ອັດຕະປື ສໍາເລັດການຈັດຕັ້ງປະຕິບັດວຽກງານ ການພັດທະນາສີມືແຮງງານ

27/06/2024 12:35
Email Print 321
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ປະຊາຊົນບັນດາເຜົ່າ 5 ຕົວເມືອງ ພາຍໃນແຂວງອັດຕະປື 190 ຄົນ ຍິງ 79 ຄົນ ສຳເລັດການຝຶກອົບຮົມພັດທະນາສີມືແຮງງານ ໄລຍະສັ້ນ 3 ເດືອນ ແລະ 6 ເດືອນ

 

  ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ປະຊາຊົນບັນດາເຜົ່າ 5 ຕົວເມືອງ ພາຍໃນແຂວງອັດຕະປື 190 ຄົນ ຍິງ 79 ຄົນ ສຳເລັດການຝຶກອົບຮົມພັດທະນາສີມືແຮງງານ ໄລຍະສັ້ນ 3 ເດືອນ ແລະ 6 ເດືອນ ພາຍໃຕ້ຫົວຂໍ້ ແຜນງານສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສະພາບດິນຟ້າອາກາດ ແບບປະສົມປະສານ ຢູ່ແຂວງອັດຕະປື ໃນວັນທີ 25 ມິຖຸນາ 2024 ຕາງໜ້າມອບໃບຢັ້ງຢືນໂດຍທ່ານ ຈິດປະສົງ ສິງສະຫວັດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື.
 ການຈັດຕັ້ງປະຕິບັດວຽກງານ ຂອງສູນພັດທະນາສີມືແຮງງານ ແຂວງອັດຕະປື
, ເຊິ່ງສູນດັ່ງກ່າວ ໄດ້ຮັບທຶນຊ່ວຍເຫລືອ 100% ຈາກອົງການຮ່ວມມືສາກົນ ສ ເກົາຫລີ ປະຈຳ ສປປ ລາວ ພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສະພາບດິນຟ້າອາກາດແບບປະສົມປະສານ ຢູ່ແຂວງອັດຕະປື ແຕ່ປີ 2019 ຫາ 2023. ສຳລັບການຝຶກອົບຮົມໄລຍະ 3 ເດືອນ ລວມມີ 3 ສາຂາອາຊີບ ຄື: ຊ່າງເສີມສວຍ, ຊ່າງໄຟຟ້າໃນອາຄານ ແລະ ຊ່າງສ້ອມແປງລົດຈັກ ຈຳນວນ 2 ຄັ້ງ, ຄັ້ງທີ 1 ເລີ່ມແຕ່ເດືອນມັງກອນ ຫາເດືອນມີນາ 2024 ແລະ ຄັ້ງທີ 2 ເລີ່ມແຕ່ເດືອນ ເມສາ ຫາເດືອນມິຖຸນາ 2024 ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 120 ຄົນ ຍິງ 40 ຄົນ.
  ສ່ວນການຝຶກອົບຮົມຫລັກສູດ ໄລຍະ
6 ເດືອນ ແມ່ນຝຶກຢູ່ພາຍໃນສູນ 3 ເດືອນ ແລະ ລົງຝຶກງານ ຕົມຈິງ ຢູ່ສະຖານທີ່ປະກອບການ ຫົວໜ່ວຍທຸລະກິດ ພາຍໃນແຂວງ ເພີ່ມອີກ 3 ເດືອນ ລວມມີ 4 ສາຂາອາຊີບ ຄື: ຊ່າງຕັດຫຍິບ, ຊ່າງໄມ້, ຊ່າງປຸງແຕ່ງອາຫານ ແລະ ການບໍລິການອາຫານ, ເຊິ່ງເລີ່ມແຕ່ເດືອນມັງກອນ ຫາເດືອນ ມິຖຸນາ 2024 ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 70 ຄົນ  ຍິງ 39 ຄົນ, ເຊິ່ງຜົນສຳເລັດ ການພັດທະນາສີມືມືແຮງງານ ໃນປີ 2024 ສຳລັບວຽກງານໂຄງການຮ່ວມມືສາກົນ ສ ເກົາຫລີ (ອົງການກອຍກາ) ສາມາດຝຶກອົບຮົມ ແລະ ພັດທະນາສີມືແຮງງານ ໃຫ້ປະຊາຊົນບັນດາເຜົ່າ 5 ຕົວເມືອງ ພາຍໃນແຂວງອັດຕະປື ໄດ້ 2 ຂົງເຂດ ຄື: ຝຶກໃນຂົງເຂດອຸດສະຫະກຳ ມີ 130 ຄົນ ຍິງ 19 ຄົນ, ຝຶກໃນຂົງເຂດການບໍລິການ ມີ 60 ຄົນ ເປັນເພດຍິງໝົດ, ລວມທັງໝົດໃນ 2 ຂົງເຂດການພັດທະນາສີມືແຮງງານ ມີ 190 ຄົນ ຍິງ 79 ຄົນ, ຖ້າທຽບໃສ່ສ່ວນຮ້ອຍຂອງໂຄງການ ໃນປີ 2024 ແມ່ນສໍາເລັດ 100%.

ຂ່າວ: ສີຫົງ
KPL

ຂ່າວອື່ນໆ

ads
ads

Top