ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍ

02/07/2024 10:18
Email Print 279
ຂປລ ດຽວນີ້ ສື່ສັງຄົມອອນລາຍໄດ້ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນການເພີດເພີນກັບສັງຄົມອອນລາຍ ຈົນລືມສະຕິລະມັດລະວັງ ກ່ໍເກີດຄວາມເສຍຫາຍທາງຊັບສິນ, ກໍ່ຄືຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທ່ີສວຍໃຊ້ສື່ສັງຄົມຕົວະຍົວະຫລອກຫລວງ ສະແຫວງຫາຜົນປະໂຫຍດດ້ວຍເປົ້າໝາຍຕ່າງໆ.

     *ດຽວນີ້ ສື່ສັງຄົມອອນລາຍໄດ້ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນການເພີດເພີນກັບສັງຄົມອອນລາຍ ຈົນລືມສະຕິລະມັດລະວັງ ກ່ໍເກີດຄວາມເສຍຫາຍທາງຊັບສິນ, ກໍ່ຄືຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທ່ີສວຍໃຊ້ສື່ສັງຄົມຕົວະຍົວະຫລອກຫລວງ ສະແຫວງຫາຜົນປະໂຫຍດດ້ວຍເປົ້າໝາຍຕ່າງໆ. ສະນັ້ນ ການມີສະຕິລະວັງໃນການໃຊ້ອອນລາຍຈຶ່ງສໍາຄັນຫລາຍ ແລະ ຍັງແມ່ນວິທີທີ່ດີທີ່ສຸດ.

    ສະພາບສັງຄົມໂລກດຽວນ້ີ ກະແສການໃຊ້ສັງຄົມອອນລາຍຢູ່ໃນທຸກໄວອາຍຸ, ນັບແຕ່ໄວເຍົາຈົນເຖິງໄວເຖົ້າແກ່ຊະລາ. ສະນັ້ນ ກໍ່ບໍ່ເປັນເລື່ອງແປກປະຫລາດທີ່ມີຄົນອາໄສສື່ສັງຄົມອອນລາຍເປັນການສະແຫວງລາຍຮັບ ຫລື ນໍາໃຊ້ເປັນເຄື່ອງມືເພື່ອທັບຖົມໂຈມຕີຝ່າຍກົງກັນຂ້າມ ຫລື ຜູ້ທີ່ ຕົນບໍ່ມັກທັງເລື່ອງນ້ອຍໆ ແລະ ບັນຫາການເມືອງ...ເພາະຄືດັ່ງຮູ້ນໍາກັນ ສື່ສັງຄົມອອນລາຍໄດ້ແຜ່ຂະຫຍາຍເຂົ້າທຸກກຸ່ມຄົນທີ່ມີລະດັບການສຶກສາແຕກຕ່າງກັນໄປໂດຍຜ່ານຊ່ອງທາງອອນລາຍຕ່າງໆ ທັງ ອີເມວ, ເຟສບຸກ, ເວັບໄຊ ແລະ ສື່ສັງຄົມອື່ນ. ຫລາຍປີກ່ອນນີ້ພວກເຮົາເຫັນຂ່າວການຫລອກລວງຜ່ານອອນລາຍແມ່ນເກີດຂຶ້ນຢູ່ປະເທດອື່ນໆທັງໄກ ແລະ ໃກ້ເຮົາ. ແຕ່ດຽວນີ້ຂະບວນການຕົວະຍົວະຫລອກລວງ ເອົາຊັບສິນເງິນຄໍາມີຄ່າ ດ້ວຍຮູບແບບວິທີການຕ່າງໆນັ້ນ ກໍ່ເກີດມີຢູ່ໃນສັງຄົມເຮົາ ໂດຍຂະບວນການຢູ່ນອກປະເທດແດ່ ແລະ ໃນປະເທດ (ດັ່ງເຫັນຂ່າວເປັນ ທາງການຈັບຂະບວນການຄໍ ເຊັນເຕີ...).

