ການປ່ອຍແກັສເຮືອນແກ້ວຢູ່ໃນອາກາດ ເພີ່ມຂຶ້ນ

12/09/2014 09:57
Email Print 739
ຂປລ ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ​​ວັນ​ທີ 9​ ເດືອນ​ກັນຍາ, ອົງການສະຫະ​ປະຊາ​ຊາດ​ ໄດ້​ອອກ​ມາ​ເຕືອນ​ວ່າ: ປັດຈຸບັນ​ການ​ປ່ອຍ​ແກັສຄາບ​ອນ​ໄດ​ອ໋ອກ​ໄຊ ທີ່​ເພີ່ມ​ທະວີ​ຂຶ້ນ​ໄດ້​ເຮັດ​ໃຫ້​ປະລິມານ ຂອງ​ແກັສ​ເຮືອນ​ແກ້ວ​ ຢູ່​ໃນ​ບັນຍາກາດ​ສູງ​ຂຶ້ນ​ຫລາຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່ໄລຍະ​ຜ່ານ​ມາ

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ​​ວັນ​ທີ  9​ ເດືອນ​ກັນຍາ, ອົງການສະຫະ​ປະຊາ​ຊາດ​ ໄດ້​ອອກ​ມາ​ເຕືອນ​ວ່າ: ປັດຈຸບັນ​ການ​ປ່ອຍ​ແກັສຄາບ​ອນ​ໄດ​ອ໋ອກ​ໄຊ ທີ່​ເພີ່ມ​ທະວີ​ຂຶ້ນ​ໄດ້​ເຮັດ​ໃຫ້​ປະລິມານ ຂອງ​ແກັສ​ເຮືອນ​ແກ້ວ​ ຢູ່​ໃນ​ບັນຍາກາດ​ສູງ​ຂຶ້ນ​ຫລາຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່ໄລຍະ​ຜ່ານ​ມາ.

ອົງການ​ພະຍາກອນ​ອາກາດ​ຂອງ​ໂລກ (WMO) ກ່າວ​ວ່າ: ລະດັບ​ແກັສຄາບ​ອນ​ໄດ​ອ໋ອກ​ໄຊ​ລະຫວ່າງ​ປີ 2012-2013 ເພີ່ມ​ຂຶ້ນຫລາຍ​ທີ່​ສຸດ​ ນັບ​ຕັ້ງ​ແຕ່​ໄດ້​ເລີ່​ມມີ​ການ​ຈົດ​ບັນທຶກ​ໃນ​ທົ່ວ​ໂລກ​ ເປັນ​ໄລຍະ​ເວລາ 30 ປີ ຜ່ານມາ ຈະ​ມີ​ຜົນ​ກະທົບ​ຕໍ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຄວາມ​ຮ້ອນ​ຂອງ​ໂລກ​ເພີ່ມ​ສູງ​ຂຶ້ນ ແລະ ​ເຮັດ​ໃຫ້​ມີ​ຝົນ​ຕົກຫລາຍ​ຂຶ້ນ, ດັ່ງນັ້ກຈຶ່ງ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ຮ່ວມ​ກັນ​ຫລຸດຜ່ອນ​ການ​ປ່ອຍ​ແກັສຄາບ​ອນ​ໄດ​ອ໋ອກ​ໄຊ​ ໃຫ້​ຫລຸດ​ລົງ ​ເພື່ອ​ບໍ່​ໃຫ້​ກະທົບ​ຕໍ່​ການ​ປ່ຽນ​ແປງ​ອຸນ​ຫະພູມ​ຂອງ​ໂລກ./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top