ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

05/07/2024 16:07
Email Print 276
ຂປລ ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

      *ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້. ດັ່ງເມື່ອບໍ່ດົນມານີ້, ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ມີກອງປະຊຸມຮ່ວມກັບສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມກ່ຽວກັບໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນເຂດຫ່າງໄກຊອກຫລີກພາຍໃນ 7 ບ້ານເມືອງຜາອຸດົມ ເຊິ່ງກອງປະຊຸມໄດ້ຜ່ານບົດບັນທຶກຄວາມເຂົ້າໃຈໂຄງການສ່ົງເສ່ີມການປູກ ແລະ ອະນຸລັກເຄ່ືອງປ່າຂອງດົງໃນເຂດຫ່າງໄກຊອກຫລີກ.

      ໂດຍການເປັນປະທານຂອງ ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ມີຕາງໜ້າຈາກກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງການ ຕ່າງປະເທດ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ພະນັກງານສະມາຄົມເຂົ້າຮ່ວມ. ໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນເຂດຫ່າງໄກຊອກຫລີກໃນ 7 ບ້ານ ເມືອງ ຜາອຸດົມປະກອບມີບ້ານຫາດຄໍາ, ໃຫຍ່ນໍ້າຍາວ, ປາກຫາດ, ພູສູງ, ຕາດຫ້ວຍແຄງ, ປາງທອງ ແລະ ບ້ານຫາດດອນແກ້ວ ເຊິ່ງຈະໄດ້ຈັດຕັ້ງປະຕິບັດແຕ່ມື້ໄດ້ຮັບອະນຸມັດໂຄງການ ໄປຈົນເຖິງທ້າຍເດືອນທັນວາ ປີ 2026 ໂດຍຈຸດປະສົງຂອງໂຄງການ ແມ່ນສົ່ງເສີມການຜະລິດກະສິກໍາ ເພື່ອສ້າງລາຍຮັບຄົງທີ່ປ່ຽນແທນການເຮັດໄຮ່ແບບເລື່ອນລອຍ ໃຫ້ໄດ້ໂດຍພື້ນຖານ, ຍົກລະດັບການຄຸ້ມຄອງ ເຄື່ອງປ່າຂອງດົງຢູ່ພາຍໃນ 7 ບ້ານເປົ້າໝາຍໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງຢ່າງແທ້ຈິງ, ເສີມສ້າງຄວາມສາມາດໃຫ້ກຸ່ມເປົ້າໝາຍທັງແມ່ຍິງ-ຊາຍ ມີຄວາມສາມາດປະກອບສ່ວນໃນການບໍລິຫານກອງທຶນ ແລະ ນໍາພາແມ່ຍິງຂັ້ນ ບ້ານມີບົດບາດໃນການນໍາພາຄຸ້ມ ຄອງບໍລິຫານບ້ານ-ຄຸ້ມຄອງເສດຖະກິດຕິດພັນ ຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ໂດຍໄດ້ຮັບທຶນຈາກອົງການ (Fastenaktion) ປະເທດສະວິສເຊີແລນ. ຂະນະທີ່ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ (ກຊນ) ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ) ກໍໄດ້ຈັດກອງປະຊຸມຮັບຮອງແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳມ່າ, ນ້ຳເນີນ ແລະ ແຜນ ຄຸ້ມຄອງນ້ຳໃຕ້ດິນຂອງແຂວງ ຊຽງຂວາງ ແລະ ແຂວງຫົວພັນ. ອ່າງຮັບນໍ້າ ນໍ້າມ່າ ເປັນອ່າງຮັບນໍ້າຂະໜາດໃຫຍ່ ເຊິ່ງຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງ ສປປ ລາວ ແລະ ພາກຕາເວັນຕົກສ່ຽງເໜືອ ຂອງ ສສ ຫວຽດນາມ, ມີເນ້ືອທີ່ທັງໝົດປະມານ 28.400 ກິໂລຕາ ແມັດ.

