ຄຸນປະໂກຍດນໍ້າອັດລົມທີ່ຫລາຍຄົນອາດບໍ່ຮູ້

01/07/2024 11:30
Email Print 136
ຂປລ ນໍ້າອັດລົມ ເປັນເຄື່ອງດື່ມທີຫລາຍຄອບຄົວອາດຊື້ມາໄວ້ໃນຕູ້ເຢັນຢ່າງແນ່ນອນ ເພາະເມື່ອອາກາດຮ້ອນໆກໍຈະຄິດເຫັນນໍ້າອັດລົມ ຫວານເຢັນເພື່ອເຮັດໃຫ້ຮ່າງການສົດຊື່ນ, ມີແຮງແຕ່ຄວນດື່ມໃນປະລິມານທີ່ພໍດີພໍງາມເພາະວ່ານໍ້າອັດລົມ ນອກຈະໃຫ້ຄວາມແຊບສົດຊື່ນແລ້ວຍັງມີ ທັງໂທດ ແລະ ປະໂຫຍດໃນເວລາດຽວກັນ.

    *ນໍ້າອັດລົມ  ເປັນເຄື່ອງດື່ມທີຫລາຍຄອບຄົວອາດຊື້ມາໄວ້ໃນຕູ້ເຢັນຢ່າງແນ່ນອນ ເພາະເມື່ອອາກາດຮ້ອນໆກໍຈະຄິດເຫັນນໍ້າອັດລົມ  ຫວານເຢັນເພື່ອເຮັດໃຫ້ຮ່າງການສົດຊື່ນ, ມີແຮງແຕ່ຄວນດື່ມໃນປະລິມານທີ່ພໍດີພໍງາມເພາະວ່ານໍ້າອັດລົມ ນອກຈະໃຫ້ຄວາມແຊບສົດຊື່ນແລ້ວຍັງມີ ທັງໂທດ  ແລະ ປະໂຫຍດໃນເວລາດຽວກັນ. 

    ແນວໃດກໍດີ, ມື້ນີ້ຄໍລໍາສຶກສາຫາຄວາມຮູ້ ມາບອກປະໂຫຍດດີໆທີ່ໄດ້ຈາກນໍ້າອັດລົມ. ລ້າງໄຂມັນ, ຮອຍເປື້ອນທີ່ຕິດບໍ່ວິເວນເສື້ອຜ້າ: ເວລາຊັກເຄື່ອງລອງຖອກນ້ຳອັດລົມຈັກ 1 ກະປ໋ອງລົງໄປກົດຄາບໍນິກ ແລະ ຟົສຟໍຣິກຈະຊ່ວຍຊັກລ້າງຮອຍຕ່າງໆອອກໄດ້ດີ.

   ກຳຈັດຂີ້ໝ້ຽງ: ອາຊິດຟົສຟໍຣິກໃນນໍ້າອັດລົມຈະເຮັດປະຕິກິລິຍາກັບຂີ້ໝ້ຽງ (ເຫລັກອົກຊິດ) ເຮັດໃຫ້ຂີ້ໝ້ຽງຫລຸດອອກໄປແຕ່ປະສິດຕິພາບຄົງຈະບໍ່ທຽບກັບນ້ຳຢາລະລາຍຂີ້ໝ້ຽງແຕ່ວ່າປອດໄພກວ່າແນ່ນອນ.

   ລ້າງຮອຍເປື້້້ອນກົ້ນໝໍ້, ກົ້ນກະທະ: ພຽງແຕ່ຖອກນໍ້າອັດລົມຢູ່ຮອຍດໍາຂອງໝໍ້ ແລ້ວເອົາໄປຕົ້ມໃຫ້ມັນໄໝ້ບຶດໜຶ່ງກໍເອົາໄປຂັດອອກພຽງເທົ່ານີ້ໝໍ້ກໍສະອາດເງົາງາມ.

