ຂປລ
ຂປລ. ໃນວັນທີ 12 ມັງກອນ 2015 ນີ້, ຊາວໜຸ່ມນັກສຶກສາລາວ 2 ກຸ່ມ ຈຳນວນ60 ຄົນໄດ້ເດີນທາງໄປຍັງປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການແລກປ່ຽນຊາວຫນຸ່ມ ທີ່ມີຊື່ວ່າ ໂຄງການ “JENESYS 2.0”. ນັກສຶກສາທັງສອງກຸ່ມຈະທຳການເຄື່ອນໄຫວຢູ່ຍີ່ປຸ່ນ ແຕ່ວັນທີ 13 ຫາ 20 ມັງກອນ 2015

ຂປລ. ໃນວັນທີ 12 ມັງກອນ 2015 ນີ້, ຊາວໜຸ່ມນັກສຶກສາລາວ 2 ກຸ່ມ ຈຳນວນ60 ຄົນໄດ້ເດີນທາງໄປຍັງປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການແລກປ່ຽນຊາວຫນຸ່ມ ທີ່ມີຊື່ວ່າ ໂຄງການ “JENESYS 2.0”. ນັກສຶກສາທັງສອງກຸ່ມຈະທຳການເຄື່ອນໄຫວຢູ່ຍີ່ປຸ່ນ ແຕ່ວັນທີ 13 ຫາ 20 ມັງກອນ 2015 ໃນຫົວຂໍ້ “ວິທະຍາສາດ ແລະ ເຕັກໂນໂລຊີ” ແລະ ຫົວຂໍ້ “ສື່ມວນຊົນ”.
ໂຄງການ ຫົວຂໍ້ “ວິທະຍາສາດ ແລະ ເຕັກໂນໂລຊີ” ແມ່ນເນັ້ນໃສ່ການແນະນໍາເຕັກໂນໂລຊີ ທີ່ທັນສະໄໝ ໃນຍີ່ປຸ່ນ. ໃນປະເທດລາວ, ຊາວໜຸ່ມນັກສຶກສາລາວ 16 ຄົນ ທີ່ເຂົ້າຮ່ວມໂຄງການຄັ້ງນີ້ ແມ່ນເປັນນັກສຶກສາທີ່ຖືກຄັດ ເລືອກມາຈາກມະຫາວິທະຍາໄລ, ວິທະຍາໄລຕ່າງໆ ໃນນະຄອນ ຫລວງວຽງຈັນ ແລະ ແຂວງຕ່າງໆທົ່ວປະເທດ, ນັກສຶກສາທັງໝົດລ້ວນ ແຕ່ເປັນຜູ້ທີ່ມີຜົນງານດີເດັ່ນ ເຊິ່ງຄັດເລືອກໂດຍກະຊວງສຶກສາທິການ ແລະ ກິລາ. ນັກສຶກສາ ເຫລົ່ານີ້ຈະເດີນທາງໄປຢ້ຽມຢາມ ສະຖານທີ່ທີ່ກ່ຽວຂ້ອງກັບເຕັກໂນໂລຊີ, ນະວັດຕະກຳທີ່ເກີດຂຶ້ນໃໝ່ຂອງຍີ່ປຸ່ນ ແລະ ສະຖານທີ່ທາງດ້ານປະຫວັດສາດ ຕ່າງໆອີກດ້ວຍ.
ໂຄງການ ຫົວຂໍ້ “ສື່ມວນຊົນ” ແມ່ນມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ຊາວໜຸ່ມລາວ-ຍີ່ປຸ່ນ ໂດຍການເຊື້ອເຊີນ ນັກສຶກສາລາວ ຜູ້ທີ່ມີຄວາມສົນໃຈດ້ານໃຫ້ບໍລິການເຄືອຂ່າຍທາງສັງຄົມ ແລະ ການສື່ສານຜ່ານທາງອິນເຕີເນັດ. ຊາວໜຸ່ມນັກສຶກສາລາວ 44 ຄົນ ທີ່ດີທີ່ສຸດ ໄດ້ຖືກຄັດເລືອກຈາກນັກສຶກສາ ທີ່ໄດ້ເຂົ້າມາສະໝັກຫລາຍກວ່າ 600 ຄົນໂດຍຜ່ານການ ຄັດເລືອກ ຈາກຄະນະກຳມະການ ເຊິ່ງປະກອບດ້ວຍຕາງໜ້າຈາກກະຊວງສຶກສາທິການ ແລະ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ. ນັກສຶກສາເຫລົ່ານີ້ ນອກຈາກຈະເດີນທາງ ຢ້ຽມຊົມສະຖານທີ່ສຳຄັນ ທາງປະຫວັດສາດ ແລະ ໂຮງງານອຸດສະຫະກຳ ຂອງຍີ່ປຸ່ນແລ້ວ, ພວກເຂົາຍັງໄດ້ໄປຢ້ຽມຢາມບ້ານຄົນຍີ່ປຸ່ນ ແລະ ການແລກປ່ຽນກັບນັກຮຽນຢູ່ໂຮງຮຽນຂອງຍີ່ປຸ່ນ ເພື່ອເສີມສ້າງຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ, ທຳມະຊາດ, ປະເພນີ ແລະ ວັດທະນາທຳດັ້ງເດີມ ແລະ ຮ່ວມສະໄໝ ຂອງຍີ່ປຸ່ນອີກດ້ວຍ.
ໂຄງການ “JENESY2.0” ແມ່ນມີຈຸດປະສົງເປົ້າໝາຍ ໃນການປູກຝັງມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ຊາວໜຸ່ມຍີ່ປຸ່ນ ກັບ ຊາວໜຸ່ມປະຊາຄົມ ເສດຖະກິດອາຊຽນ-ໂອຊີອາເນຍ. ນັກສຶກສາ ແລະ ໄວໜຸ່ມລາວ 570 ກວ່າຄົນ ໄດ້ເດີນທາງໄປ ຍີ່ປຸ່ນ ພາຍໃຕ້ໂຄງການນີ້ ເຊິ່ງເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2013.
KPL