ອັງກິດ ຄາດວ່າ ໜີ້ສາທາລະນະ ອາດຈະເພີ່ມຂຶ້ນ ເກືອບ 3 ເທົ່າ

13/09/2024 22:15
Email Print 332
ຂປລ ລັດຖະບານ ອັງກິດ ຄາດວ່າ ໜີ້ສາທາລະນະ ຂອງ ປະເທດນີ້ ອາດຈະ ເພີ່ມຂຶ້ນ ເກືອບ 3 ເທົ່າ, ກວມເອົາ 270% ຂອງ ລວມຍອດ ຜະລິດ ຕະພັນ (ຈີດີຟີ) ໃນໄລຍະ 50 ປີຕໍ່ໜ້າ, ເນື່ອງຈາກ ປະຊາກອນ ສູງອາຍຸ ແລະ ການປ່ຽນແປງ ສະພາບ ພູມອາກາດ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ,  ວັນ​ທີ 13 ກັນຍາ, ລັດຖະບານ ອັງກິດ ຄາດ​​ວ່າ ໜີ້​ສາທາລະນະ ​ຂອງ​ ປະ​ເທດນີ້ ອາດ​ຈະ ເພີ່ມ​ຂຶ້ນ​ ເກືອບ ​3 ເທົ່າ, ກວມເອົາ 270% ຂອງ ລວມຍອດ ຜະລິດ ຕະພັນ (ຈີດີຟີ) ໃນໄລຍະ​ 50 ປີ​ຕໍ່ໜ້າ, ​ເນື່ອງ​ຈາກ​ ປະຊາກອນ​ ສູງ​ອາຍຸ ​ແລະ ການ​ປ່ຽນ​ແປງ ສະພາບ ​ພູມ​ອາກາດ. ​ໂດຍ​ ການຄາດຄະເນ ຈາກ ​ສຳນັກງານ ຄວາມ​ຮັບຜິດຊອບ ດ້ານ​ງົບປະມານ (​ໂອ​ບີ​ອາຣ) ມີ​ຂຶ້ນ​ ກ່ອນ​ລັດຖະບານ ອັງກິດ ໂດຍ ສະ​ເໜີ​ແຜນ​ ງົບປະມານ ຊຸດ​ທຳ​ອິດ ​ໃນ​ເດືອນ​ຕຸລາ ທີ່​ຈະ​ມາ​ເຖິງ , ​ຄາດ​ວ່າ ພາສີ ​ບາງ​ສ່ວນ ຈະ​ເພີ່ມ​ຂຶ້ນ ​ເພື່ອ​ທົດ​ແທນ​ ຊ່ອງ​ວ່າງ​ ການ​ໃຊ້​ຈ່າຍ ຫລາຍ​ເກີນ​ໄປ ດ້ວຍມູນ​ຄ່າ​ ປະມານ 22.000 ລ້ານ​ປອນ​ເຕີຣລິງ./

 

 

KPL

ຂ່າວອື່ນໆ

ads
ads

Top