    ໃນນີ້, ເນື້ອທີ່ປະມານ 6.330  ກິໂລຕາແມັດ ແມ່ນນອນໃນເນື້ອທີ່ຂອງ ສປປ ລາວ. ສາຍນໍ້າມ່າ ມີຄວາມຍາວປະມານ 96 ກິໂລແມັດ. ມີຕົ້ນກໍາເນີດມາຈາກທາງທິດເໜືອ ຂອງແຂວງເຊິນລາ ປະເທດຫວຽດນາມ ເຊິ່ງກວມເອົາ 2 ແຂວງ 8 ເມືອງໃນລາວເຮົາຄື: ແຂວງຫົວພັນ 7 ເມືອງ ແລະ ແຂວງຫລວງພະບາງ 1 ເມືອງ.   ຂະນະທີ່ການສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າເນີນ ກໍເປັນອີກໜຶ່ງ ອ່າງທີ່ຈັດຢູ່ໃນອ່າງຮັບນໍ້າຂະໜາດໃຫຍ່ ເຊິ່ງຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເນື້ອທີ່ກວມ 2 ແຂວງຄື: ຫົວພັນ ກວມ 4 ເມືອງ,  ຊຽງຂວາງ ກວມ 4 ເມືອງ ເຊິ່ງເນື້ອທີ່ອ່າງຮັບນໍ້າ ປະມານກວ່າ 6.900 ກິໂລຕາແມັດ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານແຜນຄຸ້ມຄອງນ້ຳ ໃຕ້ດິນຂອງແຂວງຊຽງຂວາງ ແລະ ຫົວພັນ ເພື່ອສ້າງເປັນແຜນການ 5 ປີກ່ຽວກັບການຄຸ້ມຄອງ, ແກ້ໄຂບັນ ຫານໍ້າໃຕ້ດິນ ແລະ ກໍານົດແຜນການ ຈັດຕັ້ງປະຕິບັດ, ການຫລຸດຜ່ອນ, ການຕິດຕາມກວດກາ ເພື່ອການຄຸ້ມ ຄອງນ້ຳໃຕ້ດິນ. ຢ່າງໃດກໍດີແຜນ ຄຸ້ມຄອງອ່າງຮັບນໍ້າທີ່ກ່າວມານັ້ນ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ເປັນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມກໍຄືຊັບພະຍາກອນນໍ້າ ໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ. ຫລັງຈາກໄດ້ຮັບຟັງການລາຍງານສະພາບການສ້າງແຜນຄຸ້ມຄອງອ່າງຮັບນໍ້າຈາກພາກສ່ວນກ່ຽວຂ້ອງທັງໄດ້ປຶກສາຫາລືຢ່າງລະອຽດ ກໍໄດ້ມີຄວາມເປັນເອກະພາບກັນລົງນາມຮັບຮອງຂັ້ນພື້ນຖານເອົາແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳມ່າ ແລະ ນ້ຳເນີນ ແລະ ແຜນຄຸ້ມຄອງນ້ຳໃຕ້ດິນຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ. ຂະນະທີ່ທ່ານຮອງລັດຖະມົນຕີ ແລະ ທ່ານຮອງເຈົ້າແຂວງກໍໄດ້ເປັນສັກຂີພະຍານໃນການເຊັນຮັບຮອງແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳໂມ້ (ອ່າງຮັບ ນ້ຳຂະໜາດກາງ) ທີ່ລົງນາມໂດຍ ຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ ແລະ ຄະນະປົກຄອງ ເມືອງ 4 ເມືອງໃນແຂວງຊຽງຂວາງ (ເມືອງໝອກ, ເມືືອງໜອງແຮດ, ເມືອງຄູນ, ເມືອງຄຳ) ທີ່ອ່າງຮັບນ້ຳ ນ້ຳໂມ້ກວມອີກຕື່ມ.

