ພັກ ປປ ລາວ-ພັກກອມມູນິດ ຫວຽດນາມ ສືບຕໍ່ເພີ່ມ ພູນຄູນສ້າງການພົວພັນ ໃຫ້ຂຽວສົດງົດງາມ ຕະຫລອດໄປ

12/09/2024 15:26
Email Print 697
ຂປລ ຂປລ. ກອງ​ປະຊຸມ​ຂັ້ນ​ສູງ​ ລະຫວ່າງ​ ພັກ​ປະຊາຊົນ​ປະຕິວັດ​ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ​ໃຫຍ່, ປະທານ​ປະ​ເທດແຫ່ງ ສປປ ລາວ ​ແລະ ພັກ​ກອມ​ມູນິດ​ຫວຽດນາມນຳໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ​. ໄດ້​ຈັດຂຶ້ນໃນວັນ​ທີ 11 ກັນຍາ 2024, ຢູ່​ນະຄອນຫລວງຮ່າ​ໂນ້ຍ ສສ ຫວຽດນາມ, ນີ້​ເປັນ​ກົນ​ໄກ​ຮ່ວມ​ມື​​ສຳຄັນ​ ໃນ​ການ​ພົວພັນ​ລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ​.



ຂປລ.
ກອງ​ປະຊຸມ​ຂັ້ນ​ສູງ​ ລະຫວ່າງ​ ພັກ​ປະຊາຊົນ​ປະຕິວັດ​ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ​ໃຫຍ່, ປະທານ​ປະ​ເທດແຫ່ງ ສປປ ລາວ ​ແລະ ພັກ​ກອມ​ມູນິດ​ຫວຽດນາມນຳໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ​. ໄດ້​ຈັດຂຶ້ນໃນວັນ​ທີ 11 ກັນຍາ 2024, ຢູ່​ນະຄອນຫລວງຮ່າ​ໂນ້ຍ ສສ ຫວຽດນາມ, ນີ້​ເປັນ​ກົນ​ໄກ​ຮ່ວມ​ມື​​ສຳຄັນ​ ໃນ​ການ​ພົວພັນ​ລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ​.

ໃນ​ການ​ພົບ​ປະ,​ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ແລະ ສະຫາຍ ໂຕເລິມ ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ​ ໄດ້​ແຈ້ງໃຫ້ກັນຊາບ​ກ່ຽວ​ກັບ ​ສະພາບ​ການ​ຂອງ​ແຕ່ລະ​ພັກ ​ແລະ ແຕ່ລະປະ​ເທດ. ໃນນັ້ນ ລວມມີວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ປຶກສາຫາລືແລກປ່ຽນ ກ່ຽວ​ກັບ​ສະພາບ​ການ​ສາກົນ, ພາກ​ພື້ນ ​ແລະ ບັນດາ​ເນື້ອໃນຕ່າງໆ​ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຮ່ວມກັນ; ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ເຫັນດີ​ເປັນ​ເອກະພາບກັນ​ກ່ຽວ​ກັບ​ ທິດ​ທາງ​ສຳຄັນ​ຂອງ​ການພົວພັນ​ຮ່ວມ​ມື​ ລາວ-ຫວຽດນາມ ​ໃນ​ໄລຍະສະເພາະໜ້າ.

ສະຫາຍເລຂາທິການໃຫຍ່, ປະທານປະເທດທັງສອງ ໄດ້ສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ຕໍ່ບັນດາຜົນສຳເລັດອັນສຳຄັນ ເຊິ່ງມີຄວາມໝາຍປະຫວັດສາດ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດການປ່ຽນແປງໃໝ່ ກໍຄື ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອຖານມິດສະຫາຍອັນແທ້ຈິງ ລະຫວ່າງ ສອງພັກ, ສອງລັດ​ ແລະ ປະຊາຊົນສອງຊາດໃຫ້ກັນ ແລະ ກັນ ນັບແຕ່ອະດີດເຖິງປັດຈຸບັນ; ເນັ້ນເຖິງມູນເຊື້ອປະຫວັດສາດ, ຄວາມສາມັກຄີ, ຄວາມໃກ້ຊິດຕິດແທດ​ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຢືນຢັນ​ວ່າ ສາຍພົວພັນ​ລາວ-ຫວຽດ ນາມ​ ແມ່ນມໍລະດົກອັນ​ລ້ຳ​ຄ່າ​ ຂອງປະຊາຊົນ​ສອງ​ປະ​ເທດ​, ​ເປັນປັດໄຈພາວະວິໄສ ແລະ ​ເປັນ​ແຫລ່ງກຳລັງ​ແຮງອັນໃຫຍ່ຫລວງ ທີ່ສຸດ​ຂອງ​ສອງ​ພັກ, ສອງ​ລັດ ແລະປະຊາຊົນ​ສອງ​ຊາດ, ຕ້ອງໄດ້ສືບຕໍ່ເສີມ ຂະຫຍາຍປົກປັກ ຮັກສາ ແລະ ສືບທອດໃຫ້ກັບບັນດາຄົນຮຸ່ນຕໍ່ໄປ.



