ຫລາຍພາກສ່ວນ ເຂົ້າອວຍພອນກົງສຸນໃຫຍ່ຫວຽດນາມ ປະຈໍາພາກໃຕ້ລາວ ໃນໂອກາດວັນຊາດຫວຽດນາມ

28/08/2025 13:24
Email Print 237
ຂປລ ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 26 -​ 27 ສິງຫາ 2025​, ການນຳແຂວງຈຳປາສັກ ນຳໂດຍ ສະຫາຍ ສາຍທອງ​ ໄຊຍະວົງ​ ຮອງເລຂາຄະນະ​ບໍລິຫານ​ງານ​ພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ເຂົ້າອວຍພອນ ສະຫາຍ ນາງ​ ຕະ​ ເຟືອງ​ ຢຸ້ງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 - 2/9/2025​)..

     ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 26 -​ 27 ສິງຫາ 2025​, ການນຳແຂວງຈຳປາສັກ ນຳໂດຍ ສະຫາຍ ສາຍທອງ​ ໄຊຍະວົງ​ ຮອງເລຂາຄະນະ​ບໍລິຫານ​ງານ​ພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ເຂົ້າອວຍພອນ ສະຫາຍ ນາງ​ ຕະ​ ເຟືອງ​ ຢຸ້ງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 - 2/9/2025​).

     ໂອກາດນີ້, ສະຫາຍ ສາຍທອງ​ ໄຊຍະວົງ​ ໄດ້ຕາງໜ້າໃຫ້ຄະນະພັກ​-ອົງການປົກຄອງ ຕະຫລອດຮອດປະຊາຊົນບັນດາເຜົ່າໃນແຂວງຈຳປາສັກ​ ໄດ້ກ່າວຄໍາອວຍພອນອັນປະເສີດ ມາຍັງ ສະຫາຍ​ ນາງ​ ຕະ​ ເຟືອງ​ ຢຸ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແລະ ຜ່ານ​ກົງສຸນ​ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຊຶ່ງຄະນະພັກ-ອົງ​ການປົກຄອງ​ແຂວງ​ຈໍາປາສັກ​ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະເວລາ 80 ປີ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໄດ້ນຳພາປະຊາຊົນຫວຽດນາມດຳເນີນພາລະກິດປົດປ່ອຍ ແລະ ທ້ອນໂຮມປະເທດຊາດ ຍາດໄດ້ໄຊຊະນະມາສູ່ປະຊາຊົນຢ່າງສົມບູນ ແລະ ດຳເນີນພາລະກິດປ່ຽນໃໝ່ໃນການສ້າງສາພັດທະນາປະເທດຊາດຂອງຕົນຢ່າງວ່ອງໄວ,​ ເສດຖະກິດຂະຫຍາຍຕົວ ແລະ ເຂັ້ມແຂງຢູ່ໃນພາກພື້ນ ແລະ ສາກົນ. ພ້ອມນີ້ ກໍໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍກົງສຸນໃຫຍ່ພ້ອມດ້ວຍຄະນະ ໃນການປະສານງານການພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ​-ຫວຽດນາມ ເວົ້າລວມ,​ ເວົ້າ​ສະເພາະ ແຂວງຈໍາປາສັກ ກັບ ບັນດາແຂວງ,​ ນະຄອນພາກກາງ​-ພາກໃຕ້​ຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ.

    ສະຫາຍ​ ນາງ​ ຕະ​ ເຟືອງ​ ຢຸ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນອັນປະເສີດ ແລະ ຕີລາຄາສູງຕໍ່ຄະນະພັກ​-ອົງການປົກຄອງແຂວງຈຳປາສັກ ໃນການນໍາພາ​-ຊີ້ນຳການພັດທະນາເສດຖະກິດ-ສັງຄົມຂອງແຂວງ​ ແລະ​ ການກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນ​ອົງຄະນະພັກ​ແຂວງ​ຈໍາປາສັກ​ ຄັ້ງທີ​ IX​ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ການພົວພັນຮ່ວມມື ລະຫວ່າງ​ ແຂວງຈຳປາສັກ ກັບ ບັນດາແຂວງ ພາກກາງ​-ພາກໃຕ້ຂອງ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ​ ສອງຊາດ ຫວຽດນາມ​-ລາວ ແລະ ຍັງຢັ້ງຍືນວ່າ ພາຍຫລັງທີ່ ສສ ຫວຽດນາມ​ ມີການໂຮມຫລາຍແຂວງເຂົ້າກັນແລ້ວ​ ກໍຈະສືບຕໍ່ໃນການປະສານງານ​ການພົວພັນຮ່ວມມື, ປະກອບສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອ,​ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ​-ຫວຽດນາມ​ ເວົ້າ​ລວມ​, ເວົ້າ​ສະເພາະ ​ແຂວງຈໍາປາສັກ ກັບ ບັນດາແຂວງ, ນະຄອນ ພາກກາງ​-ພາກໃຕ້​ ຂອງ ສສ ຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ການພົວພັນຮ່ວມມືແຕ່ລະດ້ານທີ່ເຮັດໄດ້ດີແລ້ວ ກໍຈະໄດ້ສືບຕໍ່ຜັນຂະຫຍາຍ,​ ສ່ວນການພົວພັນຮ່ວມມືວຽກໃດທີ່ບໍ່ທັນມີໃນເນື້ອໃນບົດບັນທຶກການພົວພັນຮ່ວມມື ກໍຈະຊຸກຍູ້ໃຫ້ເພີ່ມຕື່ມໃສ່ ແລະ​ ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ​ ລະຫວ່າງ​ ສອງຊາດ ລາວ​ - ຫວຽດນາມ ຈົ່ງເຕີບໃຫຍ່​ຂະຫຍາຍ​ຕົວ,​ ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ.

    ໃນໄລຍະ​ດຽວກັນ,​ ການນໍາ​ຂອງສະມາຄົມ​ມິດຕະພາບ​ ລາວ​ -​ ຫວຽດນາມ​ ແຂວງຈໍາປາສັກ,​ ການນໍາຂົງເຂດການເມືອງ,​ ຂົງເຂດວັດທະນະທໍາ-​ສັງຄົມ,​ ​ຂົງເຂດ​ເສດຖະກິດ,​ ຂົງເຂດປ້ອງການຊາດ-​ປ້ອງກັນ​ຄວາມ​ສະຫງົບ,​ ອົງການຈັດຕັ້ງມະຫາຊົນ,​ ຂົງເຂດນິຕິບັນຍັດ,​ ຍຸຕິທໍາ,​ ຕຸລາການ,​ ການນໍາ​ນະຄອນປາກເຊ​ ແລະ​ ການນໍາ​ເມືອງທີ່ມີເງື່ອນໄຂ ລວມທັງໝົດ​ 30​ ຄະນະ​ ກໍໄດ້ເຂົ້າອວຍພອນກົງສຸນໃຫຍ່ແຫ່ງ ສສ​ ຫວຽດນາມ​ ປະຈຳ​ 4​ ແຂວງ​ພາກໃຕ້​ລາວ​ ເຊັ່ນກັນ.​

ຂ່າວ-ພາບ​: ທູນທອງໃຈ

KPL

ຂ່າວອື່ນໆ

ads
ads

Top