ຂປລ
ອົງການ ອາຫານ ແລະ ຢາ ແຫ່ງ ສ.ອາເມລິກາ ໄດ້ອະນຸມັດ ຢາໂດນາເນແມບ (Donanemab) ເພື່ອປິ່ນປົວ ພະຍາດ ສະໝອງເສື່ອມ ຫລື ພະຍາດອັລໄຊເມີຣ ຊຶ່ງ ຈະຖືກ ຈັດຈຳໜ່າຍ ພາຍໃຕ້ແບຣນ ຄີຊູນລາ(Kisunla) ສຳລັບ ຜູ້ໃຫຍ່ ທີ່ມີ ອາການ ໄລຍະທຳອິດ ຂອງ ພະຍາດ ແລະ ຮັບປະທານ ເດືອນລະ 1 ຄັ້ງ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອີໄລລິລລີ (Eli Lilly) ເປັນຜູ້ຜະລິດຢາ ຂອງ ສ.ອາເມລິກາ ລາຍງານວ່າ: ອົງການ ອາຫານ ແລະ ຢາ ແຫ່ງ ສ.ອາເມລິກາ ໄດ້ອະນຸມັດ ຢາໂດນາເນແມບ (Donanemab) ເພື່ອປິ່ນປົວ ພະຍາດ ສະໝອງເສື່ອມ ຫລື ພະຍາດອັລໄຊເມີຣ ຊຶ່ງ ຈະຖືກ ຈັດຈຳໜ່າຍ ພາຍໃຕ້ແບຣນ ຄີຊູນລາ(Kisunla) ສຳລັບ ຜູ້ໃຫຍ່ ທີ່ມີ ອາການ ໄລຍະທຳອິດ ຂອງ ພະຍາດ ແລະ ຮັບປະທານ ເດືອນລະ 1 ຄັ້ງ.
ເຈົ້າໜ້າທີ່ ກ່ຽວຂ້ອງ ລະບຸວ່າ ຄີຊູນລາ ເປັນຢາ ປິ່ນປົວ ພຽງຊະນິດດຽວ ທີ່ມຸ້ງເປົ້າໝາຍ ໄປຍັງ ຄຣາບສະສົມ ຂອງ ໂປຣຕິນ ອະໄມລອຍ (Amyloid plaques) ພ້ອມດ້ວຍ ຫລັກຖານ ໃນການ ສະໜັບສະໜູນ ການຢຸດຢາ ຫລັງຈາກ ກໍາຈັດ ຄຣາບ ສະສົມ ຂອງ ໂປຣຕິນ ອາໄມລອຍແລ້ວ ຊຶ່ງຈະຊ່ວຍຫລຸດ ຄ່າໃຊ້ຈ່າຍ ໃນການບຳບັດ ຮັກສາ ແລະ ຈຳນວນການ ສັກຢາເຂົ້າສູ່ ເສັ້ນເລືອດ ອີກດ້ວຍ./
KPL