ອົງການອະນາໄມໂລກ ອະນຸມັດວັກຊິນຕ້ານພະຍາດໝາກສຸກລິງ

15/09/2024 16:50
Email Print 159
ຂປລ ອົງການ ອະນາໄມໂລກ (WHO) ໄດ້ອະນຸມັດຜ່ານ ໃນເບື້ອງຕົ້ນ ວັກຊິນ ທຳອິດ ຕ້ານພະຍາດ ໝາກສຸກລິງ ຊຶ່ງເປັນວັກຊິນ ຂອງບໍລິສັດການຢາ ແດນມາກ Bavarian Nordic.

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ອົງການ ອະນາໄມໂລກ (WHO) ໄດ້ອະນຸມັດຜ່ານ ໃນເບື້ອງຕົ້ນ ວັກຊິນ ທຳອິດ ຕ້ານພະຍາດ ໝາກສຸກລິງ ຊຶ່ງເປັນວັກຊິນ ຂອງບໍລິສັດການຢາ ແດນມາກ Bavarian Nordic. ວັກຊິນນີ້ ມີຄຸນນະພາບທີ່ດີ, ປອດໄພ ແລະ ມີປະສິດທິຜົນສູງ. ບັນດາອົງການຂອງ ສປຊ ກໍ່ອີງຕາມຂັ້ນຕອນນີ້ ກ່ອນທີ່ຈະຊື້ບັນດາຜະລິດ ຕະພັນການແພດ. ການກະທຳ ດັ່ງກ່າວ ໄດ້ເປີດເສັ້ນທາງ ໃຫ້ແກ່ ບັນດາປະເທດ ພວມພັດທະນາ ອາດສາມາດ ເຂົ້າເຖິງ ວັກຊິນ ຕ້ານພະຍາດ ໝາກສຸກລິງ, ໃນສະພາບການຫລາຍປະເທດ ບໍ່ມີເຕັກໂນໂລຢີ ແລະ ແຫລ່ງກຳລັງ ເພື່ອກວດກາ ຄວາມປອດໄພ ແລະ ປະສິດທິຜົນ ຂອງວັກຊິນຢ່າງເຂັ້ມງວດ. ທ່ານ ປ.ອ ເທໂດຣ ແອດຮານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ WHO  ເປີດເຜີຍວ່າ: ວັກຊິນ ຕ້ານພະຍາດ ໝາກສຸກລິງ ໄດ້ຮັບການອະນຸມັດຜ່ານ ໃນເບື້ອງຕົ້ນ ແມ່ນບາດກ້າວສຳຄັນ ໃນການຕ້ານພະຍາດ ທີ່ພວມແພ່ລະບາດ ຢ່າງແຮງ ຢູ່ຫລາຍປະເທດ ໃນອາຟຣິການີ້ ກໍ່ຄື ໃນອະນາຄົດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top