ສະຫາຍ ໂຕເລິມ ເລຂາທິການໃຫຍ່
, ປະ​ທານ​ປະ​ເທດຫວຽດນາມ ໄດ້ຢືນ​ຢັນຢ່າງສະເໝີຕົ້ນສະເໝີປາຍ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ຕົ້ນ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກໍໄດ້ຢືນຢັນວ່າ ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ລາວ ຈະຮ່ວມ​ກັບ​ຫວຽດນາມ ປັບປຸງ,​ ປົກປັກຮັກສາ ​ແລະ ເພີ່ມພູນຄູນສ້າງສາຍ​ພົວພັນ​ຄວາມສາມັກຄີ​ແບບ​ພິ​ເສດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ນັບໄດ້ຮັບການ​ພັດທະນາ, ແຕກດອກອອກ​ຜົນຍິ່ງຂຶ້ນ​ ເພື່ອ​ຜົນ​ປະ​ໂຫຍ​ດອັນແທ້ຈິງຂອງ​ປະຊາຊົນແຕ່ລະປະເທດ, ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.




ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່
, ປະທານປະເທດລາວ ​ແລະ ສະຫາຍໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ​ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຕີລາຄາສູງ​ຕໍ່​ການພົວພັນ​ຮ່ວມ​ມືລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ພັດທະນາເຂົ້າສູ່ລວງເລິກ, ບັນລຸ​ໄດ້​ໝາກຜົນຕົວຈິງ​ໃນ​ທຸກ​ດ້ານ, ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ​ເພີ່ມ​ທະວີ​ດ້ານ​ປ້ອງ​ກັນ​ຊາດ ​ແລະ ປ້ອງກັນຄວາມສະຫງົບ, ມີສະຖຽນລະພາບທາງ​ດ້ານ​ການ​ເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ແຕ່ລະປະເທດ; ສືບ​ຕໍ່ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ແລະ ​ໃນ​ໂລກ. ການ​ນຳ​ສອງ​ຝ່າຍ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ ລະຫວ່າງ​ລາວ-ຫວຽດນາມ-ກໍາປູ​ເຈຍ ທີ່ນັບມື້ໄດ້ຮັບການພັດທະນາເປັນຢ່າງດີ ​ແລະ ຖືສຳຄັນຍິ່ງ ກໍຄື ມີຄວາມຕ້ອງການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 3 ພັກ ​ແລະ 3 ປະ​ເທດ, ໃນນັ້ນປະຕິບັດໝາກຜົນ ຂອງການພົບປະລະຫວ່າງ ການນຳຂອງສາມພັກ ກໍຄື ບັນດາກົນໄກການຮ່ວມມືກັບຝ່າຍອື່ນໆ.

ໃນການ​ພົບ​ປະດັ່ງກ່າວ, ສະຫາຍ​ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ​ແລະ​ ສະຫາຍ​ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ ແຫ່ງ​ການ​ຮ່ວມ​ມື​ ລະຫວ່າງ 2 ປະ​ເທດ​ ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ພ້ອມກັນນັ້ນ​, ໄດ້ນຳສະເໜີບັນດາ​ມາດ​ຕະການ​ສະ​ເພາະ​ ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ຂອງ​ການ​ຮ່ວມ​ມື​; ສອງນາຍົກລັດຖະມົນຕີ ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ ຕ້ອງ​ໄດ້​ສ້າງ​ບາດກ້າວບຸກທະລຸ ໃນ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ​ໃຫ້ສົມຄູ່ກັບ ການ​ພົວພັນ​ທາງ​ການ​ເມືອງ, ຄວາມ​ສາມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ, ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຄົງຄ້າງ​ ໃນ​ການ​ຮ່ວມ​ມື, ຊຸກຍູ້​ການ​ຮ່ວມ​ມື​ທີ່​ເຊື່ອມ​ໂຍງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ຂອງ​ສອງ​ປະ​ເທດລາວ-ຫວຽດນາມ ​ແລະ ລະຫວ່າງ 3 ພື້ນຖານ​ເສດຖະກິດ ລາວ-ຫວຽດນາມ-ກໍາປູ​ເຈຍ.




