ລົງນາມສໍາປະທານໂຄງການພະລັງງານ ແສງຕາເວັນເຊື່ອມຕໍ່ພາກເໜືອ ໄລຍະທີ I

13/09/2024 13:16
Email Print 348
ຂປລ ຂປລ. ພິທີລົງນາມສັນຍາສໍາປະທານ ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 ເມກາວັດ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທີ I ຂອງໂຄງການຖານເຊື່ອມຕໍ່ ພະລັງງານສະອາດພາກເໜືອຂອງລາວ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ຈັດຂຶ້ນວັນທີ 12 ກັນຍາ 2024 ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ພິທີລົງນາມສັນຍາສໍາປະທານ ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 ເມກາວັດ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທີ I ຂອງໂຄງການຖານເຊື່ອມຕໍ່ ພະລັງງານສະອາດພາກເໜືອຂອງລາວ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ຈັດຂຶ້ນວັນທີ 12 ກັນຍາ 2024 ໂດຍມີ ທ່ານ ກິແກ້ວ
ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໂຄງການຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວ ເປັນໂຄງການທີ່ສຳຄັນໃນການສະໜອງໄຟຟ້າ ໃຫ້ແກ່ສາຍສົ່ງໄຟຟ້າ 500kV ລະຫວ່າງ ລາວ-ຈີນ, ທັງເປັນໂຄງການຮ່ວມມື ທີ່ສຳຄັນລະຫວ່າງ ລາວ-ຈີນ ໃນຂອບເຂດຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ມີຄວາມໝາຍອັນໃຫຍ່ຫລວງ ໃນການຊຸກຍູ້ການເຊື່ອມຈອດກັນ ດ້ານພະລັງງານໃນພາກພື້ນ, ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ປັບປຸງປະສິດທິພາບດ້ານພະລັງງານ, ຝຶກອົບຮົມບຸກຄະລາກອນ ດ້ານພະລັງງານ ສະອາດໃຫ້ກັບລາວ, ຫລຸດຜ່ອນການປ່ອຍກາກບອນ, ເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ. ພ້ອມທັງສະແດງຄວາມຫວັງວ່າ ບໍລິສັດ CGN ຈະສືບຕໍ່ຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານລາວ ໃນຂັ້ນຕອນ ການກໍ່ສ້າງ ແລະ ດຳເນີນງານໃນອະນາຄົດ, ຕັ້ງໜ້າປະຕິບັດໂຄງການໄລຍະທີ I ໃຫ້ເປັນໂຄງການ ໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່ ເປັນໂຄງການແບບຢ່າງ ແລະ ມີມາດຕະຖານສູງ ແຫ່ງທຳອິດໃນລາວ.



ທ່ານ ຈ່າງ ຊາວສຸນ ປະທານບໍລິຫານບໍລິສັດ CGN International Holdings Co., Ltd ຂອງຈີນ ໄດ້ກ່າວວ່າ: ການພັດທະນາ, ກໍ່ສ້າງ ແລະ ການດຳເນີນງານຂອງໂຄງການ ຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວ ຈະເປັນສິ່ງສຳຄັນໃນການເພີ່ມທະວີ ການເຊື່ອມຈອດກັນ ດ້ານພະລັງງານ ແລະ ການຮ່ວມມືດ້ານເສດຖະ ກິດລະຫວ່າງຈີນກັບລາວ, ຊຸກຍູ້ການພັດທະນາ, ການນຳໃຊ້ ແລະ ການສົ່ງອອກພະລັງງານສະອາດໃນລາວ, ລວມທັງການສົ່ງເສີມການເຊື່ອມຕໍ່ໄຟຟ້າ ລະຫວ່າງ ລາວກັບປະເທດເພື່ອນບ້ານ. ໃນອະນາຄົດ, CGN ຈະພັດທະນາ ຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວຢ່າງບໍ່ຢຸດຢັ້ງ, ພ້ອມທັງປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການກໍ່ສ້າງ "ຄູ່ຮ່ວມຊາຕາກໍາ ຈີນ-ລາວ" ແລະ ການພັດທະນາຄຸນນະພາບສູງຂອງຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ"; ຕັ້ງໝັ້ນກໍ່ສ້າງໂຄງການ ຖານພະລັງງານ ສະອາດໄລຍະທີ I ເພື່ອເຊື່ອມຕໍ່ພະລັງງານໄຟຟ້າ ຢູ່ພາກເໜືອຂອງລາວ ດ້ວຍຄຸນນະພາບສູງ, ເຮັດໃຫ້ໂຄງການດັ່ງກ່າວ, ເປັນໂຄງການທີ່ມີຄຸນນະພາບສູງ ແລະ ເປັນໂຄງການຕົວແບບຂອງ ຈີນ-ລາວ ເພື່ອລົງເລິກການພັດທະນາຂອງພາກພື້ນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ; ພວກເຮົາຈະປະຕິບັດ ໜ້າທີ່ຮັບຜິດຊອບ ຕໍ່ສັງຄົມຢ່າງບໍ່ຢຸດຢັ້ງ ແລະ ຕັ້ງໜ້າ ເພື່ອໃຫ້ສັງຄົມທ້ອງຖິ່ນສາມາດແບ່ງປັນຜົນການພັດທະນາຢ່າງແທ້ຈິງ.

ໂຄງການຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວ ແມ່ນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ CGN ແລະ ເປັນໂຄງການສໍາຄັນໃນການສ້າງ "ຄູ່ຮ່ວມຊາຕາກໍາ ຈີນ-ລາວ", ໂຄງການດັ່ງກ່າວ, ຕັ້ງຢູ່ໃນສາມແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຜົ້ງສາລີ ແລະ ແຂວງ ຫລວງນ້ຳທາ ໂດຍມີແຜນຈະສ້າງຖານພະລັງງານສະອາດ ແບບປະສົມປະສານພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານນໍ້າກັກເກັບ ທີ່ມີກຳລັງຕິດຕັ້ງລະດັບ 10 ລ້ານກິໂລວັດ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນ

      9/18/2024 3:57:53 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງເຫີເປີຍ ໄດ້ຈັດກິດຈະກຳ ສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນງານ ໄດ້ຮັບຊົມການສະແດງ ສິລະປະວັດທະນະທໍາ ຈາກແຂວງເຫີເປີຍ

    • ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

      9/18/2024 1:09:25 PM

      ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

    • ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າວັດທະນະທຳ-ສັງຄົມ

      ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າ

      9/18/2024 1:02:25 PM

      ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

    • ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມ

      9/18/2024 12:58:56 PM

      ຂປລ.ໃນວັນທີ 14-15 ກັນຍາ 2024 ຜ່ານ​ມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ. ​ໃນ​ນັ້ນ, ສະ​ເພາະ​ວັນ​ທີ 14 ກັນຍາ 2024 ໄດ້ຕິດຕາມຢູ່ເຂດ ເມືອງສີສັດຕະນາກ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະນຳຂອງເມືອງ ເຂົ້າຮ່ວມຕິດຕາມ, ໄດ້ຕິດຕາມເຂດບ້ານວັດຈັນ, ບ້ານທາດຂາວ, ບ້ານທ່າພະລານໄຊ(ທ່າເຮືອຫລັກ4), ບ້ານຈອມແຈ້ງ ແລະ ບ້ານໄຊສະຖານ.

ads
ads

Top