຕື້ໂດລາສະຫະລັດ, ຂົງເຂດ ການຮ່ວມມື ໄດ້ເປີດກວ້າງຈາກ ນ້ຳມັນ ແລະ ອາຍແກັສ, ບໍ່ແຮ່, ອຸດສາຫະກຳຜະລິດ ແລະ ປຸງແຕ່ງເຄື່ອງຈັກ, ການກໍ່ສ້າງ ພື້ນຖານໂຄງລ່າງ ໄປສູ່ຂົງເຂດໃໝ່ເຊັ່ນ: ເສດຖະກິດດິຈິຕອນ, ການພັດທະນາສີຂຽວ ແລະ ອື່ນໆ. ວິສາຫະກິດຈີນ ໄດ້ສ້າງຕັ້ງວິສາຫະກິດ ຢູ່ປະເທດສະມາຊິກອື່ນ ຫລາຍກວ່າ 3000 ແຫ່ງ, ສະເລ່ຍແລ້ວ ໄດ້ສ້າງຕຳແໜ່ງ ວຽກເຮັດ ງານທຳ ຫລາຍກວ່າ 2 ແສນຕຳແໜ່ງຕໍ່ປີ. ນອກນີ້, ປີ 2024, ມູນຄ່າ ຕະຫລາດ ຂາຍຍ່ອຍ ຜ່ານທາງອິນເຕີເນັດ ຂອງປະເທດ ສະມາຊິກ ອົງການຮ່ວມມື ຊຽງໄຮ້ ຫລາຍກວ່າ 3.200 ຕື້ໂດລາສະຫະລັດ, ສິນຄ້າທີ່ ສປ ຈີນນຳເຂົ້າ ຈາກປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ຜ່ານການຄ້າ ເອເລັກໂຕຣນິກ ໄດ້ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL