ຜູ້ຕາງໜ້າຖາວອນ​ແຫ່ງ ສປປ ລາວ ຍື່ນ​ສານ​ຕາ​ຕັ້ງ​ ຕໍ່ທ່ານ​ເລຂາທິການ ຊີ​ທີ​ບີ​ທີ

20/08/2014 13:39
Email Print 706
ຂປລ ຂປລ. ໃນ​ວັນ​ທີ​ 15 ​ເດືອນ​ສິງຫາ ປີ 2014, ທີ່​ສຳນັກງານ ​ໃຫຍ່ຂອງ​ຄະນະ​ກຳມາ​ທິການ​ກະກຽມ​ ໃຫ້​ແກ່ອົງການ​ເກືອດ ​ຫ້າມ​ການ​ທົດ​ລອງ​ນິວ​ ເຄລຍທຸກ​ຮູບ​ແບບ (Preparatory commission of the comprehensive Nuclear Test Ban Treaty Organization ຫລື CTBT )

​ ຂປລ. ໃນ​ວັນ​ທີ​ 15 ​ເດືອນ​ສິງຫາ ປີ 2014, ທີ່​ສຳນັກງານ​ໃຫຍ່ ຂອງ​ຄະນະ​ກຳມາ​ທິການ​ກະກຽມ​ໃຫ້​ແກ່ອົງການ​ເກືອດ​ຫ້າມ​ ການ​ທົດ​ລອງ​ນິວ​ ເຄລຍທຸກ​ຮູບ​ແບບ (Preparatory commission of the comprehensive Nuclear Test Ban Treaty Organization ຫລື CTBT ) ທ່ານ ​ພູ​ເຂົາ ພົມມະ​ວົງສາ ​ເ​ອກອັກຄະ​ລັດຖະທູດ, ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ​ໄດ້​ເຂົ້າຍື່ນ​ສານ​ຕາ​ຕັ້ງຕໍ່ທ່ານ​ ດຣ. ລາສີ​ນາ ​ເຊີ​ໂບ (Lassina ZERBO) ​ເລຂາທິການ​ຜູ້​ບໍລິຫານຄະນະກຳມາ​ທິການກະກຽມ ​ໃຫ້​ແກ່​ອົງການ​ເກືອດ​ຫ້າມ​ການ​ທົດ​ລອງ​ນິວ​ເຄຣຍທຸກ​ຮູບ​ແບບ, ​ເພື່ອ​ດຳລົງ​ຕຳ​​ແໜ່ງ​ ເປັນ​ຜູ້ຕາງໜ້າຖາ​ວອນ​ແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ​ອົງການ​ດັ່ງກ່າວ ​ເຊິ່ງຕັ້ງ​ຢູ່ສຳນັກງານ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທີ່ນະຄອນຫລວງ​ວຽນ ປະ​ເທດ​ໂອ​ຕຣິດ.

ທ່ານ ດຣ. ລາສີ​ນາ ​ເຊີ​ໂບ ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ຕ້ອນຮັບ​ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ຜູ້​ໃໝ່ ​ແລະ ຊົມ​ເຊີຍ​ທີ່​ ສປປ ລາວ ​ໄດ້​ປະກອບ ສ່ວນ​ຢ່າງ​ຫ້າວຫັນ​ ເຂົ້າ​​ໃນວຽກງານຂອງ​ຄະນະ​ກຳມາ​ທິການ​ກະກຽມ​ໃຫ້​ແກ່​ອົງການ​ເກືອດຫ້າມການ​ທົດ ​ລອງ​ນິວ​ເຄລຍທຸກ​ຮູບ​ແບບ. ​ໃນ​ນາມ​ອົງ​ການ​ດັ່ງ ກ່າວ, ທ່ານ​ໄດ້ຢືນ​ຢັນ​ທີ່​ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື, ຊ່ວຍ​ເຫລືອ​ທາງ​ດ້ານ​ເຕັກນິກ ​ແລະ ​ໃຫ້​ທຶນ​ຝຶກ​ອົບຮົມ​ດ້ານ​ວິຊາ​ການ ​ເພື່ອ​ເພີ່ມຂີດ​ຄວາມ​ສາມາດ ​ໃຫ້​ແກ່​ພະນັກງານ ສປປ ລາວ. ພິທີຍື່ນ​ສານ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດຕະ ພາບອັນສະໜິດສະໜົມ.

ສປປ ລາວ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍ ການເກືອດຫ້າມການທົດລອງນິວເຄລຍ ທຸກຮູບແບບ ໃນວັນທີ 30 ເດືອນກໍລະກົດ ປີ 1997 ແລະ ໃຫ້ສັດຕະຍາບັນ ໃນວັນທີ 5 ເດືອນຕຸລາ ປີ 2000./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top