ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີ

02/07/2024 10:34
Email Print 317
ຂປລ ຄໍລໍາສົ່ງເສີມທຸລະກິດ ມ້ືນີ້ຈະພາທ່ານອອກຈາກນະຄອນຫລວງວຽງຈັນ ມາສ່ອງເບິ່ງແຂວງຄໍາມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນທຸລະກິດໄປທິດທາງໃດໃນຍຸກເສດຖະກິດຫຍຸ້ງຍາກ.

     *ຄໍລໍາສົ່ງເສີມທຸລະກິດ ມ້ືນີ້ຈະພາທ່ານອອກຈາກນະຄອນຫລວງວຽງຈັນ ມາສ່ອງເບິ່ງແຂວງຄໍາມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນທຸລະກິດໄປທິດທາງໃດໃນຍຸກເສດຖະກິດຫຍຸ້ງຍາກ. ໜ່ຶງໃນນ້ັນແມ່ນບໍລິສັດ ວົງສອນສະໝຸດ ຈໍາກັດ ຫລື  VSSM SOLECO  ໃຫ້ບໍລິການສັງຄົມດ້ວຍທຸລະກິດບໍລິການເຖິງ 7 ກິດຈະການພາຍໃນເມືອງບົວລະພາ ແຂວງຄໍາມ່ວນເປັນຕົ້ນ: ບໍລິສັດນໍ້າດື່ມ, ເຮືອນພັກ, ຮ້ານອາຫານ, ຊີ້ນດາດ, ກາແຟ, ຂາຍເຄື່ອງກໍ່ສ້າງ ແລະ ຮ້ານມີນິມາກ  ເພື່ອເປັນຂໍ້ມູນໃຫ້ຫລາຍທ່ານທ່ີມີແຜນມາຢ້ຽມຢາມ     ແຂວງ ຄໍາມ່ວນ ກໍສາມາດແວ່ພັກເຊົາທ່ີເຮືອນພັກ (VM) ຮັບຮອງວ່າຈະບ່ໍຜິດຫວັງເພາະມີຫລາຍບໍລິການພ້ອມອໍານວຍຄວາມສະດວກສໍາລັບທ່ານ.

    ທ່ານ ພູໄຂ ວົງສອນສະໝຸດ ຜູ້ອໍານວຍການບໍລິສັດ ວົງສອນສະໝຸດ ຈໍາກັດໄດ້ໃຫ້ສໍາພາດວ່າ: ເບື້ອງຕົ້ນຕົນ ເອງໄດ້ເຮັດກ່ຽວກັບຊິບປິ້ງມາໄດ້ 2 ປີ ກ່ອນຈະມາສ້າງຕັ້ງ ບໍລິສັັດ ວົງສອນສະໝຸດ ຈໍາກັດ ຫລື  VSSM SOLE CO ; LTD ໃນປີ 2014 ທັງນີ້ກໍ່ເພື່ອໃຫ້ມີຈຸດຢືນແກ່ຕົນເອງໃນການດໍາເນີນທຸລະກິດ ແລະ ເຮັດວຽກບໍລິການ ເພື່ອຮັບໃຊ້ລູກຄ້າໃນ 7 ກິດຈະການ ໂດຍກິດຈະການທໍາອິດ  ແມ່ນຮ້ານອາ ຫານ ແລະ ຄາລາໂອເກະໃກ້ກັບຫ້ອງການບໍລິສັດໂດຍໃສ່ຊື່ວ່າ ຮ້ານອາຫານສະບາຍດີນາເພົ້າ ທັງນີ້ກໍ່ເພື່ອເປັນການບໍລິການແຂກ ແລະ ມວນຊົນທີ່ສັນຈອນໄປມາຕາມສາຍທາງ ເລກທີ 12, ຕໍ່ຈາກຮ້ານອາຫານແມ່ນມີແນວຄິດສ້າງໂຮງງານນໍ້າດື່ມເຫດຜົນຍ້ອນວ່າຜ່ານມາພາຍໃນບ້ານ ຍັງບໍ່ມີໂຮງງານນໍ້າດື່ມ ເບື້ອງຕົ້ນແມ່ນບັນຈຸນໍ້າດື່ມໃສ່ຕຸກໃຫຍ່ທີ່ມີຂະໜາດ 18 ລິດ. ພາຍຫລັງທີ່ໄດ້ຜະລິດໃສ່ຕຸກໃຫຍ່ມາໄດ້ປະມານ 3 ປີ ຈຶ່ງໄດ້ຫັນມາຜະລິດນໍ້າດື່ມບັນຈຸໃສ່ຕຸກນ້ອຍທີ່ມີການຫຸ້ມຫໍ່ທີ່ໄດ້ມາດຕະຖານ ແລະ ມີຄຸນນະພາບເຊິ່ງໃສ່ຊື່ວ່ນໍ້າດື່ມ ວີເອັມ (VM) ລວມມີ 4 ຂະໜາດຄື: ຂະ ໜາດ 250 ມີລີລິດ, 350 ມີລີລິດ, 600 ມີລີລິດ ແລະ 1.500 ມີລີລິດ.

