ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນ

06/06/2024 21:10
Email Print 3487
ຂປລ ຂປລ. ຖ້ຽວບິນທຳອິດຂອງສາຍການບິນຫວຽດເຈັດ (VietJet) ຈາກນະຄອນຫລວງຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕຣາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງແມ່ນເສັ້ນທາງສາຍທີ​ 6 ຂອງ VietJet ທີ່ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕຣາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກວ້າງ ແລະ ທັນສະໄໝ.
ຂປລ. ຖ້ຽວບິນທຳອິດຂອງສາຍການບິນຫວຽດເຈັດ (VietJet) ຈາກນະຄອນຫລວງຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕຣາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງແມ່ນເສັ້ນທາງສາຍທີ​ 6 ຂອງ VietJet ທີ່ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕຣາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກວ້າງ ແລະ ທັນສະໄໝ. ການຂະຫຍາຍຕາໜ່າງ ການບິນສາກົນໃນຄັ້ງນີ້ຍັງມອບຄວາມສະດວກໃຫ້ນັກທອ່ງທ່ຽວໃນພາກພື້ນອາຊີ ແລະ ອົດສະຕຣາລີ, ຈີນ, ອິນເດຍ, ຍີ່ປູ່ນ, ສ ເກົາຫລີ ແລະ ອື່ນໆ. ຜູ້ໂດຍສານຈາກລາວສາມາດທ່ອງທ່ຽວເສັ້ນທາງສາຍໃໝ່ໃນປີນີ້ ທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ.
ຮອງປະທານ Vietjet ທ່ານ Nguyen Thi Thuy Binh ໃຫ້ຮູ້ວ່າ: ນັບແຕ່ຖ້ຽວບິນທຳອິດຂອງ VietJet ໄປອົດສະຕຣາລີ ໃນເດືອນ ເມສາ 2023, ພວກເຮົາໄດ້ສືບຕໍ່ຂະຫຍາຍຕາໜ່າງການບິນເຊື່ອມຕໍ່ 5 ເມືອງໃຫຍ່ຂອງ ອົດສະຕຣາລີ ລວມມີ Melbourne, Sydney, Brisbane ແລະ Perth, Adelaide ກັບນະຄອນໂຮ່ຈີມິນ, ການເປີດໃຊ້ເສັ້ນທາງ ເມວເບີນ - ຮ່າໂນ້ຍ ໃນມື້ນີ້ ແລະ Sydney - Hanoi ໃນວັນທີ 08 ມິຖຸນາ 2024 ໄດ້ພິສູດໃຫ້ເຫັນວ່າ ຄໍາໝັ້ນສັນຍາຂອງພວກເຮົາໃນການພັດທະນາເຄືອຂ່າຍ ແລະ ການບໍລິການທີ່ມີຄຸນນະພາບລະຫວ່າງ ອົດສະຕຣາລີ - ຫວຽດນາມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້.