    ດ້ວຍປະກົດການດັ່ງກ່າວ, ບັນຫາທີ່ຖືກຕັ້ງຂຶ້ນແມ່ນ ເຮົາຈະມີວິທີພື້ນຖານອັນໃດເພື່ອປ້ອງກັນ. ໃນສະພາບຫຍຸ້ງຍາກຊົ່ວຄາວທາງເສດຖະກິດ, ການສະແຫວງຫາກິນ ມີທຸກຮູບແບບ ແລະ ວິທີໂດຍພວກຄົນບໍ່ດີເຂົາບໍ່ຄິດ ເລື່ອງຈັນຍາທໍາ-ສິລະທໍາ ແລະ ຄວາມເມດຕາກະລຸນາ. ຂະບວນ ການຫລອກລວງມີທັງຜ່ານຊ່ອງທາງອີເມວ, ທາງໂທລະສັບ... ຫລອກລວງທັງເລື່ອງຄວາມຮັກ, ຖືກຫວຍ, ຊື້ສິນຄ້າຜ່ານອອນລາຍ, ຫລອກລວງຜ່ານບັນດາຊ່ອງທາງອອນລາຍຕ່າງ ແມ່ນມີຫລາຍຮູບແບບ...ຍົວະໃຫ້ເກີດຄວາມໂລບມາກ. ຕົວຢ່າງຢູ່ບ້ານເພິ່ນ ແລະ ເຮົາທີ່ມີແລ້ວອັນໜຶ່ງ ຕ້ອງມີສະຕິແມ່ນສ່ົງຈົດໝາຍມາທາງອີເມວ ແຈ້ງວ່າບັນຊີທະນາຄານຂອງເຮົາຖືກແຮັກຈະມີການປັບປຸງລະບົບໃຫ້ປອດໄພ, ຕ້ອງການຊື່ ແລະ ລະຫັດຜ່ານເຂົ້າບັນຊີ. ຜ່ານທາງໂທລະສັບກໍ່ມີຫລາຍພວກຄົນບໍ່ດີ ທີ່ເປັນຂະບວນການຄໍເຊັນເຕີສ້າງສະພາບອຸປະໂຫລກ ເລື່ອງນັ້ນນີ້ເພື່ອໃຫ້ເປົ້າໝາຍຕົກໃຈ ຂາດສະຕິໂອນເງິນໃຫ້ພວກເຂົາ ຫລື ໃຫ້ລະຫັດຜ່ານເຂົ້າບັນຊີ, ມີການອ້າງວ່າເປັນເຈົ້າໜ້າທີ່ ຝ່າຍນັ້ນຝ່າຍນີ້ ເພື່ອໃຫ້ເຮົາຫລົງເຊື່ອ-ຕາຍໃຈ...

     ອີງຕາມຂໍ້ມູນຂອງພາກສ່ວນກ່ຽວຂ້ອງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານໃຫ້ຮູ້ວິທີສັງເກດຄື ເນື້ອໃນສົນທະນາມາຈະກ້ຽວຂ້ອງເອກະສານຂໍ້ມູນທາງການເງິນ, ຂໍຂໍ້ມູນສ່ວນຕົວໂດຍມີການລົມຊັກຈູງຊວນເຊື່ອ ເພື່ອເກີດຄວາມສົນໃຈ ຈະມີຜົນປະໂຫຍດ ຫລື ເຮັດໃຫ້ຕົກໃຈວ່າຈະເກີດຄວາມເສຍຫາຍ; ເຄື່ອງມືສ່ືສານຂອງກຸ່ມຂະບວນການຄໍເຊັນເຕີ ມັກໃຊ້ຕິດຕໍ່ແມ່ນໂທລະສັບ, ໂທລະສັບຈະແປງໃຫ້ເປັນເບີໜ່ວຍງານຕ່າງໆ; ເຂົາໃຊ້ໂທລະສັບທີ່ບໍ່ສາມາດຕິດຕໍ່ກັບຄືນໄປຫາເຂົາໄດ້; ບາງເທື່ອເຂົາໃຊ້ໝາຍເລກໂທລະສັບທີ່ຍາວ ຫລື ຫລາຍໂຕກວ່າປົກກະຕິ...ສະຫລຸບ ວ່າ ເພື່ອຫລີກເວັ້ນຄວາມອັບປະໂຫຍດອັນເກີດຈາກອອນລາຍ ແມ່ນສະຕິລະວັງຕົວສໍາຄັນ, ບັນຫາທີ່ຍົກຂຶ້ນຂ້າງເທິງແມ່ນຂໍ້ມູນພື້ນຖານທີ່ນໍາແລກປ່ຽນນໍາບັນດາທ່ານ ເຊິ່ງພາກສ່ວນກ່ຽວຂ້ອງ ໄດ້ຖອດເອົາຈາກພຶດຕິກໍາຕົວຈິງທີ່ເກັບກໍາໄດ້ທັງໃນບ້ານເພິ່ນ ແລະ ບ້ານເຮົາ. ທຸກບັນຫາ ປ້ອງກັນໄດ້ແຕ່ຫົວທີ, ສະຕິ-ຄວາມຮັບຮູ້ຕໍ່ຂະບວນການຕົວະຍົວະຫລອກຫລວງຕ່າງໆແມ່ນສໍາຄັນ, ບໍ່ພະຍາຍາມເພີດເພີນນໍາບັນຍາກາດທາງອອນລາຍຈົນລືມສະຕິ, ນໍາໃຊ້ຢ່າງພໍດີເພື່ອໃຫ້ເກີດປະໂຫຍດທີ່ດີແກ່ຊີວິດ ແລະ ຄວາມສະຫງົບປອດໄພທັງເຮົາ, ຄອບຄົວ ແລະ ສັງຄົມ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້ບົດ-ສາລະຄະດີ

      ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

      7/5/2024 6:30:03 PM

      ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ອຸມົງ-ອຸໂມງ,  ອຸບມຸງ-ອູບມຸງບົດ-ສາລະຄະດີ

      ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

      7/4/2024 7:40:21 AM

      ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

ads
ads

Top