ຊີເອັມຈີ ເລີ່ມລາຍງານຂ່າວ ກອງປະຊຸມສຸດຍອດ ອົງການຮ່ວມມືຊຽງໄຮ້ ຢູ່ນະຄອນທຽນສິນຢ່າງຮອບດ້ານ

28/08/2025 16:04
ຂປລ ກອງ​ປ​ະ​ຊຸມ​ສຸດຍອດ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ປີ 2025 ຈະ​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ທຽນ​ສິນ ລະຫວ່າງ ​ວັນ​ທີ 31 ສິງ​ຫາ ຮອດ ວັນ​ທີ 1 ກັນ​ຍາ 2025. ວິ​ທະ​ຍຸ​ ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ໄດ້​ສົ່ງ​ພະ​ນັກ​ງານ ຫລາຍກວ່າ 760 ຄົນ

ຂປລ.ກອງ​ປ​ະ​ຊຸມ​ສຸດຍອດ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ປີ 2025 ຈະ​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ທຽນ​ສິນ ລະຫວ່າງ ​ວັນ​ທີ 31 ສິງ​ຫາ ຮອດ ວັນ​ທີ 1 ກັນ​ຍາ 2025. ວິ​ທະ​ຍຸ​ ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ໄດ້​ສົ່ງ​ພະ​ນັກ​ງານ ຫລາຍກວ່າ 760 ຄົນ, ໃນ​ນັ້ນ​ ລວມ​ມີ​ຄະ​ນະ​ຮັບ​ຜິດ​ຊອບ ​ລາຍ​ງານ​ຂ່າວ, ​ຄະ​ນະໂຄ​ສົກ ​ດ້ວຍ​ຫລາຍ​ພາ​ສາ, ​ຄະ​ນະແປ​ພາ​ສາ, ​ຄະ​ນະ​ຖ່າຍ​ທຳ​ລາຍ​ການ​ສິ​ລະ​ປະ ແລະ​ ອື່ນໆ​​ ໂດຍ​ນຳ​ໃຊ້​ທ່າ​ແຮງ ​ດ້ານ​ການ​ເຊື່ອມ​ໂຍງ ວິ​ທະ​ຍຸ ໂທ​ລະ​ພາບ ແລະ ສື່​ໃໝ່ ພ້ອມ​ດ້ວຍ​ທ່າ​ແຮງ​ ໃນ​ການ​ເຜີຍ​ແຜ່ ​ຂ່າວ​ສານ ​ຕໍ່​ຕ່າງ​ປະ​ເທດ​ ດ້ວຍຫລາຍ​ພາ​ສາ, ປ​ະ​ສານ​ສົມ​ທົບ​ໃນ​ທຸກ​ດ້ານ ແລະ ຫລາຍ​ເວ​ທີ​ ຢ່າງ​​ກົມ​ກຽວກັນ ເພື່ອຮັບ​ປະ​ກັນ ​ການ​ລາຍ​ງານ​ຂ່າວ ກອງ​ປະ​ຊຸມ​ສຸດຍອດ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ​ຢູ່​ນະ​ຄອນ​ທຽນ​ສິນ ​ໃນ​ລະ​ດັບ​ສຸດຍອດ​ ຂອງ​ສາ​ກົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top