ບັນດາການ​ນຳ​ຂອງ​ສອງ​ພັກ ແລະ​ ສອງ​ລັດ ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ໄລ​ຍະ​ຕໍ່ໜ້າ ໂດຍຕ້ອງໄດ້ຕັ້ງໜ້າຈັດຕັ້ງຜັນ ຂະຫຍາຍ​ບັນ​ດາ​ທິດ​ທາງ​ສຳ​ຄັນ​ ທີ່​ການ​ນຳ​ຂອງສອງ​ຝ່າຍ​ ໄດ້​ເອກະພາບກັນ
, ສືບ​ຕໍ່​ເອົາ​ການ​ພົວພັນ​ ດ້ານ​ການ​ເມືອງເຂົ້າສູ່ລວງເລິກ ເຊິ່ງ​ເປັນ​ທິດ​ທາງ​ລວມຂອງ​ການ​ຮ່ວມ​ມື; ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບາງບັນຫາ​ຍຸດ​ທະ​ສາດ, ຮ່ວມ​ກັນໃນການ​ກະກຽມ ​ຈັດ​ຕັ້ງ​ກອງ​ປະຊຸມ​ພັກ ແຕ່ລະຂັ້ນ ເພື່ອກ້າວ​ໄປ​ເຖິງ​ກອງປະຊຸມໃຫຍ່ ຂອງ​ແຕ່ລະ​ພັກ; ​ເພີ່ມທະວີ ແລະ ເສີມ​ຂະຫຍາຍ​ບັນດາ​ເສົາ​ຄ້ຳ​ ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງກັນ​ຊາດ, ປ້ອງກັນ​ຄວາມ​ສະຫງົບ.

ການ​ນຳ​ສອງ​ປະ​ເທດໄດ້​ເຫັນ​ດີ​ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ ຂໍ້​ມູນ​ຂ່າວ​ສານຢ່າງທັນການ, ການປຶກສາຫາລື, ການ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​​ໃນ​ເວທີ​ພາກພື້ນ ແລະ ສາກົນ; ປະຕິບັດບັນດາຖະ​ແຫລງ​ການ​ຮ່ວມ ລາວ-ຫວຽດນາມ ແລະ ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ພັກ ແລະ ລັດ ​ແລະ ບັນດາ​ໂຄງການ​ຮ່ວມ​ມື ​ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນໃຫ້ມີປະສິດທິພາບ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ​​ການ​ຮ່ວມ​ມື​ລະຫວ່າງ​ ສອງພື້ນຖານເສດຖະກິດ; ຖືສໍາຄັນມາດ​ຕະ​ການ​ ແກ້ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ຂ້ອງຄາ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ລົງ​ທຶນ; ຍົກສູງປະສິດທິພາບຂອງ​ການ​ພົວພັນ​ ຮ່ວມ​ມື​ລະຫວ່າງ​ ບັນດາ​ອົງການ​ຈັດຕັ້ງມະຫາຊົນ ​ແລະ ທ້ອງ​ຖິ່ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໂດຍ​ກົງ, ​​ສະໜັບສະໜູນ​ເຊິ່ງກັນ​ ແລະ​ ກັນ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ, ຮັກສາ​ຄວາມ​ໝັ້ນຄົງ ​ແລະ ຄວາມສະຫງົບປອດໄພ​ຢູ່​ເຂດ​ຊາຍ​ແດນ.

ສອງ​ຝ່າຍ​ຢືນຢັນ​ຄວາມ​ຈຳ​ເປັນ ​ຕ້ອງ​ຍົກສູງປະສິດທິພາບ ຂອງ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ, ສືບຕໍ່ການປ່ຽນແປງໃໝ່, ປະດິດສ້າງໃໝ່ ໃນການຍົກສູງປະສິດທິຜົນ ການຮ່ວມມືໃນທຸກຂົງເຂດ, ​ສ້າງ​ກົນ​ໄກ​ໃໝ່​ທີ່​ເໝາະ​ສົມ​ ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ ແບບ​ພິ​ເສດ​ລາວ-ຫວຽດນາມ ເພື່ອຜົນປະໂຫຍດ ຕົວຈິງ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະໃນໂລກ.

ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top