6 ເດືອນ ຕົ້ນປີ ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ 61 ຕື້ກວ່າກີບ ໂດຍ:ອັດສະວິນ ແຂວງເຊກອງ

26/08/2025 12:21
Email Print 278
ຂປລ ຂປລ.ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄະນະດ່ານສາກົນດາກຕະອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາກົນດາກຕະອອກ, ໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆ

ຂປລ.ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄະນະດ່ານສາກົນດາກຕະອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາກົນດາກຕະອອກ, ໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆ ຂອງຂັ້ນເທິງໃຫ້ແກ່ຖັນແຖວ ສະມາຊິກພັກ-ພະນັກງານເປັນປະຈຳ, ເອົາໃຈໃສ່ຊຸກຍູ້ການຈັດຕັ້ງ ປະຕິບັດໜ້າທີ່ການເມືອງ ແລະວິຊາສະເພາະຢ່າງຕັ້ງໜ້າ ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບ ມີຜົນສຳເລັດເປັນຢ່າງສູງ ຊຶ່ງດ່ານສາກົນດາກຕະອອກ ໄດ້ຮັບຕົວເລກຈັດເກັບ ລາຍຮັບທັງໝົດ 95 ຕື້ກີບເຊິ່ງຜ່ານການຈັດເກັບລາຍຮັບ ເຂົ້າງົບປະມານໃນ 6 ເດືອນຕົ້ນປີ, ສາມາດປະຕິບັດໄດ້ທັງໝົດ 61 ຕື້ 627 ລ້ານ 5 ແສນກວ່າກີບ, ທຽບໃສ່ແຜນປີປະຕິບັດໄດ້ 64,87% ເຊິ່ງລາຍຮັບຕົ້ນຕໍໄດ້ຈາກ ການເກັບຄ່າທຳນຽມພາຫານະຂົນສົ່ງແຮ່ທາດ ແລະ ສິນຄ້າອື່ນໆ; ໃນນີ້ ມີພາຫະນະເຂົ້າ 32.406 ເທື່ອຄັນ, ພາຫະນະອອກ 33.540 ເທື່ອຄັນ, ຄົນເຂົ້າເມືອງ 35.458 ເທື່ອຄົນ, ຍິງ 1.708 ເທື່ອຄົນ, ຄົນອອກເມືອງ 33.584 ເທື່ອຄົນ, ຍິງ 1.733 ເທື່ອຄົນ, ວຽກງານກັກກັ້ນສັດ ໄດ້ນຳສັດ ປະເພດໝູ ເຂົ້າຈາກ ສສ ຫວຽດນາມ ຈຳນວນ 8 ໂຕ, ແນວພັນງົວ 10 ໂຕ, ວຽກງານກັກກັ້ນພຶດ ສາມາດສົ່ງອອກໄມ້ເຄິ່ງສຳເລັດຮູບ ແລະໄມ້ຕີຕັບ ຈຳນວນ 3.957.552 ແມັດກ້ອນ, ສົ່ງອອກແປ້ງມັນຕົ້ນ 380 ໂຕນ, ຖ່ານຂາວ 40 ໂຕນ, ໝາກຈອງ 42 ໂຕນ.

ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ຕື່ມວ່າ: ສາເຫດພາໃຫ້ການເກັບລາຍຮັບ ເຂົ້າງົບປະມານໄດ້ລື່ນແຜນການ ໃນ 6 ເດືອນຕົ້ນປີ, ຍ້ອນມີການປະສານສົມທົບກັບ ບັນດາຂະແໜງ ການພາຍໃນຢ່າງກົມກຽວ, ມີລະບຽບກົດໝາຍເປັນເຄື່ອງມື ໃນການຈັດຕັ້ງປະຕິບັດວຽກງານ, ເຄື່ອງມືທີ່ທັນສະໄໝ່ປະກອບເຂົ້າໃນ ການຄຸ້ມຄອງບໍລິການ, ມີຄວາມ ສະດວກວ່ອງໄວ ແລະ ທັນເວລາ; ພ້ອມນີ້ຄະນະນໍາຂອງດ່ານ, ຕະຫລອດຮອດພະນັກງານ-ລັດຖະກອນ ກໍມີຄວາມຫ້າວຫັນແລະ ເປັນເຈົ້າການໃນການ ປະຕິບັດໜ້າທີ່ຂອງຕົນຢ່າງ ມີຄວາມຮັບຜິດຊອບສູງ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກໂດຍຕະຫລອດມາ.

