ຂປລ
ຂປລ. ໃນຕອນເຊົ້າວັນທີ 14 ມັງກອນ 2014 ທີ່ນະຄອນຫລວງວຽງຈັນ ອົງການຮ່ວມມືນາໆຊາດ ເພື່ອການສຶກສາຜູ້ໃຫຍ່ເຢຍລະມັນ (DVV international) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດພິທີມອບ-ຮັບປື້ມຈຳນວນ 6.000 ຫົວ ແລະ ປະຕິທິນ ຈໍານວນ 4.000 ຊຸດ ລວມມູນຄ່າທັງໝົດ 150 ລ້ານກີບ

ຂປລ. ໃນຕອນເຊົ້າວັນທີ 14 ມັງກອນ 2014 ທີ່ນະຄອນຫລວງວຽງຈັນ ອົງການຮ່ວມມືນາໆຊາດ ເພື່ອການສຶກສາຜູ້ໃຫຍ່ ເຢຍລະມັນ (DVV international) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດພິທີມອບ-ຮັບປື້ມຈຳນວນ 6.000 ຫົວ ແລະ ປະຕິທິນ ຈໍານວນ 4.000 ຊຸດ ລວມມູນຄ່າທັງໝົດ 150 ລ້ານກີບ ໃຫ້ແກ່ກົມສຶກສາ ນອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງຕາງໜ້າຮັບ ແມ່ນທ່ານ ອຸ່ນເພັງ ຄຳມັງ ຄະນະກົມການ ສຶກສານອກໂຮງຮຽນ ແລະ ມອບໂດຍ ທ່ານ ໄມເຄີລ ກຣາວ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ. ໂດຍມີ ທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ສຳລັບປື້ມທີ່ນຳມາມອບໃນຄັ້ງນີ້ ເພື່ອເປັນການປະກອບສ່ວນ ເພີ່ມຄວາມຮູ້ໃຫ້ແກ່ຜູ້ບໍລິຫານ, ຄູອາຈານ ລະດັບຊາດ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ທົ່ວສັງຄົມ ໄດ້ຮັບຮູ້ກ່ຽວກັບວຽກງານການສຶກສາ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ທັງເປັນການປະກອບສ່ວນເຂົ້າໃນວຽກງານ ການສຶກສາ ນອກໂຮງຮຽນໃນຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫລີກ ທີ່ຕ້ອງການມີໂຮງຮຽນທີ່ດີ ແລະ ມີຄຸນນະພາບ ເພື່ອສົ່ງເສີມການຮູ້ໜັງສື, ມີທັດສະການເຮັດວຽກ ແລະ ດຳລົງຊີວິດຂອງເດັກນ້ອຍ, ໄວໜຸ່ມ ແລະ ຜູ້ໃຫຍ່. ທັງນີ້ ກໍເພື່ອສະໜອງປື້ມໃຫ້ພະນັກງານຄູ, ອາຈານໃນເຂດຊົນນະບົດ ໄດ້ສຶກສາຄົ້ນຄວ້າ, ເປັນຂໍ້ມູນທີ່ວ່ອງໄວທັນການ ໃນການຍົກລະດັບໃຫ້ເດັກນ້ອຍ, ໄວໜຸ່ມ ແລະ ຜູ້ໃຫຍ່ ມີຄວາມຮູ້, ຄວາມສາມາດອີກດ້ວຍ./.
KPL