ມຽນມາ ຢຶດຢາກະຕຸ້ນປະສາດ ເກືອບ 14 ລ້ານເມັດ

05/07/2024 18:22
Email Print 339
ຂປລ ເຈົ້າໜ້າທີ່ ຕຳຫລວດ ປາບປາມຢາເສບຕິດ ຂອງມຽນມາ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ໃນຫລາຍພື້ນທີ່ ອີກ 7 ຄົນ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ,  ​ວັນ​ທີ 4 ກໍລະກົດ​ ​ເຈົ້າ​ໜ້າ​ທີ່​ ຕຳຫລວດ ​ປາບ​ປາມ​ຢາ​ເສບ​ຕິດ ຂອງ​ມຽນມາ ໄດ້ຈັບ​ກຸມ​ ຜູ້​ຕ້ອງ​ສົງ​ໄສ 2 ຄົນ ​ແລະ ຜູ້​ທີ່ມີສ່ວນກ່ຽວຂ້ອງ  ໃນ​ຫລາຍ​ພື້ນ​ທີ່ ​ອີກ 7 ຄົນ, ພ້ອມ​ທັງ ຢຶດສານ​ກະ​ຕຸ້ນ​ ປະສາດ ຈຳນວນ​ 13,44 ລ້ານ​ເມັດ ​ຢູ່ບ້ານ​ເລ​ເວ​ ຂອງ ນະຄອນຫລວງ ​ເນ​ປິ​ດໍ ຈາກ ​ຍານພາຫະນະ ​ທີ່ ຕ້ອງ​ສົງ​ໄສ. ຢາ​ກະ​ຕຸ້ນ ​ປະສາດ​ ທີ່ ​ຢຶດ​ໄດ້ ກວມ​ເອົາ​ ມູນ​ຄ່າ 2,01 ໝື່ນ​ລ້ານ​ຈ໊າດ . ປັດຈຸບັນ, ເຈົ້າ​ໜ້າ​ທີ່​ ພວມສືບສວນ​ ສອບ​ສວນ ຜູ້​ຕ້ອງ​ສົງ​ໄສ ​ໃນຄະດິດັ່ງ​ກ່າວ./.

KPL

ຂ່າວອື່ນໆ

ads
ads

Top