ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງແຂງແຮງ ເພື່ອຍົກສູງການຜະລິດພາຍໃນ

05/06/2024 05:58
Email Print 1847
ຂປລ ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການດ້ວຍການຍົກສູງ ປະສິດທິພາບ ແລະ ອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ, ສ້າງຄວາມເຊື່ອມໝັ້ນ ແລະ ຄວາມປອດໄພໃຫ້ແກ່ຜູ້ຜະລິດ, ຜູ້ຊົມໃຊ້ ແລະ ປະເທດທີ່ຈະນໍາເຂົ້າສິນຄ້າ.

*ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການດ້ວຍການຍົກສູງ ປະສິດທິພາບ ແລະ ອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ, ສ້າງຄວາມເຊື່ອມໝັ້ນ ແລະ ຄວາມປອດໄພໃຫ້ແກ່ຜູ້ຜະລິດ, ຜູ້ຊົມໃຊ້ ແລະ ປະເທດທີ່ຈະນໍາເຂົ້າສິນຄ້າທັງສາມາດຢັ້ງຢືນແຫລ່ງກໍາເນີດຂອງຜະລິດຕະພັນ ແລະ ສິນຄ້າ ແມ່ນມາດຕະການຕົ້ນຕໍ ເພື່ອຍົກສູງຄຸນນະພາບການຜະລິດພາຍໃນ ແນໃສ່ຫລຸດຜ່ອນການນຳເຂົ້າ ຊ່ວຍໃຫ້ສະພາບຄວາມຫຍຸ້ງຍາດດ້ານເສດຖະກິດ-ການເງິນຢູ່ປະເທດເຮົາໄດ້ຮັບການແກ້ໄຂແບບຍືນຍົງ. 

   ພ້ອມນີ້, ພາກສ່ວນກ່ຽວຂ້ອງຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ດໍາລັດວ່າດ້ວຍ ການແບ່ງຂະໜາດນ້ອຍ ແລະ ກາງ (SME) ແລະ ສ້າງຂອບນະໂຍບາຍສົ່ງເສີມຜູ້ປະກອບການໃໝ່ (Start up) ແລະ ກ້າວສູ່ເສດຖະກິດດີຈິຕອນ; ປັບປຸງນະໂຍບາຍພິເສດດ້ານພາສີ-ອາກອນ; ຂະຫຍາຍສູນສົ່ງເສີມຄວາມຮູ້ດ້ານທຸລະກິດ, ເຕັກນິກການຜະລິດ, ການຕະຫລາດ; ປັບປຸງລະບົບຂໍ້ມູນຂ່າວສານດ້ານການລົງທຶນ, ການຜະລິດ-ການຄ້າ, ການຖືບັນຊີ, ການຄຸ້ມຄອງບໍລິຫານ; ຍົກລະດັບເຕັກໂນໂລຊີ ແລະ ພັດທະນາສີມືແຮງງານ ແລະ ອື່ນໆ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.

   ສ້າງກົນໄກຄໍ້າປະກັນສິນເຊື່ອ ໃນຮູບແບບຂອງໂຄງການ ເພື່ອຊ່ວຍແກ້ໄຂບັນຫາການປ່ອຍກູ້ຂອງທະນາຄານທຸລະກິດທີ່ອາໄສແຕ່ຫລັກຄໍ້າປະກັນ, ປັບປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ SMIS ສະບັບເລກທີ 299/ລບ ໃຫ້ສໍາເລັດພາຍໃນປີ 2022, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນ SME. ສະໜອງທຶນໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂໜາດນ້ອຍ ແລະ ກາງ ທີ່ນອນໃນກຸ່ມເປົ້າໝາຍບູລິມະສິດຈາກກອງທຶນ SME, ແຫລ່ງທຶນຈາກທະນາຄານພັດທະນາແຫ່ງຊາດຈີນ ແລະ ຄູ່ຮ່ວມພັດທະນາຕ່າງໆ. ສຳຫລັບວິທີການຈັດຕັ້ງປະຕິບັດມາດຕະການຕ່າງໆນັ້ນພາກລັດ ແລະ ເອກະຊົນໃນທຸກລະດັບຕ້ອງມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຢ່າງເປັນປະຈໍາ ທັງຊຸກຍູ້ ແລະ ສົ່ງເສີມ SME ໃຫ້ເຂົ້າຮ່ວມໃນຕ່ອງໂສ້ການຜະລິດ, ຕ່ອງໂສ້ ການສະໜອງ ແລະ ຕ່ອງໂສ້ມູນຄ່າ ເພ່ີມຂອງການລົງທຶນຕ່າງປະເທດ ໂດຍສະເພາະໃນເຂດເສດຖະກິດພິເສດ, ຍົກລະດັບດໍາລັດວ່າດ້ວຍເຂດເສດຖະກິດພິເສດຂຶ້ນເປັນກົດໝາຍ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ພື້ນຖານທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ສ້າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ (2021- 2030).

