ຂປລ
ຂປລ.ວັນທີ10ທັນວາ2014ນີ້ຢູ່ ເວທີມວຍຊົ່ວຄາວ ສະໜາມກິລາໃໝ່ແຂວງອຸດົມໄຊ ໄດ້ມີພິທີເປີດ ການແຂ່ງຂັນກິລາມວຍ ສາກົນສະໝັກຫລີ້ນ ຂຶ້ນຢ່າງເປັນທາງການ.ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດ ແລະຮັບຊົມການແຂ່ງຂັນໃນຄັ້ງນີ້ມີທ່ານ ກະເສມ ອິນທະລາ, ຮອງປະທານໂອແລັມປິກແຫ່ງຊາດ ,ຮອງ ຄະນະເຕັກນິກກະກຽມງານມະຫະກຳກິລາແຫ່ງຊາດຄັ້ງທີ່ 10 ນີ້

ຂປລ.ວັນທີ10ທັນວາ2014ນີ້ຢູ່ ເວທີມວຍຊົ່ວຄາວ ສະໜາມກິລາໃໝ່ແຂວງອຸດົມໄຊ ໄດ້ມີພິທີເປີດ ການແຂ່ງຂັນກິລາມວຍ ສາກົນສະໝັກຫລີ້ນ ຂຶ້ນຢ່າງເປັນທາງການ.ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດ ແລະຮັບຊົມການແຂ່ງຂັນໃນຄັ້ງນີ້ມີທ່ານ ກະເສມ ອິນທະລາ, ຮອງປະທານໂອແລັມປິກແຫ່ງຊາດ ,ຮອງ ຄະນະເຕັກນິກກະກຽມງານມະຫະກຳກິລາແຫ່ງຊາດຄັ້ງທີ່ 10 ນີ້,ທ່ານ ພັນໂທ ສີວອນ ໄຊຍະວົງ ປະທານສະຫະພັນມວຍສາກົນແລະມວຍລາວ ແຂວງອຸດົມໄຊ,ທ່ານ ສົມພອນ ປະສັນສັກສິດ ຮອງປະທານມວຍສາກົນແຫ່ງຊາດລາວ,ມີບັນດາກອງ ເຊຍແຕ່ ລະຄະນະ ແລະ ປະຊາຊົນ ຊາວ ແຂວງ ອຸດົມໄຊ. ການແຂ່ງຂັນກິລາມວຍສາກົນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 10 ຫລື ອຸດົມໄຊເກມຄັ້ງນີ້ ມີຄະນະນັກກິລາສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 65ຄົນ ຍິງ 17 ຄົນ ໃນນັ້ນ ມາຈາກກະຊວງມີ 3 ກະຊວງ ຄື ກະຊວງ ປກສ, ກະຊວງ ປກຊແລະກະຊວງສາທາລະນະສຸກ ແລະມາຈາກແຂວງແມ່ນມີ 11 ແຂວງແລະ1ນະຄອນຫລວງ ສຳລັບການແຂ່ງຂັນໃນວັນທີ 10 ທັນວາ ນີ້ແມ່ນມີທັງໝົດ 8 ຄູ່ ເຊິ່ງເປັນ ການແຂ່ງຂັນໃນປະເພດຊາຍທັງໝົດ ຜ່ານການແຂ່ງຂັນຜົນປະກົດວ່າ ຄູ່ທີ 1 ລຸ້ນນໍ້າໜັກ 