ການ​ລົງທຶນ​ໃສ່​ໄວ​ໜຸ່ມ ​​ເປັນ​ການ​ໃຫ້ຄວາມ​ສຳຄັນ ຕໍ່​ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ການ​ພັດທະນາ

08/07/2014 11:20
Email Print 787
ຂປລ ຂປລ. ກະຊວງ​ແຜນການ ແລະ ການ​ລົງທຶນ, ສູນ​ກາງ​ ຊາວ​ໜຸ່ມ​ປະຊາຊົນ ​ປະຕິວັດ​ລາວ​ ຮ່ວມ​ກັບ​ອົງການ​ ສະຫະ​ ປະຊາ​ຊາດ​ກອງ​ທຶນ ​ສຳລັບ​ປະຊາກອນ​ປະ​ຈຳ ສປປ ລາວ​ ໄດ້​ຈັດ​ສຳ​ມະ​ນາ​ພາຍ​​ໃຕ້​ຫົວ​ຂໍ້ “ໄວ​ໝຸ່ມ ​ແລະ ການ​ພັດ ທະນາ” ຂຶ້ນ​ໃນ​ວັນ​ທີ 7 ກໍລະກົດ 2014

ຂປລ. ກະຊວງ​ແຜນການ ແລະ ການ​ລົງທຶນ, ສູນ​ກາງ​ຊາວ​ໜຸ່ມ​ ປະຊາຊົນ ​ປະຕິວັດ​ລາວ​ ຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ກອງ​ທຶນ ​ສຳລັບ ​ປະຊາກອນ​ປະ​ຈຳ ສປປ ລາວ​ ໄດ້​ຈັດ​ສຳ​ມະ​ນາ​ພາຍ​​ໃຕ້​ຫົວ​ຂໍ້ “ໄວ​ໝຸ່ມ ​ແລະ ການ​ພັດທະນາ” ຂຶ້ນ​ໃນ​ວັນ​ທີ 7 ກໍລະກົດ 2014 ຢູ່​ໂຮງ​ແຮມ​ ດອນ​ຈັນ​ພາ​ເລດ, ນະຄອນຫລວງ​ວຽງ​ຈັນ ໂດຍ​ມີ​ທ່ານ ດຣ. ຄຳ​ຜາ ພິມ​ມະ​ສອນ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ ສູນ​ກາງຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດ​ລາວ, ທ່ານ ດຣ. ຫັດ​ຊານ ໂມ​ທາ​ຊາ​ມີ ຜູ້ຕາງໜ້າ​ອົງການ ສປຊ ກອງ​ທຶນ​ສຳລັບ​ປະຊາກອນ​ປະ​ຈຳ ສປປ ລາວ, ມີ​ບັນດາ​ຕົວ​ແທນ ​ຈາກ​ສະພາ​ແຫ່ງ​ຊາດ, ລັດຖະບານ ແລະ ຄູ່​ຮ່ວມ​ພັດທະນາ​ເຄືອຂ່າ​ຍ​ໄວ​ໜຸ່ມ​ເຂົ້າ​ຮ່ວມ.

ທ່ານ ດຣ. ຄຳ​ຜາ ພິມ​ມະ​ສອນ ກ່າວ​​ໃນ​ຊຸດ​ສຳ​ມະ​ນາ​ດັ່ງກ່າວວ່າ: ປະ​ເທດ​ລາວ​ເປັນ​ປະ​ເທດ​ທີ່​ມີ​ປະຊາ​ກອນ​ໄວ​ໜຸ່ມ ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 25 ປີ ກ​ວມ​ເອົາ​ຫລາຍ​ກວ່າ 60% ຂອງ​ປະຊາກອນ​ທັງ​ໝົດ. ​ດັ່ງນັ້ນ  ການ​ລົງທຶນ​ໃສ່​ໄວ​ໜຸ່ມ​ຈຶ່ງ​ມີ​ຄວາມ​ສຳຄັນ​ ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ໃສ່​ດ້ານ​ສຸຂະພາບ, ການ​ສຶກສາ ​ແລະ ການ​ມີ​ວຽກ​ເຮັດ​ງານ​ທຳ ​ເພາະ​ໄວ​ໜຸ່ມ​ແມ່ນ​ກຳລັງ​ແຮງ​ຫລັກ​ຂອງ​ການ​ພັດທະນາ​ໃນ​ປັດຈຸບັນ ແລະ ອະນາ​ຄົດ, ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ສືບຕໍ່​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ​ ​ແລະ ລົງທຶນ​ໃສ່​ອະນາຄົດ​ຂອງ​​ໄວ​ໜຸ່ມ​ດ້ວຍ​ການ​ສະໜອງ​ການ​ສຶກສາ​ຢ່າງ​ມີ​ຄຸນ​ ນະພາ​ບ, ສ້າງ​ໂອກາດ ​ໃຫ້​ມີ​ການ​ຈ້າງ​ງານ​ທີ່​ດີ​, ມີ​ການ​ພັດທະນາ​ສີມື​ແຮງ​ງານ ແລະ ​ເຂົ້າ​ເຖິງ​ການ​ສຶກສາ​ທາງ​ເພດ​ທີ່​ຖືກຕ້ອງ​ລວມທັງ​ການ​ບໍລິການ​ສຸຂະພາບ​ທາງ ​ເພດ, ສຸຂະພາບ​ ຈະ​ເລີ​ນພັນ ແລະ ເພດ​ສຶກສາ​ ເຊິ່ງມີ​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​​ໄວໜຸ່ມ​ໃນອະນາຄົດ, ຄອບຄົວ, ຊຸມ​ຊົນ ແລະ ປະ​ເທດ​ຊາດ.