   ເລັ່ງສ້າງດໍາລັດວ່າດ້ວຍນິຄົມອຸດສາຫະກໍາ ໂດຍມີນະໂຍບາຍສະເພາະຄ້າຍຄືກັບເຂດເສດຖະກິດພິເສດ ເພື່ອດຶງດູດການລົງທຶນ. ເລັ່ງແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ທີ່ເປັນອຸປະສັກຂອງການດໍາເນີນທຸລະກິດຢູ່ເຂດເສດຖະກິດພິເສດກ່ຽວກັບການບໍລິການປະຕູດຽວ, ການເພີ່ມທະວີການເກັບລາຍຮັບ, ການນໍາເຂ້ົາ, ການຄຸ້ມຄອງແຮງງານຕ່າງປະເທດ ແລະ ການສະໜອງແຮງງານລາວໃນເຂດເສດຖະກິດພິເສດ. ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນອະນຸມັດການລົງທຶນໃນເຂດເສດຖະກິດພິເສດ ໃຫ້ມີ ຄວາມເປັນເອກະພາບ ແລະ ກະທັດຮັດໂດຍເລັ່ງໃສ່ຊຸກຍູ້ບັນດາໂຄງການທີ່ອະນຸມັດແລ້ວໃຫ້ຈັດຕັ້ງປະຕິບັດໂດຍໄວເຊັ່ນ: ໂຄງການ AMATA SMART & ECO CITY ຢູ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການກໍ່ສ້າງສະໜາມບິນບໍ່ແກ້ວເຂດສາມຫລຽມຄໍາ, ໂຄງການສ້າງພະໃຫຍ່ຢູ່ເຂດບຶງທາດຫລວງ, ໂຄງການຫລອມເຫລັກກ້າຢູ່ເຂດທ່າແຂກ, ໂຄງການພັດທະນາພື້ນຖານໂຄງລ່າງຢູ່ເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເຂດສາມຫລ່ຽມຄໍາ, ເຂດບໍ່ເຕັນແດນງາມ, ເຂດກວມລວມໄຊເສດຖາ, ເຂດບຶງທາດຫລວງ ແລະ ອື່ນໆ. ຂະນະດຽວກັນຕ້ອງເລັ່ງພັດທະນາແຮງງານລາວ ຜູ້ບໍ່ມີອາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ, ຜູ້ທີ່ຈະເຂົ້າສູ່ຕໍາແໜ່ງງານໃໝ່ໃຫມີທັກສະສີມື, ມີລະບຽບວິໄນ, ມີຄວາມດຸໝັ່ນ ແລະ ອົດທົນເພື່ອສາມາດສະໜອງຕາມຄວາມຕ້ອງການຂອງຕະຫລາດແຮງງານ. ສົ່ງເສີມການຈັດຫາວຽກເຮັດງານທໍາໃຫ້ເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດລວມທັງຜູ້ປະກອບການອາຊີບອິດສະລະເພື່ອແກ້ໄຂບັນຫາການວ່າງງານ ໂດຍການສ້າງກົນໄກການຮ່ວມມືກັນ 3 ຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດເພື່ອຍົກສູງຄຸນນະພາບຂອງແຮງງານ. ສຸມໃສ່ສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງເປັນຕົ້ນ: ສ້າງກົດໝາຍວ່າດ້ວຍຈັດຫາງານ, ກົດໝາຍວ່າດ້ວຍພັດທະນາສີມືແຮງງານ, ສ້າງຂໍ້ຕົກ ລົງວ່າດ້ວຍການກໍານົດອັດຕາຄ່າແຮງງານຂັ້ນຕ່ໍາ. ຄຸ້ມຄອງແຮງງານລາວ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຕາມລະບຽບການ.

KPL

ຂ່າວອື່ນໆ

    • ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມເສດຖະກິດ

      ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມ

      6/20/2024 2:23:48 PM

      ນັກທ່ອງທ່ຽວລາວສາມາດເພີດເພີນກັບການພັກຮ້ອນໃນຫາດຊາຍທີ່ສວຍງາມຂອງຫວຽດນາມ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

    • ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່ເສດຖະກິດ

      ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່

      6/17/2024 10:43:04 AM

      ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ, ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ.

    • ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດເສດຖະກິດ

      ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

      6/12/2024 10:51:18 AM

      ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    • ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່ເສດຖະກິດ

      ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

      6/10/2024 3:01:04 PM

      ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    • ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງເສດຖະກິດ

      ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      6/10/2024 1:54:51 PM

      ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ.

ads
ads

Top