ຂປລ
ໂດຍອ້າງຕາມ ຜົນການ ສຳຫລວດ ບໍລິສັດ ຫລາຍກວ່າ 5.200 ແຫ່ງ ຈາກ ສະຫະພາບ ແຮງງານແຫ່ງ ຍີ່ປຸ່ນ (Rengo) ກວດພົບວ່າ: ພະນັກງານ ຍີ່ປຸ່ນ ໄດ້ຮັບ ການ ປັບຂຶ້ນຄ່າຈ້າງ ສະເລ່ຍ ສູງສຸດ ໃນຮອບ 33 ປີ, ໂດຍເພີ່ມຂຶ້ນ 5,1% ຫລື ປະມານ 15.281 ເຢນ, ເປັນ ຄັ້ງທຳອິດ ນັບແຕ່ ປີ 1991 ຜ່ານມາ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 4 ກໍລະກົດ, ໂດຍອ້າງຕາມ ຜົນການ ສຳຫລວດ ບໍລິສັດ ຫລາຍກວ່າ 5.200 ແຫ່ງ ຈາກ ສະຫະພາບ ແຮງງານແຫ່ງ ຍີ່ປຸ່ນ (Rengo) ກວດພົບວ່າ: ພະນັກງານ ຍີ່ປຸ່ນ ໄດ້ຮັບ ການ ປັບຂຶ້ນຄ່າຈ້າງ ສະເລ່ຍ ສູງສຸດ ໃນຮອບ 33 ປີ, ໂດຍເພີ່ມຂຶ້ນ 5,1% ຫລື ປະມານ 15.281 ເຢນ, ເປັນ ຄັ້ງທຳອິດ ນັບແຕ່ ປີ 1991 ຜ່ານມາ.
ເຈົ້າໜ້າທີ່ກ່ຽວຂ້ອງ ລະບູວ່າ ການປັບຂຶ້ນ ຄ່າຈ້າງແຮງງານນີ້ ລວມເຖິງ ລະບົບ ອາວຸໂສ ແລະ ການປັບຂຶ້ນ ເງິນເດືອນຂັ້ນພື້ນຖານ. ສ່ວນທຸລະກິດ ຂະໜາດນ້ອຍ ລົງມາ ທີ່ມີ ພະນັກງານ ໜ້ອຍກວ່າ 300 ຄົນ ມີການປັບຂຶ້ນ ຄ່າຈ້າງ ສະເລ່ຍ 4,45% ເປັນ ລະດັບສູງສຸດ ນັບແຕ່ ປີ 1992 , ເຖິງແມ່ນວ່າ ຈະຍັງຕໍ່າກວ່າ ອັດຕາ 5,1% ໃນບໍລິສັດຂະໜາດໃຫຍ່ ທີ່ມີ ພະນັກງານ ຫລາຍກວ່າ 1.000 ຄົນກໍ່ຕາມ. ນອນກນັ້ນ, ຂໍ້ມູນຫລ້າສຸດ ຂອງ ກະຊວງ ແຮງງານ ຍັງລະບຸວ່າ: ຄ່າຈ້າງທີ່ແທ້ຈິງ ຂອງ ຍີ່ປຸ່ນ ໃນເດືອນເມສາ ຫລຸດລົງ 0,7% ເມື່ອທຽບໃສ່ ປີຜ່ານມາ ທ່າມກາງ ລາຄາ ສິນຄ້າ ເພີ່ມສູງຂຶ້ນ ຊຶ່ງຖືເປັນ ເດືອນທີ 25 ຕິດຕໍ່ກັນ ນັບຕ້ັງແຕ່ ມີການ ບັນທືກ ຂໍ້ມູນ ໃນປີ 1991. /.
KPL