ທະນາຄານສູນກາງເອີຣົບ ປັບຫລຸດອັດຕາດອກເບ້ຍຄັ້ງທີ 2

15/09/2024 16:49
Email Print 144
ຂປລ ທະນາຄານ ສູນກາງ ເອີຣົບ (ECB) ໄດ້ປະກາດ ປັບຫລຸດ ອັດຕາ ດອກເບ້ຍ ຕື່ມອີກ ຈາກ 0,25% ລົງເຫລືອ 3,5%.ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 5ປີຜ່ານມາ

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້,  ທະນາຄານ ສູນກາງ ເອີຣົບ (ECB) ໄດ້ປະກາດ ປັບຫລຸດ ອັດຕາ ດອກເບ້ຍ ຕື່ມອີກ ຈາກ 0,25% ລົງເຫລືອ 3,5%.ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 5ປີຜ່ານມາ, ນັບແຕ່ປີ 2019, ECB ຕັດສິນໃຈ ຫລຸດດອກເບ້ຍລົງ ພາຍຫລັງ ຜັນຂະຫຍາຍ ຍຸດທະສາດ ເພີ່ມອັດຕາດອກເບ້ຍ ຢ່າງຂ້ຽວຂາດ ນັບແຕ່ປີ 2022 ເພື່ອຕ້ານຄືນ ການເພີ່ມລາຄາ ຢ່າງແຮງ ໃນໄລຍະປະມານ 4 ທົດສະວັດຜ່ານມາ. ກ່ອນໜ້ານັ້ນ, ຕົ້ນເດືອນມິຖຸນາຜ່ານມາ, ECB ໄດ້ຫລຸດອັດຕາດອກເບ້ຍລົງເຫຼືອ 3,75%. ບັນດາສັນຍານນີ້ ສະແດງໃຫ້ເຫັນວ່າ ໄພເງິນເຟີ້ພວມມີທ່າຫຼຸດລົງຢ່າງແຮງ ເຊິ່ງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ວາງແຜນນະໂຍບາຍໃນການສືບຕໍ່ຫຼຸດອັດຕາດອກເບ້ຍລົງ. ສະພາຜູ້ວ່າການ ECB ຕ້ອງຮັກສາ ຄວາມດຸ່ນດ່ຽງ ລະຫວ່າງ ບັນດາຄວາມວິຕົກກັງວົນ ກ່ຽວກັບ ແງ່ຫວັງ ໃນການເຕີບໂຕ ທີ່ເປັນໜ້າຜິດຫວັງກັບ ຄວາມຕ້ອງການ ເພື່ອຮັບປະກັນ ວ່າໄພເງິນເຟີ້ ໄດ້ຮັກສາຢູ່ລະດັບ 2% ໂດຍທະນາຄານ ECB ວາງອອກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top