ຂປລ
ສູນຂ່າວ ກິດຈະກຳ ລະນຶກສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ຄັ້ງທຳອິດ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 28 ສິງຫານີ້, ສູນຂ່າວ ກິດຈະກຳ ລະນຶກສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ຄັ້ງທຳອິດ.ໃນກອງປະຊຸມ, ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ໃຫ້ຮູ້ວ່າ: ປະມຸກລັດ ແລະ ຜູ້ນຳລັດຖະບານຈາກ 26 ປະເທດ ຈະເຂົ້າຮ່ວມ ກິດຈະກຳຄັ້ງນີ້. ເພື່ອນມິດສາກົນ ຫລື ຄອບຄົວ ຂອງພວກເພິ່ນ ຈຳນວນ 50 ຄົນ ທີ່ມາຈາກ 14 ປະເທດ ເຊັ່ນ: ຣັດເຊຍ, ສ.ອາເມຣິກາ, ອັງກິດ, ຝຣັ່ງ, ການາດາ ແລະ ປະເທດອື່ນໆ ຈະເຂົ້າຮ່ວມ ຕາມຄຳເຊີນ. ແຂກຕ່າງປະເທດ ທີ່ເຂົ້າຮ່ວມ ກິດຈະກຳຄັ້ງນີ້ ມີຈຸດພິເສດ 3 ດ້ານຄື: ໜຶ່ງ, ມີລະດັບສູງ. ປະມຸກລັດ ແລະ ຜູ້ນຳລັດຖະບານ ທີ່ເຂົ້າຮ່ວມກິດຈະກຳ ມີຈຳນວນຫລາຍ. ສອງ, ມີລັກສະນະຕົວແທນ ລະດັບສູງ. ຜູ້ເຂົ້າຮ່ວມ ມາຈາກ 5 ທະວີບຂອງໂລກ, ເຊິ່ງສະແດງ ໃຫ້ເຫັນວ່າ ປະຊາຄົມໂລກ ຍອມຮັບຢ່າງກວ້າງຂວາງ ຕໍ່ການປະກອບສ່ວນ ດ້ານປະຫວັດສາດ ແລະ ຄວາມໝາຍລະດັບໂລກ ຂອງສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ. ສາມ, ຜູ້ເຂົ້າຮ່ວມ ກວມຂອບເຂດ ທີ່ກວ້າງຂວາງ. ເຊິ່ງລວມມີ ບຸກຄົນ ຈາກລັດຖະບານ ແລະ ພາກເອກະຊົນ. ໃນນັ້ນ ມີເພື່ອນມິດສາກົນ ແລະ ຄອບຄົວ ຜູ້ເສຍຊີວິດ ຈຳນວນຫລາຍ ທີ່ປະຊາຊົນຈີນ ຮັບຮູ້ ຢ່າງກວ້າງຂວາງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL