ວິສາຫະກິດຈີນ-ມາເລເຊຍ ເຊັນສັນຍາຮ່ວມມືດ້ານອຸດສາຫະກຳການບິນອະວະກາດ

03/07/2024 11:33
Email Print 141
ຂປລ ກຸ່ມບໍລິສັດ ການບິນ ອະວະກາດ ອາຊີ ປາຊີຟິກ ມາເລເຊຍ ໄດ້ເຊັນສັນຍາ ກັບສອງ ບໍລິສັດຈີນ ຄື: ບໍລິສັດ ວິທະຍາສາດ ເຕັກນິກ ການບິນ ອະວະກາດ ໂກວຊິງ ຫຸ້ນສ່ວນຈຳກັດ ຫລື ADASPACE ແລະ ບໍລິສັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ ຊາງຢວີທຽນຈີ່ ປັກກິ່ງ ຈຳກັດ(ເອີ້ນຫຍໍ້ວ່າ ຊ່າງຢວີທຽນຈີ່)ໃນວັນທີ2 ກໍລະກົດນີ້ ຢູ່ລັດເຊລັງງໍ ຂອງມາເລເຊຍ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກຸ່ມບໍລິສັດ ການບິນ ອະວະກາດ ອາຊີ ປາຊີຟິກ ມາເລເຊຍ ໄດ້ເຊັນສັນຍາ ກັບສອງ ບໍລິສັດຈີນ ຄື: ບໍລິສັດ ວິທະຍາສາດ ເຕັກນິກ ການບິນ ອະວະກາດ ໂກວຊິງ ຫຸ້ນສ່ວນຈຳກັດ ຫລື ADASPACE ແລະ ບໍລິສັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ ຊາງຢວີທຽນຈີ່ ປັກກິ່ງ ຈຳກັດ(ເອີ້ນຫຍໍ້ວ່າ ຊ່າງຢວີທຽນຈີ່)ໃນວັນທີ2 ກໍລະກົດນີ້ ຢູ່ລັດເຊລັງງໍ ຂອງມາເລເຊຍ ໂດຍສອງຝ່າຍ ຈະປະສານງານ ດຳເນີນ ການຮ່ວມມື ແລະ ການນຳໃຊ້ ເຕັກນິກ ການບິນ ອະວະກາດ.ບໍລິສັດ ຊາງຢວີທຽນຈີ່ຈີນ ແລະ ກຸ່ມບໍລິສັດ ການບິນ ອະວະກາດ ອາຊີ ປາຊີຟິກ ມາເລເຊຍ ຈະຮ່ວມມື ສ້າງແຜນການ ຮ່ວມກັນ ຊົມໃຊ້ ກຸ່ມດາວ ສຳລັບ ພາກພື້ນ ອາຊຽນ ເພື່ອສະໜອງ ການບໍລິການ ຂໍ້ມູນ ການສຳຫລວດ ໄລຍະໄກ ຂອງດາວທຽມ ເຊິ່ງມີຄວາມຖີ່ ການສຳຫລວດໄວ ເຖິງລະດັບ ນາທີ ໃຫ້ແກ່ ພາກພື້ນ ອາຊຽນ ເພື່ອຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງພາກພື້ນ ອາຊຽນໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຕິດຕາມ ວັດແທກ ສິ່ງແວດລ້ອມ, ການຜະລິດ ກະສິກຳ, ການກູ້ໄພ ສຸກເສີນ ແລະ ອື່ນໆ. ນອກນີ້, ສອງຝ່າຍ ຍັງຈະຮ່ວມມື ສ້າງຕັ້ງ ເວທີ ຊື້-ຂາຍ ຂໍ້ມູນ ການສຳຫລວດ ໄລຍະໄກ ຂອງດາວທຽມ ສຳລັບ ພາກພື້ນ ອາຊຽນ, ສ້າງເວທີ ບຳລຸງສ້າງ ຜູ້ມີຄວາມຮູ້ ຄວາມສາມາດ ດ້ານການບິນ ອະວະກາດ ເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top