   ລ້າງພື້ນກະໂລ້ ແລະ ລ້າງຫ້ອງນ້ຳ: ພຽງແຕ່ຖອກນໍ້າອັດລົມໃສ່ພື້ນປະໄວ້ 5-10 ນາທີ ແລ້ວໃຊ້ແປງຂັດອອກແລ້ວຮີບລ້າງຢ່າປ່ອຍໃຫ້ນ້ຳອັດລົມແຫ້ງເພາະມັນຈະຕິດພື້ນ.

   ທຳຄວາມສະອາດເຄື່ອງຂອງລົດ: ຜູ້ຈໍາໜ່າຍນໍ້າອັດລົມໄດ້ໃຊ້ນໍ້າອັດລົມທໍາຄວາມສະອາດເຄື່ອງຂອງລົດບັນທຸກມາປະມານ 20 ກວ່າ ປີແລ້ວ.

   ກຳຈັດຫອຍ ແລະ ທາກທີ່ກັດຕົ້ນໄມ້ຢູ່ສວນ: ຖອກນໍ້າອັດລົມໃສ່ຖ້ວຍວາງໄວ້ໃນສວນໃຫ້ພວກຫອຍທາກມາກິນກົດໃນນ້ຳອັດລົມຈະເປັນອັນຕະລາຍສຳລັບມັນ.

   ເຮັດໃຫ້ສີຜົມຈາງລົງ: ໃຊ້ນ້ໍາອັດລົມໝັກຜົມ ແລະ ລ້າງອອກຫລັງຈາກສະຜົມແລ້ວປະມານ 2-3 ຄັ້ງ ສີຜົມກໍຈະເລີ່ມຈາງລົງ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສບົດ-ສາລະຄະດີ

      ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

      7/3/2024 10:36:53 AM

      ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.

    • ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມບົດ-ສາລະຄະດີ

      ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມ

      7/3/2024 10:13:12 AM

      ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.

    • ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີບົດ-ສາລະຄະດີ

      ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີ

      7/2/2024 10:34:32 AM

      ຄໍລໍາສົ່ງເສີມທຸລະກິດ ມ້ືນີ້ຈະພາທ່ານອອກຈາກນະຄອນຫລວງວຽງຈັນ ມາສ່ອງເບິ່ງແຂວງຄໍາມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນທຸລະກິດໄປທິດທາງໃດໃນຍຸກເສດຖະກິດຫຍຸ້ງຍາກ.

    • ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍບົດ-ສາລະຄະດີ

      ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍ

      7/2/2024 10:18:08 AM

      ດຽວນີ້ ສື່ສັງຄົມອອນລາຍໄດ້ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນການເພີດເພີນກັບສັງຄົມອອນລາຍ ຈົນລືມສະຕິລະມັດລະວັງ ກ່ໍເກີດຄວາມເສຍຫາຍທາງຊັບສິນ, ກໍ່ຄືຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທ່ີສວຍໃຊ້ສື່ສັງຄົມຕົວະຍົວະຫລອກຫລວງ ສະແຫວງຫາຜົນປະໂຫຍດດ້ວຍເປົ້າໝາຍຕ່າງໆ.

    • ການຫາ ຫລື ຊອກຄົ້ນສັດນໍ້າ-ສັດປ່າ ຕ້ອງປະຕິບັດຕາມລະບຽບກົດໝາຍບົດ-ສາລະຄະດີ

      ການຫາ ຫລື ຊອກຄົ້ນສັດນໍ້າ-ສັດປ່າ ຕ້ອງປະຕິບັດຕາມລະບຽບກົດໝາຍ

      7/1/2024 11:24:01 AM

      ໃນກົດໝາຍວ່າດ້ວຍສັດນໍ້າແລະ ສັດປ່າ ສະບັບປີ 2007, ມາດຕາ 24 ໄດ້ກຳນົດວ່າ: ການລ່າສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

ads
ads

Top