49 ກິໂລ ທ້າວ ບຸນປອນ ລາຊະວົງສີ ຈາກກະຊວງປກສ ເອົາຊະນະ ທ້າວ ນ້ອຍ ວົງສະຫວັດ ຈາກກະຊວງ ສາທາລະນະສຸກ 3 ຕໍ່ 0 ຄະແນນ,ຄູ່ທີ່ 2 ທ້າວ ຄຳພູວັນ ຈາກນະຄອງຫລວງ ເອົາຊະນະ ທ້າວ ຕ໊ອງຄຳ ຈາກ ແຂວງຄຳມ່ວນ 3-0,ຄູ່ທີ່ 3 ໃນລຸ້ນດຽວກັນ ທ້າວ ຄຳຜ່ານ ຈາກແຂວງ ສາລະວັນ ເສຍ ໃຫ້ ທ້າວ ອັ້ງ ແສງພະຈັນ ຈາກກະຊວງ ປກຊ 0-3,ຄູ່ທີ 4 ລຸ້ນນ້ຳໜັກ 52ກິໂລ ຫຼ໊ອຍຄຳ ແຂວງ ບໍລິຄຳໄຊ ເສຍໃຫ້ ໂດ້ ອໍລະ ໄທ 0-3 ຄະແນນ,ຄູ່ທີ 5 ໃນລຸ້ນດຽວກັນ ສົມໃຈ ຈາກນະຄອນຫຼວງ ເອົາຊະນະ ທ້າວ ສະໝານ ບຸນຈະເລີນ ທີ່ມາຈາກແຂວງໄຊຍະບູລີ, ຄູ່ທີ 6 ແຂ່ງຂັນໃນລຸ້ນນ້ຳໜັກ 56 ກິໂລ ທ້າວ ບຸນທະໜອມ ແຂວງຈຳປາສັກ ເສຍໃຫ້ທ້າວ ບຸນສອນ ແຂວງສາລະວັນ 2-1 ຄະແນນ,ຄູ່ທີ 7 ແຂ່ງຂັນໃນລຸ້ນນ້ຳໜັກ 60ກິໂລ ທ້າວ ສີສົມເດັດ ນັກກິລາຕົວແທນຈາກ ແຂວງອຸດົມໄຊ ສາມາດ ເອົາຊະນະນ໊ອກຄູ່ຕໍ່ສູ້ໄດ້ ຄືທ້າວ ຄຳມວນ ຈາກນະຄອນຫຼວງ ໃນຍົກທີ່ 1 ເທົ່ານັ້ນ. ສ່ວນຄູ່ສຸດ ທ້າຍຄືຄູ່ທີ 8 ຂອງການແຂ່ງຂັນໃນວັນດັ່ງກ່າວນີ້ ແມ່ນແຂ່ງຂັນໃນລຸ້ນນ້ຳໜັກ 64 ກິໂລ ເຊິ່ງມີການແຂ່ງຂັນພຽງຄູ່ດຽວຄື ທ້າວ ສີອານົງ ຈາກແຂວງ ຄຳມ່ວນ ເສຍໃຫ້ທ້າວ ບຸນຈັນ ຈາກແຂວງ ຫລວງພະບາງ ດ້ວຍຄະແນນ 3 – 0. ສ່ວນຕາຕະລາງການແຂ່ງຂັນໃນວັນທີ 11 ທັນວາ 2014ນີ້ແມ່ນ ຈະມີການແຂ່ງຂັນທັງໝົດ11ຄູ່ຄື ຍິງ7ຄູ່ແລະຊາຍ 4ຄູ່ ເລີ່ມແຂ່ງຂັນຕັ້ງແຕ່ເວລາ 14:00 ເປັນຕົ້ນໄປ. ສໍາລັບການແຂ່ງຂັນກິລາມວຍສາກົນສະໝັກຫລີ້ນໃນລາຍການອຸດົມໄຊເກມນີ້ ແມ່ນມີຊິ່ງຫລຽນຄຳທັງໝົດ 11 ຫລຽນ ຄື ປະເພດ ຊາຍ 6 ຫລຽນແລະປະເພດ ຍິງ 5ຫລຽນ ແລະ ການແຂ່ງຂັນ ແມ່ນເລີ່ມຕັ້ງ ແຕ່ວັນ ທີ 10 ຈົນເຖິງວັນທີ 15 ທັນວາ ຈິ່ງຈະສຳເລັດ. /.
KPL