ພາຍຸໄຕ້ຝຸ່ນຢາກິ ສົ່ງຜົນກະທົບໃຫ້ປະເທດອາຊີອາຄະເນ ຢ່າງຕໍ່ເນື່ອງ

15/09/2024 16:49
Email Print 149
ຂປລ ພາຍຸ ໄຕ້ຝຸ່ນ ຢາກິ ໄດ້ພັດຜ່ານ ສປປ ລາວ, ມຽນມາ, ສສ ຫວຽດນາມ ແລະ ໄທ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ ຝົນຕົກໜັກ, ພາໃຫ້ເກີດ ໄພນໍ້າຖ້ວມ ແລະ ດິນພູເຈື່ອນ ຊຶ່ງໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຈຳ ນວນຫລາຍຄົນ ແລະ ມີຜົນເສຍຫາຍ ທາງເສດຖະກິດ ຈຳນວນຫລວງຫລາຍ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ພາຍຸ ໄຕ້ຝຸ່ນ ຢາກິ ໄດ້ພັດຜ່ານ ສປປ ລາວ, ມຽນມາ, ສສ ຫວຽດນາມ ແລະ ໄທ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ ຝົນຕົກໜັກ, ພາໃຫ້ເກີດ ໄພນໍ້າຖ້ວມ ແລະ ດິນພູເຈື່ອນ ຊຶ່ງໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຈຳນວນຫລາຍຄົນ ແລະ ມີຜົນເສຍຫາຍ ທາງເສດຖະກິດ ຈຳນວນຫລວງຫລາຍ. ນັບມາຮອດ ວັນທີ 15 ກັນຍານີ້, ພາຍຸໄຕ້ຝຸ່ນຢາກິ ໄດ້ເຮັດໃຫ້ ສສ ຫວຽດນາມ ມີຜູ້ເສຍຊີວິດ 281 ຄົນ,ສູນຫາຍ  67 ຄົນ. ຂະນະທີ່ ມຽນມາ ມີຜູ້ເສຍຊີວິດ ເພີ່ມຂຶ້ນຮອດ 74 ຄົນ ແລະ ສູນຫາຍອີກ 89 ຄົນ, ຈຳນວນປະຊາຊົນ ປະສົບໄພ ເກືອບ 240.000 ຄົນ. ປັດຈຸບັນ,  ເຂດປະສົບໄພນ້ຳຖ້ວມ ສ່ວນໃຫຍ່ຢູ່ ມຽນມາ ຍັງມີສະພາບ ທີ່ໜັກໜ່ວງ,  ລະບົບການສື່ສານ ແລະ ການຄົມມະນາຄົມ ຖືກຕັດຂາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top