    ແຫລ່ງຂໍ້ມູນແຂວງຊຽງຂວາງ.   ສຳລັບຢູ່ແຂວງບໍລິຄຳໄຊ: ອົງການອະນຸລັກສັດປ່າ (WCS) ໂດຍການເປັນຄູ່ຮ່ວມງານກັບກອງຄຸ້ມຄອງປ່າສະຫງວນຂອງພະແນກ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ຢູ່ແຂວງບໍລິຄຳໄຊ ກຳລັງດຳເນີນການຈັດຕັ້ງປະຕິບັດການສຳຫລວດຟັງສຽງທະນີໃນປ່າ ປ້ອງກັນແຫ່ງຊາດນ້ຳຈາດ-ນໍ້າປັນ ເນື່ອງຈາກທະນີເປັນສັດທີ່ອາໄສຢູ່ເທິງຊັ້ນເຮືອນຍອດຂອງຕົ້ນໄມ້, ດັ່ງນັ້ນ ການມີຢູ່ຂອງທະນີໃນພື້ນທີ່ປ່າທຳມະຊາດ ແມ່ນສາມາດສຳຫລວດໄດ້ໂດຍຜ່ານການຟັງສຽງເອີ້ນຂອງພວກເຂົາ. ຂະນະດຽວກັນໄດ້ມີການແບ່ງເນື້ອທີ່ຂອງປ່າປ້ອງກັນແຫ່ງຊາດນ້ຳຈາດ-ນ້ຳປັນອອກເປັນ 46 ດອນ ສຳຫລວດສີ່ຫລ່ຽມຈະຕຸລັດດອນລະ 3,3x3,3 ກິໂລ ແມັດ. ຈຸດທີ່ໃຊ້ຟັງສຽງທະນີໄດ້ຖືກສ້າງຂຶ້ນຢູ່ທີ່ລະດັບຄວາມສູງ ທີ່ສູງສຸດຂອງແຕ່ລະດອນ.

    ທີມງານສຳຫລວດຈະເຂົ້າໄປເບິ່ງຈຸດຟັງສຽງ ດັ່ງກ່າວ 4 ຄັ້ງ ຕິດຕໍ່ກັນໃນເວລາ 6:00 ໂມງເຊົ້າ ຫາ 10:00 ໂມງ ເຊົ້າ ເຊິ່ງເປັນເວລາທີ່ຝູງທະນີມັກຈະ “ຮ້ອງເພງ” ເປັນເພງອານາເຂດເພື່ອປະກາດຄວາມເປັນເຈົ້າ ໃນຊາຍແດນພື້ນທີ່ຂອງເຂົາເຈົ້າໃຫ້ກຸ່ມທະນີທີ່ຢູ່ໃກ້ຄຽງຮັບຮູ້. ການເອີ້ນນີ້ຍັງແມ່ນກົນໄກ ເພື່ອສ້າງສາຍສໍາພັນທາງສັງຄົມອີກດ້ວຍ. ທະນີເປັນສັດທີ່ມີຄູ່ພຽງ, ໂຕດຽວ ແລະ ອາໄສຢູ່ເປັນຄອບຄົວນ້ອຍໆລະດັບ 6 ໂຕ. ສປປ ລາວ ເປັນຖິ່ນກຳເນີດຂອງ ທະນີ 4 ຊະນິດຄື: ທະນີແກ້ມດໍາ Black Crested Gibbon (Nomascus concolor); ທະນີແກ້ມຂາວຖິ່ນເໜືອ (N. leucogenys); ທະນີແກ້ມຂາວຖິ່ນໃຕ້ (N. siki); ແລະ ທະນີແກ້ມເຫລືອງ (N. gabriellae). ແຂວງບໍລິຄຳໄຊ ເປັນບ່ອນຢູ່ອາໄສຂອງທະນີແກ້ມຂາວຖິ່ນໃຕ້ ແລະ ເໜືອ ເຊິ່ງເຂດປ່ານ້ຳຈາດ-ນໍ້າປັນ, ພູສີທົນ ແລະ ພູຈອມວອຍ ເປັນ ແຫລ່ງທີ່ຢູ່ອາໄສທີ່ອຸດົມສົມບູນ ຂອງທະນີ. ການສຳຫລວດຊີວະນາ ນາພັນໃນປ່າເຫລົ່ານີ້ ຕ້ອງອາໄສ ຄວາມແຂງແຮງ ແລະ ອົດທົນຢ່າງ ຫລວງຫລາຍ, ມັນບໍ່ພຽງແຕ່ຕື່ນ ເຊົ້າ ເພື່ອເດີນທາງໄປຈຸດຟັັງສຽງ ໃນເວລາ 6:00 ໂມງເຊົ້າເທົ່ານັ້ນ, ແຕ່ຍັງຕ້ອງໄດ້ເຄື່ອນຍ້າຍໄປຕາມເນີນທີ່ມື່ນ ແລະ ສູງຊັນປະຈົມໄພ ແລະ ອື່ນໆໄປພ້ອມໆກັນ.  

KPL

ຂ່າວອື່ນໆ

ads
ads

Top