6 ເດືອນຕົ້ນປີນີ້ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າ ບັນລຸ 7.754 ລ້ານໂດລາສະຫະລັດ

03/09/2024 13:51
Email Print 1065
ຂປລ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ສປປ ລາວ ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 7.754 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການນຳເຂົ້າ ປະຕິບັດໄດ້ ປະມານ 4.052 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂຶ້ນ ແລະ ສົ່ງອອກສິນຄ້າ ໄດ້ ປະມານ 3.702 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ແມ່ນຫລຸດລົງ.



ຂປລ. ໃນໄລຍະ
6 ເດືອນຕົ້ນປີ 2024 ນີ້, ສປປ ລາວ ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ 7.754 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການນຳເຂົ້າ ປະຕິບັດໄດ້ ປະມານ 4.052 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂຶ້ນ ແລະ ສົ່ງອອກສິນຄ້າ ໄດ້ ປະມານ 3.702 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ແມ່ນຫລຸດລົງ.



ສຳລັບ ສິນຄ້າສົ່ງອອກຕົ້ນຕໍ ລວມມູນຄ່າທັງໝົດ ປະມານ
3.702 ລ້ານໂດລາສະຫະລັດ ຫລຸດລົງ ປະ ມານ 13.5%ທຽບໃສ່ 6 ເດືອນຕົ້ນປີ 2023. ໃນນີ້, ສິນຄ້າສົ່ງອອກຫລັກ 5 ອັນດັບ ປະກອບມີ: ເກືອກາລີ, ຄໍາປະສົມ, ມັນຕົ້ນ, ແຮ່ທອງ ແລະ ເຈ້ຍ. ໃນນັ້ນ, ສົ່ງອອກໄປ ສປ ຈີນ ປະມານ 1.296 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 929 ລ້ານໂດລາສະຫະລັດ, ໄທ ປະມານ 766 ລ້ານໂດລາສະຫະລັດ, ອົດສະຕຣາລີ ປະມານ 220 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 87 ລ້ານໂດລາສະຫະລັດ.



ສ່ວນສິນຄ້ານໍາເຂົ້າຕົ້ນຕໍ ລວມມູນຄ່າທັງໝົດ ປະມານ
4.052 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 19% ທຽບໃສ່ 6 ເດືອນຕົ້ນປີ 2023 ໃນນີ້, ສິນຄ້ານໍາເຂົ້າຫລັກ ມີ: ນ້ຳມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫລັກ ແລະ ເຄື່ອງໄຟຟ້າ. ໃນນັ້ນ, ນຳເຂົ້າຈາກໄທ ປະມານ 1.814 ລ້ານໂດລາສະຫະລັດ, ຈີນ ປະມານ 1.494 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 251 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ  112 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 68 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໃນໄລຍະ 6 ເດືອນ ຕົ້ນປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ເວບໄຊ ອຄ

KPL

ຂ່າວອື່ນໆ

ads
ads

Top