ອິນໂດເນເຊຍ ເລີ່ມສ້າງທາງລົດໄຟ ສາຍຕາເວັນອອກ-ຕາເວັນຕົກ

13/09/2024 22:15
Email Print 314
ຂປລ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ເຂົ້າຮ່ວມໃນພິທີ ເປີດໂຄງການ ກໍ່ສ້າງ ເສັ້ນທາງລົດໄຟ ຂົນສົ່ງມວນຊົນ (MRT) ແຫ່ງ ຈາກາຕາ ສາຍຕາເວັນອອກ-ຕາເວັນຕົກ ໃນໄລຍະທີ 1 ຢູ່ ສະຖານີ ລົດໄຟຟ້າ ຂົນສົ່ງ ມວນຊົນ ທັນຣິນ ຢູ່ເຂດໃຈກາງ ນະຄອນຫລວງ ຈາກາຕາ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນທີ 13 ເດືອນກັນຍາ, ທ່ານ ​ໂຈ​ໂກ ວິ​ໂດ​ໂດ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ໄດ້ເຂົ້າຮ່ວມໃນພິທີ ເປີດ​ໂຄງການ ​ກໍ່ສ້າງ ເສັ້ນທາງ​ລົດ​ໄຟ ​ຂົນ​ສົ່ງ​ມວນ​ຊົນ (MRT) ​ແຫ່ງ​ ຈາ​ກາ​ຕາ ສາຍຕາ​ເວັນ​ອອກ-ຕາ​ເວັນ​ຕົກ ໃນ​ໄລຍະ​ທີ 1 ຢູ່​ ​ສະຖານີ​ ລົດ​ໄຟຟ້າ ຂົນ​ສົ່ງ ມວນ​ຊົນ ທັນຣິນ ​ຢູ່ເຂດໃຈກາງ​ ນະຄອນຫລວງ ຈາ​ກາ​ຕາ.

          ທ່ານ ​ໂຈ​ໂກ ວິ​ໂດ​ໂດ ລະບຸວ່າ ເສັ້ນທາງ ລົດ​ໄຟ​ ຂົນ​ສົ່ງ​ ມວນ​ຊົນ ​ສາຍ​ນີ້ ໃນ​ໄລຍະ​ທີ1 ຈະ​ເລີ່​ມຕ ​ຈາກ ​ເມ​ດັນ​ຊາ​ເຕີຍ ​ໄປ​ຍັງ ​ໂຕ​ມັງ ທີ່ມີຄວາມຍາວ ຫລາຍກວ່າ 24,5 ກິ​ໂລ​ແມັດ , ໂດຍທ່ານ ເຊື່ອ​ວ່າ ທາງ​ລົດ​ໄຟ​ ສາຍ​ໃໝ່​ນີ້ ຈະ​ເຮັດ​ໃຫ້ ນະຄອນຫລວງ ຈາ​ກາ​ຕາ ​ເປັນ​ເມືອງ​ ລະດັບ​ໂລກ ທີ່​ມີ ​ພື້ນຖານ​ ໂຄງ​ລ່າງ ທາງ​ດ້ານການ​ຂົນ​ສົ່ງ ທີ່​ທັນ​ສະ​ໄໝ. ນອກນັ້ນ ເສັ້ນທາງ​ລົດ​ໄຟ ​ສາຍ​ໃໝ່ນີ້ ຈະ​ມີ​ ສະຖານີ 21​ ແຫ່ງ ພ້ອມ​ດ້ວຍ ​ສະຖານີ ​​ໃຕ້​ດິນ ​ແລະ ສະຖານີ​ ຍົກ​ລະດັບ , ໂດຍແມ່ນ ສະຖານີ​ ທຳຣິນ ​ເປັນ​ຈຸດ ​ເຊື່ອມ​ຕໍ່​ ລະຫວ່າງ​ ເສັ້ນທາງ​ລົດ​ໄຟຟ້າ ຂົນ​ສົ່ງ​ ມວນ​ຊົນ ສາຍ​ເໜືອ-ສາຍ​ໃຕ້ ​ແລະ ສາຍຕາ​ເວັນ​ອອກ-ຕາ​ເວັນ​ຕົກອີກດ້ວຍ./.

KPL

ຂ່າວອື່ນໆ

ads
ads

Top