ເຊເວັ່ນ ອີເລຟເວັ່ນ ເປີດສາຂາໃໝ່ ຢູ່ເມືອງວັງວຽງ

10/09/2024 14:39
Email Print 449
ຂປລ ໃນວັນທີ 10 ກັນຍາ 2024 ໄດ້ມີພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວຂອງ ທ່ານ ປະລິນຍໂດຍການາເອກ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ.
ຂປລ. ໃນວັນທີ 10 ກັນຍາ 2024 ໄດ້ມີພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວຂອງ ທ່ານ ປະລິນຍໂດຍການາເອກ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ. ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາໃໝ່ນີ້ ຕັ້ງຢູ່ທີ່ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຖືເປັນສາຂາທີ 08 ໃນ ສປປ ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່. ກ່ອນໜ້ານີ້, ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດດໍາເນີນການຮ້ານເຊເວັ່ນ ອີເລຟເວັ່ນ ມາແລ້ວທັງໃນນະຄອນຫລວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ທີ່ສໍາຄັັນຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມແນວທາງຂອງບໍລິສັດ ທີ່ຕ້ອງການໃຫ້ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເປັນຂອງຄົນລາວ ເພື່ອຄວາມພາກພູມໃຈຂອງລາວ ຢ່າງແທ້ຈິງ.

ທ່ານນາງ ທຸງໄກສອນ ຄຳມັງ ຜູ້ບໍລິຫານທຸລະກິດເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ ໄດ້ກ່າວວ່າ: ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ ເຊິ່ງເປັັນທີ່ນິຍົມ ໂດຍຄົນລາວມັກຈະເດີນທາງໄປຊື້ເຄື່ອງໃນມື້ພັກຂອງທ້າຍອາທິດ ທັງໃນໜອງຄາຍ ແລະ ອຸດອນທານີ ສະແດງໃຫ້ເຫັນວ່າ ຜູ້ບໍລິໂພກຄົນລາວ ມັກຊົມໃຊ້ສິນຄ້າໃນເຊເວັ່ນ ອີເລຟເວັ່ນ ແລະ ທຸລະກິດກໍເຕີບໃຫຍ່ໄດ້ດີໃນປະເທດໄທ ເປັນສ່ວນໜຶ່ງຂອງພາກການທອ່ງທ່ຽວ ສອດຄ່ອງກັບພື້ນທີ່ເມືອງວັງວຽງ ທີ່ເປັັນຈຸດໝາຍປາຍທາງທີ່ສໍາຄັນດ້ານການທ່ອງທ່ຽວຂອງ ສປປລາວ . ການທີ່ມີຮ້ານເຊເວັ່ນ ອີເລຟເວັ່ນ ເປີດບໍລິການນອກຈາກຈະຊ່ວຍອໍານວຍຄວາມສະດວກໃຫ້ຜູ້ທີ່ເດີນທາງມາທ່ອງທ່ຽວໃນ ສປປ ລາວ ແລ້ວ ຍັງເປັນອີກໜຶ່ງທາງເລືອກໃຫ້ຄົນລາວໄດ້ເຂົ້າເຖິງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ. ໃນຂະນະດຽວກັນ ຍັງເປັນການສ້າງວຽກເຮັດງານທຳໃຫ້ຄົນພາຍໃນທ້ອງຖິ່ນ ບໍ່ຕ້ອງອອກໄປເຮັດວຽກຕ່າງແຂວງ ຫລື ຕ່າງປະເທດ ແລະ ຍັງມີໂອກາດໄດ້ພັດທະນາຕົນເອງ ມີຄວາມຮູ້ຝຶກທັກສະໃນດ້ານວຽກບໍລິການ ເພາະ ຊີພີ ອໍລ໌ ລາວ ຊ່ວຍໃນການຝຶກອົບຮົມພະນັກງານໃຫ້ເປັນໄປຕາມມາດຕະຖານ ເຊິ່ງຈະເປັນຈຸດແຂງໃນພາກການທ່ອງທ່ຽວ ແລະ ບໍລິການ ໃນປີທ່ອງທ່ຽວລາວ (Visit Laos Year 2024) ຕາມນະໂຍບາຍຂອງພາກລັດ ທີ່ຕ້ອງການໃຫ້ການທອ່ງທ່ຽວ ຊ່ວຍກະຕຸ້ນເສດຖະກິດ ໂດຍຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ ລາວ ເພີ່ມຂຶ້ນ ຢ່າງຊັດເຈນ ພາຍຫລັງຜ່ານພົ້ນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ເມືອງວັງວຽງ ບໍ່ພຽງແຕ່ມີຈຸດແຂງດ້ານສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ແຕ່ຍັງຢູ່ໃນເສັ້ນທາງຂອງລົດໄຟ ລາວ-ຈີນ ເຊິ່ງເຮັດໃຫ້ການຄົມມະນາຄົມຂົນສົ່ງມີຄວາມສະດວກສະບາຍອີກດວ້ຍ.

KPL

ຂ່າວອື່ນໆ

ads
ads

Top