ທ່ານ ດຣ. ຫັດ​ຊານ ໂມ​ທາ​ຊາ​ມີ ໄດ້​ກ່າວ​ວ່າ: ​ໄວ​ໜຸ່ມ​ເປັນໃຈ​ກາງຂອງ​ແຜນ​ພັດທະນາ​ໃນ​ອະນາຄົດ ​ສະນັ້ນ ທຸກ​ຄົນ​ຈຶ່ງ​ມີໜ້າ​ທີ່​ຮັບຜິດຊອບ​ປົກ​ ປ້ອງ​ສິດທິ​ຂອງ​ເຂົາ​ເຈົ້າ ​ແລະ ລົງທຶນ​ໃສ່​ອະນາຄົດ​ຂອງ​ເຂົາ​ເຈົ້າ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຄອບຄົວ, ຊຸມ​ຊົນ ແລະ ປະ​ເທດ​ຊາດ. ທ່ານ ຫັດ​ຊານ ໂມ​ທາ​ຊາ​ມີ ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ​ວັນ​ປະຊາກອນ​ໂລກ​ປະ​ຈຳປີ 2014 ແລະ ອີງ​ຕາມ​ຫົວ​ຂໍ້​ຂອງ​ວັນ​ປະຊາກອນ​ໂລກ​ ໃນ​ປີນີ້ “ການ​ລົງທຶນ​ໃສ່​ໄວ​ໜຸ່ມ ​ເຊິ່ງ​ເປັນ​ການ​ໃຫ້​ຄວາມ​ສຳຄັນ​ເຖິງ​ບົດບາດ​ຂອງ​ໄວ​ໜຸ່ມ​ຕໍ່​ການ​ພັດທະນາ​ ປະ​ເທດ​ຊາດ” ກະຊວງ​ແຜນ​ການ ແລະ ການ​ລົງທຶນ ​ຮ່ວມ​ກັບ​ອົງການ​ ສປຊ ກອງ​ທຶນ​ສຳລັບ​ປະຊາກອນ​ປະ​ຈຳ ສປປ ລາວ ​ໄດ້​ຈັດ​ກິດຈະ​ກຳ​ຕ່າງໆ​ເຊັ່ນ: ສຳ​ມະ​ນາ,  ​ແຂ່ງຂັນ​ເຕະບານ​ມິດຕະພາບ​ ລະຫວ່າງ ທີມຈາກ​ລັດຖະບານກັບທີມ​ໄວ​ໜຸ່ມ ​ແລະ ຄູ່​ຮ່ວມ​ພັດທະນາ, ການຈັດ​ງານ​ຕະຫລາດນັດ ​ແລະ ຄອນ​ເສີດ ເຊິ່ງ​ໄດ້​ຮັບ​ການ​ປະກອບສ່ວນ​ຈາກ​ບັນດາ​ສິ ລະ​ປິນ ນັກ​ຮ້ອງ​ໄວ​ໜຸ່ມ​ລາວ​ທີ່​ມີ​ຊື່​ສຽງ ​ແລະ ການ​ຈັດ​ກິດຈະ​ກໍ​າ​ໂຕ້​ວາທີ​ ສຳລັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ນອກຈາກ​ນັ້ນຍັງ​ມີ​ການ​ ປະ​ກວດ​ຖ່າຍຮູບ​ສຳລັບ​ໄວ​ໜຸ່ມ​ທຸກ​ຄົນ​ໂດຍ​ຜ່ານ​ເຟດ ບຸກ ​ເພື່ອ​ໃຫ້​ໄວ​ໜຸ່ມ​ທຸກ​ຄົນ​ສາມາດ​ເຂົ້າ​ຮ່ວມ​ໃນ​ການ​ປະ​ກວດ./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top