ທ່ານ Jim Paraskos ຫົວໜ້າສາຍການບິນ ສະໜາມບິນ Melbourne ໃຫ້ຮູ້ວ່າ: ການຂະຫຍາຍຕົວຂອງຕະຫລາດ ຫວຽດນາມ ແມ່ນມີຄວາມພົ້ນເດັ່ນຫລັງຈາກການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ສ້າງຜົນປະໂຫຍດດ້ານລາຄາປີ້ຍົນທີ່ປະຢັດກວ່າ ແຕ່ມີການບໍລິການຄຸນນະພາບສູງ. ຖ້ຽວບິນນີ້ຖືເປັນຈຸດເຊື່ອມຕໍ່ໃໝ່ລະຫວ່າງ ອົດສະຕຣາລີ ແລະ ຈຸດໝາຍປາຍທາງອື່ນໆໃນອາຊີດ້ວຍເຄືອຂ່າຍການບິນຂອງ Vietjet. ຫວຽດນາມ ​ຖືເປັນ 1 ໃນ 10 ອັນດັບ ສະຖານທີ່​ທ່ອງ​ທ່ຽວ​ທີ່ຍອດນິຍົມຂອງນັກທ່ອງທ່ຽວອົດສະຕຣາລີ.ເສັ້ນທາງ ຮ່າໂນ້ຍ - ເມວເບີນ ຄາດວ່າຈະດຶງດູດການລົງທຶນ ແລະ ຕ້ອນຮັບນັກທ່ອງທ່ຽວ, ນັກສຶກສາ ທີ່ຕ້ອງການເດີນທາງລະຫວ່າງສອງປະເທດໄດ້ຫລາຍຂຶ້ນ. ປະກອບສ່ວນເຂົ້າໃນການຟື້ນຟູການທ່ອງທ່ຽວຂອງລັດໃຫ້ໄດ້ໃນປີ 2025 ແລະ ສ້າງລາຍຮັບຈາກການທ່ອງທ່ຽວບັນລຸ 53 ຕື້ໂດລາ ແລະ ຄາດວ່າຈະມີນັກທ່ອງທ່ຽວ 111,8 ເທື່ອ/ຄົນໃນປີ 2028.
ຂະນະດຽວກັນ ສາຍການບິນ VietJet ຈະເປີດເສັ້ນທາງບິນ​ຮ່າໂນ້ຍ-ຊິດນີ ໃນວັນທີ 08 ມິຖຸນາ 2024ນີ້. ປັດຈຸບັນ VietJet ໄດ້ດຳເນີນຖ້ຽວບິນ 58 ຖ້ຽວຕໍ່ອາທິດທີ່ເຊື່ອມຕໍ່ຫວຽດນາມ ແລະ ອົດສະຕຣາລີ. ເພື່ອສະເຫລີມສະຫລອງ, ສາຍການບິນໄດ້ມອບປີ້ຍົນລາຄາພິເສດ (ບໍ່ລວມພາສີ ແລະ ຄ່າທຳນຽມ) ສໍາລັບປີ້ຊັ້ນປະຢັດ ໂດຍນຳໃຊ້ໄດ້ກັບຖ້ຽວບິນຫວຽດນາມ ແລະ ອົດສະຕຣາລີ ຈົນຮອດວັນທີ 10 ມິຖຸນາ 2024, ເພີ່ມນໍ້າໜັກກະເປົາໄດ້ 20 ກິໂລ ສຳລັບອາຫານ ແລະ ບອ່ນນັ່ງສ່ວນຫລຸດແມ່ນແຕກຕ່າງກັນໄປຕາມເສັ້ນທາງ ແລະ ມື້ເດີນທາງ.
ນອກຈາກນັ້ນ, VietJet ຍັງໃຫ້ບໍລິການຊັ້ນທຸລະກິດໂດຍບໍ່ຕ້ອງຕໍ່ແຖວ ພ້ອມຫ້ອງຮັບແຂກພິເສດ, ມີອາຫານແຊບໆ ຄອຍບໍລິການຕະຫລອດຖ້ຽວບິນ ແລະ ເພີ່ມນໍ້າໜັກກະເປົາໄດ້ເຖິງ 60 ກິໂລ ບວກກັບ Golf set, ຫ້ອງໂດຍສານສ່ວນຕົວ ແລະ ບ່ອນນັ່ງທີ່ປັບໄດ້ເຖິງ 180 ອົງສາ. ຕັ້ງແຕ່ມື້ນີ້ຈົນຮອດວັນທີ 14 ມິຖຸນາ, ຄ່າປີ້ໂດຍສານທຸລະກິດແມ່ນຫລຸດ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ພຽງແຕ່ທ່ານໃຊ້ລະຫັດໂປຣໂມຊັນ SBJUNE50.ຜູ້ໂດຍສາຍທີ່ບິນກັບ VietJet ຈະໄດ້ຮັບປະກັນໄພການເດີນທາງ Skecare ຟຣີ, ໄດ້ຮັບຄະແນນແລກຂອງລາງວັນກັບ VietJet Sky joy Loyalty.
KPL

ຂ່າວອື່ນໆ

ads
ads

Top