ແຜນນະໂຍບາຍປັບປຸງໂຄງສ້າງການຜະລິດ-ການບໍລິການ

03/06/2024 17:53
Email Print 1850
ຂປລ ຄໍລຳ “ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ” ສະບັບທ້າຍອາທິດຜ່ານມາ ກໍໄດ້ສະເໜີຫົວຂໍ້ກ່ຽວກັບ “ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ” ທ້າຍສະໄໝໃຫ້ປະກົດເປັນຈິງໃຫ້ທ່ານຜູ້ອ່ານແລ້ວ, ເຊິ່ງມາສະບັບນີ້ ຂໍສະເໜີກ່ຽວກັບແຜນນະໂຍບາຍປັບປຸງໂຄງສ້າງການຜະລິດ-ການບໍລິການຕື່ມ.

    *ຄໍລຳ “ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ” ສະບັບທ້າຍອາທິດຜ່ານມາ ກໍໄດ້ສະເໜີຫົວຂໍ້ກ່ຽວກັບ “ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ” ທ້າຍສະໄໝໃຫ້ປະກົດເປັນຈິງໃຫ້ທ່ານຜູ້ອ່ານແລ້ວ, ເຊິ່ງມາສະບັບນີ້ ຂໍສະເໜີກ່ຽວກັບແຜນນະໂຍບາຍປັບປຸງໂຄງສ້າງການຜະລິດ-ການບໍລິການຕື່ມ. ຢູ່ໃນມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ໄດ້ຊີ້ໃຫ້ເຫັນວ່າ: ຕ້ອງໄດ້ກວດກາ ແລະ ປະເມີນຄືນການກໍານົດຍຸດທະສາດ ພັດ ທະນາຂອງບັນດາຂະແໜງການຜະລິດ ແລະ ການບໍລິການ ດ້ວຍການສົມທົບແໜ້ນລະຫວ່າງການສົ່ງເສີມ, ພັດທະນາ ແລະ ຂະຫຍາຍທຸກທ່າແຮງບົ່ມຊ້ອນ ກັບການສ້າງຖານການຜະລິດ ແລະ ສິນຄ້າທີ່ເປັນປາຍແຫລມ ແລະ ມີຄວາມຍືນຍົງ; ຕ້ອງຖືເອົາກະສິກຳເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສາຫະກຳ, ສຸມໃສ່ຍົກລະດັບຂົງເຂດກະສິກຳໃຫ້ທັນສະໄໝ, ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາທີ່ເປັນມິດກັບສິ່ງແວດລ້ອມ ເຂົ້າໃນການສົ່ງເສີມການຜະລິດກະສິກຳໃຫ້ສອດຄ່ອງກັບສະພາບດິນຟ້າອາກາດຢູ່ແຕ່ລະບ່ອນ ແນໃສ່ສ້າງ ແລະ ຕອບສະໜອງແຫລ່ງວັດຖຸດິບທີ່ມີຄຸນນະພາບ ແລະ ພຽງພໍຮັບໃຊ້ການປຸງແຕ່ງກໍຄືສ້າງໃຫ້ມີຜະລິດຕະພັນກະ ສິກຳສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກທັງສາມາດຮັບໃຊ້ການທ່ອງທ່ຽວ ແລະ ການຊົມໃຊ້ພາຍໃນ, ທົດແທນການນໍາເຂົ້າ.

   ຂະນະດຽວກັນກໍຕ້ອງລົງທຶນໃສ່ການກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງດ້ານກະສິກຳ-ປ່າ ໄມ້ຢູ່ເຂດຊົນນະບົດໃຫ້ເຂັ້ມແຂງ. ສ້າງ ແລະ ຂະຫຍາຍພື້ນຖານອຸດສາຫະກຳ ຫລື ໂຮງຈັກ-ໂຮງງານ ດ້ານອຸດສາຫະກໍາທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນໂຮງງານປຸງແຕ່ງແຮ່ທາດ, ເຄມີພັນ, ປຸຍຊີວະພາບ, ຫົວອາຫານລ້ຽງສັດ, ການຜະລິດວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ- ບໍລິໂພກ... ສືບຕໍ່ປັບປຸງ, ພັດທະນາ ແລະ ຍົກລະດັບພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເຂົ້າເຖິງແຫລ່ງທ່ອງທ່ຽວຕິດພັນກັບການສ້າງຜະລິດຕະພັນຮັບໃຊ້ການທ່ອງທ່ຽວແບບອະນຸລັກ, ການມີສ່ວນຮ່ວມຂອງປະຊາຊົນຢູ່ທ້ອງຖິ່ນ. ປັບປຸງການບໍລິການໂລຈິສຕິກ, ຈຸດຄ່ຽນຖ່າຍ, ຄວາມສາມາດໃນການບໍລິການຂົນສົ່ງສິນຄ້າ, ໂດຍສານຜ່ານແລວເສດຖະກິດຕ່າງໆ ໂດຍສະເພາະແລວເສດຖະກິດ ລາວ-ຈີນ, ຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ກໍຄືການເຊື່ອມຕໍ ແລະ ເຂົ້າເຖິງຈຸດບໍລິການຂອງແລວທາງລົດໄຟ ລາວ-ຈີນ ເພື່ອປະຕິບັດຍຸດທະສາດເຊື່ອມຈອດ ດ້ານເສດຖະກິດໃຫ້ແຂງແຮງ ແລະ ມີລັກສະນະບຸກທະລຸສູງ.

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມເສດຖະກິດ

      ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມ

      6/20/2024 2:23:48 PM

      ນັກທ່ອງທ່ຽວລາວສາມາດເພີດເພີນກັບການພັກຮ້ອນໃນຫາດຊາຍທີ່ສວຍງາມຂອງຫວຽດນາມ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

    • ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່ເສດຖະກິດ

      ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່

      6/17/2024 10:43:04 AM

      ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ, ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ.

    • ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດເສດຖະກິດ

      ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

      6/12/2024 10:51:18 AM

      ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    • ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່ເສດຖະກິດ

      ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

      6/10/2024 3:01:04 PM

      ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    • ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງເສດຖະກິດ

      ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      6/10/2024 1:54:51 PM

      ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ.

ads
ads

Top