5 ປີຕໍ່ໜ້າ ​ເມືອງ​ໝື່ນຈະຜະລິດ ແລະ ຈຳໜ່າຍແຮ່ທາດ ໃຫ້ໄດ້ 254.000 ໂຕນ

27/06/2024 12:20
Email Print 340
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ​: ໃນໄລຍະ 5 ປີຜ່ານນີ້ ຫ້ອງການ ພະລັງານ ແລະ ບໍ່ແຮ່ ເມືອງ​ໝື່ນ ແຂວງ​ວຽງ​ຈັນ ສາມາດຂຸດຄົ້ນ-ປຸງແຕ່ງແຮ່ທາດ ໄດ້ທັງໝົດ 433.418,4 ໂຕນ

 

  ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ​: ໃນໄລຍະ 5 ປີຜ່ານນີ້ ຫ້ອງການ ພະລັງານ ແລະ ບໍ່ແຮ່ ເມືອງ​ໝື່ນ ແຂວງ​ວຽງ​ຈັນ ສາມາດຂຸດຄົ້ນ-ປຸງແຕ່ງແຮ່ທາດ ໄດ້ທັງໝົດ 433.418,4 ໂຕນ, ເປັນເງິນ 106,4 ຕື້​ກວ່າກີບ, ສາມາດປະຕິບັດໄດ້ເກີນແຜນ 134,91% ແລະ ຈຳໜ່າຍໄດ້ 318.460,6 ໂຕນ, ເປັນເງິນ 157,2 ຕື້​ກວ່າກີບ, ສາມາດປະຕິບັດໄດ້ເກີນແຜນ 72,60%, ຄາດວ່າອີກ 5 ປີຕໍ່ໜ້າຈະຜະລິດ ແລະ ຈຳໜ່າຍແຮ່ທາດ ໃຫ້ໄດ້ 254.000 ໂຕນ, ເປັນເງິນ 118,2 ຕື້ກີບ.
   ກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງໝື່ນ ຄັ້ງທີ
I ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ມີຖຸນາ 2024 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພິດ ອິນທະໂພທອງ ກຳມະການພັກເມືອງ ເລຂາໜ່ວຍພັກຫ້ອງການພະລັງານ ແລະ ບໍ່ແຮ່ເມືອງ, ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ , ສະຫາຍ ບຸນເຕັງ ສໍວິໄລວົງ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ສະມາຊິກພັກ ແລະ ແຂກຖຶກເຊີນອ້ອມຂ້າງເຂົ້າຮ່ວມ.
  ສະຫາຍ ສຸພິດ ອິນທະໂພທອງ ກຳມະການພັກເມືອງ ເລຂາໜ່ວຍພັກ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ
ໝື່ນ ​ໄດ້​ລາຍ​ງານ​ໃນກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງໝື່ນ ຄັ້ງທີ I ໃນວັນທີ 25 ມິຖຸນາ 2024 ວ່າ: ໜ່ວຍພັກຫ້ອງການ ພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດລະບຽບລຂອງລັດ ແລະ ນິຕິກຳຕ່າງໆ ແລະ ຜັນຂະຫຍາຍ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຈຸດພິເສດເງື່ອນໄຂຕົວຈິງ ພ້ອມ​ທັງນຳພາ-ຊີ້ນຳ ໃນຂົງເຂດວຽກງານພະລັງງານໄຟຟ້າ (ຫ້ອງການບໍລິການໄຟຟ້າ ເມືອງໝື່ນ, ສະຖານີໄຟຟ້າ ເມືອງໝື່ນ) ແລະ ວຽກກ່ຽວກັບບໍ່ແຮ່ ຢູ່ພາຍ​ໃນເມືອງ.
  ໃນໄລຍະ
5 ປີຜ່ານນີ້ ຫ້ອງການ ພະລັງານ ແລະ ບໍ່ແຮ່ ​ເມືອງ​ໝື່ນ ມີຕາຂ່າຍໄຟຟ້າແຮງກາງ 107,69 ກິໂລແມັດ, ຕາຂ່າຍແຮງຕ່ຳ 127,36 ກິໂລແມັດ, ໝໍ້ແປງ 94 ໜ່ວຍ, ກຳລັງຕິດຕັ້ງ 14.300 ກິໂລວັດ, ມີໝໍ້ນັບໄຟທັງໝົດ 8.110 ໜ່ວຍ, ຈຳໜ່າຍພະລັງງານທັງໝົດ 96.042.540 ກິໂລວັອດໂມງ ເປັນເງິນ 47,3 ຕື້​ກວ່າກີບ, ຍັງຄ້າງ 401,2 ລ້ານກີບ.

ຂ່າວ-ພາບ: ວັນນາ

KPL

ຂ່າວອື່ນໆ

ads
ads

Top