    ປັດຈຸບັນນໍ້າດື່ມບໍລິສຸດ ທີ່ຜະລິດອອກມາແມ່ນຈໍາໜ່າຍຢູ່ພາຍໃນແຂວງຄໍາມ່ວນ ເປັນຕົ້ນແມ່ນ ເມືອງບົວລະພາ, ເມືອງຍົມມະລາດ, ເມືອງນາກາຍ, ເຂດຫລັງຄັງ, ແຂວງສະຫວັນນະເຂດ ແລະ ເມືອງທ່າແຂກສ່ວນໜຶ່ງ. ນອກຈາກທຸລະກິດຮ້ານອາຫານ ແລະ ນໍ້າດື່ມແລ້ວກໍ່ຍັງມີທຸລະກິດເຮືອນພັກເຊິ່ງໃສ່ຊື່ວ່າເຮືອນພັກ (VM) ໂດຍມີຈໍານວນຫ້ອງທັງໝົດ 20 ຫ້ອງ, ແຕ່ລະຫ້ອງແມ່ນມີຄວາມສະອາດພ້ອມກັບສິ່ງອໍານວຍຄວາມສະດວກຕ່າງໆ ແລະ ອີກສ່ວນໜຶ່ງແມ່ນກໍາລັງກໍ່ສ້າງຢູ່ທັງນີ້ກໍ່ເພື່ອແນໃສ່ບໍລິການແຂກທັງພາຍໃນ ແລະ ຕ່າງປະເທດ , ພ້ອມກັນນັ້ນກໍ່ຍັງມີຮ້ານຊີ້ນດາດ-ປາຈຸ່ມ, ຮ້ານກາເຟ, ຂາຍເຄື່ອງກໍ່ສ້າງ ແລະ ຮ້ານມິນີມາກແມ່ນຕັ້ງຢູ່ຕິດກັນກັບສາຍທາງເລກທີ 12. ທ່ານ ພູໄຂ ວົງສອນສະໝຸດ ໄດ້ກ່າວຕື່ມອີກວ່າ: ຄຽງຄູ່ກັບຂໍ້ສະດວກກໍ່ຍັງມີບັນຫາຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຈໍານວນໜຶ່ງທີ່ຈະຕ້ອງໄດ້ຮັບການແກ້ໄຂໂດຍໄວ ເປັນຕົ້ນອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ມີການປັບຕົວສູງຂຶ້ນເຮັດໃຫ້ເງິນກີບຂອງ ລາວອ່ອນຄ່າສົ່ງຜົນສະທ້ອນໃຫ້ແກ່ຕົ້ນທຶນການຜະລິດໂດຍສະເພາະ ແມ່ນວັດຖຸອຸປະກອນທີ່ຕິດພັນກັບການຜະລິດ. ນອກຈາກນັ້ນແມ່ນປັນຫາກ່ຽວກັບໄຟຟ້າພາຍໃນເຂດ ຫລັງຄັງທີ່ມາບໍ່ເປັນປົກກະຕິສົ່ງຜົນໃຫ້ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງເກີດຄວາມເສຍຫາຍຈໍາເປັນຕ້ອງ ໄດ້ຊື້ຈັກປັ່ນໄຟຈໍານວນ 2 ໜ່ວຍ ເພື່ອມາຮັບໃຊ້ເຂົ້າໃນໜ້າທີ່ວຽກງານອັນຈໍາເປັນຂອງບໍລິສັດ.

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້ບົດ-ສາລະຄະດີ

      ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

      7/5/2024 6:30:03 PM

      ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ອຸມົງ-ອຸໂມງ,  ອຸບມຸງ-ອູບມຸງບົດ-ສາລະຄະດີ

      ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

      7/4/2024 7:40:21 AM

      ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

ads
ads

Top