ຣັດເຊຍ ປັບຫລຸດການຄາດຄະເນ ການເຕີບໂຕ ເສດຖະກິດ ປະມານ 1,5%

28/08/2025 16:25
Email Print 104
ຂປລ ທ່ານ ອັນໂຕນ ຊີລູອາໂນຟ(Anton Siluanov) ລັດຖະມົນຕີການເງິນ ຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍ ປັບຫລຸດ ການຄາດ ຄະເນ ເສດຖະກິດໃນປີນີ້ ເຕີບໂຕພຽງແຕ່ ປະມານ 1,5%,ຕ່ຳສຸດ ເມື່ອທຽບໃສ່ກັບ ລະດັບການຄາດຄະເນ ຢ່າງເປັນ ທາງການ ກ່ອນນັ້ນ ແມ່ນ 2,5%.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 27 ສິງຫານີ້, ທ່ານ ອັນໂຕນ ຊີລູອາໂນຟ(Anton Siluanov) ລັດຖະມົນຕີການເງິນ ຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍ ປັບຫລຸດ ການຄາດຄະເນ ເສດຖະກິດ ໃນປີນີ້ ເຕີບໂຕພຽງແຕ່ ປະມານ 1,5%,ຕ່ຳສຸດ ເມື່ອທຽບໃສ່ກັບ ລະດັບ ການຄາດຄະເນ ຢ່າງເປັນທາງການ ກ່ອນນັ້ນ ແມ່ນ 2,5%. ກ່າວຄຳເຫັນ ທີ່ກອງປະຊຸມຢູ່ວັງ Kremlin, ທ່ານ An ton Siluanov ໃຫ້ຮູ້ວ່າ ຂະແໜງ ການຜະລິດ ພາຍໃນປະເທດ ພວມຖືກກົດດັນ ຍ້ອນສະພາບການ ຂາດເຂີນ ແຮງງານ ແລະ ອັດຕາດອກເບ້ຍສູງ ເພື່ອຈຳກັດ ໄພເງິນເຟີ້. ໃນຂະນະທີ່ ລາຍຈ່າຍ ການທະຫານ ບັນລຸ ລະດັບສູງ ສະຖິຕິໃໝ່. ປີ 2024, ເສດຖະກິດ ຣັດເຊຍ ໄດ້ຮັບຮູ້ ການເຕີບໂຕ ຢູ່ລະດັບ 4,3%, ໂດຍບໍ່ຫົວຊາຕໍ່ ບັນດາ ມາດຕະການ ລົງໂທດຂອງ ຝ່າຍຕາເວັນຕົກ. ເຖິງຢ່າງໃດ ກໍຕາມ, ລະດັບ ການເຕີບໂຕ ພວມມີສັນຍານ ຊັກຊ້າລົງ. ກ່ອນໜ້ານັ້ນ, ທະນາຄານສູນກາງ ຣັດເຊຍ ກໍ່ຄາດຄະເນ ການເຕີບໂຕປີ 2025 ພຽງແຕ່ ຢູ່ລະດັບ 1-2%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top