ດ່ານສາກົນດາກຕະອອກຕັ້ງຢູ່ ບ້ານ ຕາອອກນ້ອຍ ເມືອງດາກຈຶງ ແຂວເຊກອງ ຫ່າງຈາກຕົວເມືອງປະມານ 21 ກິໂລແມັດ ມີຊາຍແດນຕິດຈອດກັບ ດ່ານສາກົນນາມຢາງ ແຂວງກວາງນາມ ສສ ຫວຽດນາມ ເປັນກົງຈັກລັດຂະແໜງການໜຶ່ງ ທີ່ຄະນະປະຈຳພັກແຂວງ ຮັບຮອງຂຶ້ນກັບອຳນາດປົກຄອງແຂວງ ປະກອບມີກົງຈັກຊ່ວຍວຽກ 4 ຂະແໜງ ຄື ຫ້ອງການບໍລິຫານດ່ານ, ຂະແໜງພາສີ, ຂະແໜງຕຳຫລວດກວດ ຄົນເຂົ້າ-ອອກເມືອງ ແລະ ຂະແໜງກັກກັ້ນພຶດ, ສັດ ແລະ ກວດກາປ່າໄມ້ ມີພະນັກງານປະຈຳການ ທັງໝົດ 63 ທ່ານ , ຍິງ 9 ທ່ານ ມີສະມາຊິກພັກ ທັງໝົດ 48 ສະຫາຍ, ຍິງ 5 ສະຫາຍ.

KPL

ຂ່າວອື່ນໆ

    • ຄອບຄົວກປະສົບໄພຢູ່ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອບົດ-ສາລະຄະດີ

      ຄອບຄົວກປະສົບໄພຢູ່ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອ

      8/27/2025 1:05:41 PM

      ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ຮ່ວມກັບຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຫ້ວຍຊາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົານໍ້າດື່ມ, ເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ລວມມູນຄ່າ 5.950.000 ກີບ ພ້ອມດ້ວຍເງິນສົດ 15 ລ້ານກີບ ໄປມອບໃຫ້ຜູ້ປະສົບອັກຄີໄພໄຟໄໝ້ເຮືອນປະຊາຊົນ.

    • ປະຊາຊົນ ເຂດບ້ານຈັດສັນເມືອງນາແລ ໄດ້ຮັບແນວພັນງົວບົດ-ສາລະຄະດີ

      ປະຊາຊົນ ເຂດບ້ານຈັດສັນເມືອງນາແລ ໄດ້ຮັບແນວພັນງົວ

      8/27/2025 12:58:11 PM

      ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ມອບແນວພັນງົວ 16 ໂຕ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້າ ນໍ້າທາ 1 ເຂດຈັດສັນນາແລ ບ້ານພູຄາໃໝ່ ເມືອງນາແລ ແຂວງຫລວງນ້ຳທາ

    • ແຂວງໄຊສົມບູນ ສະຫລຸບວຽກງານການບໍລິຫານການສຶກສາວິທະຍາສາດ ແລະ ກິລາບົດ-ສາລະຄະດີ

      ແຂວງໄຊສົມບູນ ສະຫລຸບວຽກງານການບໍລິຫານການສຶກສາວິທະຍາສາດ ແລະ ກິລາ

      8/27/2025 12:50:27 PM

      ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ຈັດກອງປະຊຸມຜູ້ບໍລິ ຫານການສຶກ ສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງປະຈຳສົກ ຮຽນ2024-2025 ເພື່ອສະຫລຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ.

    • ໂຮງໝໍເມືອງໂພນໄຊ ແຂວງຫລວງພະບາງ ຖືເອົາວຽກງານສຸຂະສຶກສາເປັນປາຍແຫລມບົດ-ສາລະຄະດີ

      ໂຮງໝໍເມືອງໂພນໄຊ ແຂວງຫລວງພະບາງ ຖືເອົາວຽກງານສຸຂະສຶກສາເປັນປາຍແຫລມ

      8/26/2025 11:24:09 AM

      *ໂດຍປະຕິບັດຍຸດທະສາດພັດທະນາຄົນ ໃນດ້ານສຸຂະພາບ ແລະ ຮ່າງກາຍຢ່າງຕໍ່ເນື່ອງດ້ວຍ ນະໂຍບາຍສາທາລະນະສຸກ ທົ່ວປວງຊົນຮອບດ້ານ ໂດຍຖືເອົາການອະນາໄມ-ກັນພະຍາດ ແລະ ສົ່ງເສີມຟື້ນຟູສຸຂະພາບ ທາງກາຍ ແລະ ຈິດໃຈເປັນຕົ້ນຕໍ, ຖືເອົາການປິ່ນປົວ-ຟື້ນຟູໜ້າທີ່ການ ແລະ ສະໜອງ ການບໍລິການສຸຂະພາບຢ່າງທົ່ວເຖິງ

    • ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າບົດ-ສາລະຄະດີ

      ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າ

      8/25/2025 11:00:13 AM

      *ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.

ads
ads

Top